ຫາລື ປັບປຸງຄຸ້ມຄອງການລົງທຶນຂອງລັດ ເພື່ອໃຫ້ໂຄງການມີປະສິດທິພາບສູງຂຶ້ນ

0
436

ກະຊວງແຜນການ ແລະ ການລົງທຶນ ໃນວັນທີ 25 ມິຖຸນາ 2024 ໄດ້ຈັດ ກອງປະຊຸມ ຄະນະຊີ້ນຳປັບປຸງການຄຸ້ມຄອງການລົງທຶນຂອງລັດ ຄັ້ງທີ VI ຂຶ້ນ, ທີ່ກະຊວງແຜນການ ແລະ ການລົງທຶນ (ຜທ), ໂດຍການເປັນປະທານຂອງທ່ານ ນາງ ພອນວັນ ອຸທະວົງ ລັດຖະມົນຕີກະຊວງ ຜທ, ມີທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ, ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງໆຈຳປາສັກ, ທ່ານ ອິຈິໂຣະ ໂອະຄຸມຸຣະ ຫົວໜ້າທີ່ປຶກສາ JICA-PIMCAP, ທ່ານ ລຽນທອງ ສຸພານີ ຮອງຫົວໜ້າກົມແຜນການ ກະຊວງ ຜທ ແລະ ພາກສ່ວນກ່ຽວຂ້ອງທັງ 2 ຝ່າຍເຂົ້າຮ່ວມ. ເຊິ່ງກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນໂດຍ ທີມທີ່ປຶກສາ JICA-PIMCAP.


ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນ (1) ເພື່ອລາຍງານຜົນສໍາເລັດຂອງການຝຶກອົບຮົມ ກ່ຽວກັບການຄຸ້ມຄອງການລົງທຶນຂອງລັດ ປະຈໍາປີ 2024, ລວມທັງຜົນການປະເມີນການຝຶກອົບຮົມດັ່ງກ່າວ, ບົດຮຽນທີ່ຖອດຖອນໄດ້ ແລະ ຫົວຂໍ້ເບື້ອງຕົ້ນຂອງແຜນງານຝຶກອົບຮົມ ສໍາລັບປີ 2025; (2) ເພື່ອລາຍງານການຈັດຕັ້ງປະຕິບັດແຜນດໍາເນີນງານການຄຸ້ມຄອງການລົງທຶນຂອງລັດ ໄລຍະທີໜຶ່ງ (2022-2024) ຮອດເດືອນກໍລະກົດ 2024 ເຊິ່ງຈະໄດ້ຮ່ວມກັນປຶກສາຫາລື ກ່ຽວກັບລະດັບການບັນລຸເປົ້າໝາຍຂອງແຜນດໍາເນີນງານ ແລະ (3) ເພື່ອປຶກສາຫາລືກ່ຽວກັບທິດທາງຂອງການຈັດຕັ້ງປະຕິບັດແຜນດໍາເນີນງານ ໄລຍະທີສອງ ແຕ່ເດືອນສິງຫາ 2024 ຮອດ ເດືອນມັງກອນ 2026 ໂດຍອີງໃສ່ລະດັບການບັນລຸຜົນສໍາເລັດຂອງການຈັດຕັ້ງປະຕິບັດ ໃນໄລຍະທີໜຶ່ງ.


ທ່ານ ນາງ ພອນວັນ ອຸທະວົງ ລັດຖະມົນຕີກະຊວງ ຜທ ໄດ້ກ່າວບາງຕອນວ່າ: ໃນຊຸມປີຕໍ່ໜ້າພວກເຮົາ ຈະໄດ້ສືບຕໍ່ສຸມໃສ່ການພັດທະນາປະເທດ ຕາມທິດມີຄຸນນະພາບ, ມີຈຸດສຸມ, ຍືນຍົງ ແລະ ສີຂຽວ. ສະນັ້ນ, ການປັບປຸງການຄຸ້ມຄອງການລົງທຶນຂອງລັດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ ແມ່ນໜຶ່ງໃນເປົ້າໝາຍຂອງລັດຖະບານ ເພື່ອເຮັດໃຫ້ການລົງທຶນມີລັກສະນະວິທະຍາສາດ, ມີຄຸນນະພາບ, ປະສິດທິຜົນຂຶ້ນກວ່າເກົ່າ ແລະ ສາມາດກວດສອບໄດ້ ເພື່ອຊຸກຍູ້ການເຕີບໂຕຢ່າງມີຄຸນນະພາບ.


ນອກຈາກນັ້ນ ທ່ານຍັງໄດ້ເນັ້ນໜັກໃຫ້ເຫັນວ່າ: ແຜນດໍາເນີນງານການຄຸ້ມຄອງການລົງທຶນຂອງລັດ (2022-2030) ເປັນແຜນງານທີ່ລັດຖະບານໃຫ້ຄວາມສໍາຄັນ ເພື່ອເປັນເຄື່ອງມືໃນການປັບປຸງການຄຸ້ມຄອງການລົງທຶນຂອງລັດ ໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ສາມາດນໍາເອົາຜົນປະໂຫຍດສູງສຸດມາໃຫ້ປະເທດຊາດ ແລະ ປະຊາຊົນ. ສໍາລັບຂອບການຕິດຕາມການຈັດຕັ້ງປະຕິບັດຈະຊ່ວຍໃນການຕິດຕາມຄວາມຄືບໜ້າການຈັດຕັ້ງປະຕິບັດບັນດາກິດຈະກໍາ ຢ່າງມີປະສິດທິຜົນ ແລະ ແຜນງານຝຶກອົບຮົມ ກໍເປັນພື້ນຖານໃຫ້ແກ່ການພັດທະນາຂີດຄວາມສາມາດໃຫ້ພະນັກງານ-ລັດຖະກອນໃນວຽກງານທີ່ຕິດພັນກັບການລົງທຶນຂອງລັດ.


ໃນການຈັດຕັ້ງປະຕິບັດແຜນດໍາເນີນງານການຄຸ້ມຄອງການລົງທຶນຂອງລັດ (2022–2030) ຖືວ່າພວກເຮົາຍັງຢູ່ໃນໄລຍະຕົ້ນຂອງແຜນ, ດັ່ງນັ້ນ ໃນໄລຍະນີ້ອາດຈະສາມາດບັນລຸບາງເປົ້າໝາຍ ແລະ ຍັງອີກຫຼາຍເປົ້າໝາຍທີ່ຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດ ແລະ ຕິດຕາມຄວາມຄືບໜ້າຢູ່ໃນ ໄລຍະທີສອງ. ປັດຈຸບັນ, ລັດຖະບານກໍາລັງຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ X (2026-2030), ສະນັ້ນ ການຈັດຕັ້ງປະຕິບັດ ໄລຍະທີສອງ ຕ້ອງເພີ່ມທະວີການປັບປຸງການຄຸ້ມຄອງການລົງທຶນຂອງລັດ ເພື່ອຮັບປະກັນຄວາມສອດຄ່ອງ ແລະ ຮັບປະກັນໃຫ້ການລົງທຶນຂອງລັດມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ.


ໃນໂອກາດນີ້, ທ່ານ ນາງ ພອນວັນ ອຸທະວົງ ໃນນາມປະທານກອງປະຊຸມໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ລັດຖະບານຍີ່ປຸ່ນ ແລະ ອົງການຮ່ວມມືສາກົນໄຈກາ (JICA) ທີ່ໄດ້ໃຫ້ການສະໜັບສະໜູນໃນການປັບປຸງການຄຸ້ມຄອງການລົງທຶນຂອງລັດ ມາຫຼາຍກວ່າໜຶ່ງທົດສະວັດ ແລະ ຫວັງຢ່າງຍິ່ງວ່າຈະສືບຕໍ່ໃຫ້ການຊ່ວຍເຫຼືອ ສປປ ລາວ ທາງດ້ານນີ້ ແລະ ດ້ານອື່ນໆ ໃນໄລຍະຕໍ່ໜ້າ ແລະ ຍາວນານ.

LEAVE A REPLY

Please enter your comment!
Please enter your name here