ກອງປະຊຸມວິສາມັນ ຂອງລັດຖະບານ ເຫັນດີດ້ານຫລັກການຮັບຮອງເອົາ ລາຍງານການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງລະບົບຄຸ້ມຄອງສຳມະໂນຄົວ ແລະ ບັດປະຈຳຕົວ

24 Jun 2024

ຄລິກແຊຣ໌ 0 Facebook WhatsApp

ໃນວັນທີ 24 ມິຖຸນາ 2024 ນີ້, ທີ່ສໍານັກງານນາຍົກລັດຖະມົນຕີ, ລັດຖະບານ ໄດ້ດໍາເນີນກອງປະຊຸມວິສາມັນ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນ ຕີ, ສະມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ-ອົງການ ເຂົ້າຮ່ວມ.

ວາລະທີ 2. ກອງປະຊຸມເຫັນດີດ້ານຫລັກການຮັບຮອງເອົາ ລາຍງານການຈັດຕັ້ງປະຕິບັດ ໂຄງການກໍ່ສ້າງລະບົບຄຸ້ມຄອງສຳມະໂນຄົວ ແລະ ບັດປະຈຳຕົວ ໂດຍມອບໃຫ້ກະຊວງປ້ອງກັນຄວາມສະຫງົບ ກວດກາ, ສະຫລຸບ ແລະ ຖອດຖອນບົດຮຽນຄືນ ການຈັດຕັ້ງປະຕິບັດໂຄງການ ໃນໄລຍະຜ່ານມາ ໂດຍສະເພາະ ການນຳໃຊ້ທຶນ ແລະ ສະພາບອຸປະກອນເຕັກນິກຕ່າງໆ ສາມາດນຳໃຊ້ ແລະ ເຊື່ອມຕໍ່ກັບລະບົບໃໝ່ ໄດ້ຄືແນວໃດ; ພ້ອມທັງ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງ ສືບຕໍ່ຈັດຕັ້ງປະຕິບັດໂຄງການດັ່ງກ່າວໄລຍະໃໝ່ ໃຫ້ມີຄວາມຄືບໜ້າ, ທັນສະໄໝ, ນໍາໃຊ້ໄດ້ຢ່າງມີປະສິດທິພາບ ແລະ ມີປະສິດທິຜົນ.

ນອກຈາກນີ້, ກອງປະຊຸມ ຍັງໄດ້ຮັບຟັງການລາຍງານສະພາບພົ້ນເດັ່ນ ຂົງເຂດວຽກງານການຕ່າງປະເທດ ໃນເດືອນມິຖຸນາ 2024 ແລະ ແຜນວຽກຈຸດສຸມຕໍ່ໜ້າ; ລວມທັງ ຜົນການເຄື່ອນໄຫວວຽກງານຢູ່ທ້ອງຖິ່ນ ຂອງທ່ານ ນາຍົກລັດຖະມົນຕີ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ