ກະຊວງຍຸຕິທຳໄດ້ຈັດພິທີປະກາດການແຕ່ງຕັ້ງຕຳແໜ່ງໃໝ່ໃນລະດັບຫົວໜ້າກົມ ຂຶ້ນໃນວັນທີ 21 ມິຖຸນາ ນີ້ທີ່ກະຊວງດັ່ງກ່າວ, ໂດຍໃຫ້ກຽດເຂົ້າຮ່ວມ ແລະ ເປັນປະທານຂອງ ທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງ ຍຸຕີທຳ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຮອງພະແນກ ແລະ ພະນັກງານເຂົ້າຮ່ວມ.
ທ່ານ ຄຳເສີດ ວິລະພັນ ຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ໄດ້ຂຶ້ນຜ່ານດຳລັດນາຍົກລັດຖະມົນຕີ ວ່າດ້ວຍການແຕ່ງຕັ້ງ ທ່ານ ສຸລິຍາ ສິດາວົງ ເປັນຫົວໜ້າກົມຄຸ້ມຄອງການປະຕິບັດຄຳຕັດສິນຂອງສານ ກະຊວງຍຸຕິທຳ ທັງເປັນເລຂາໜ່ວຍພັກຮາກຖານກົມຄຸ້ມຄອງການປະຕິບັດຄຳຕັດສິນຂອງສານ ກະຊວງຍຸຕິທຳ, ແຕ່ງຕັ້ງ ທ່ານ ປະເສີດ ສະຫວ່າງດີ ເປັນຫົວໜ້າສະຖາບັນຍຸຕິທຳແຫ່ງຊາດກະຊວງຍຸຕິທຳ ເປັນເລຂາຄະນະພັກຮາກຖານສະຖາບັນຍຸຕິທຳແຫ່ງຊາດ, ແຕ່ງຕັ້ງ ທ່ານ ບຸນທິດາ ພົມສະຫວັນ ເປັນຫົວໜ້າກົມທະບຽນສານ ກະຊວງຍຸຕິທຳ ທັງເປັນເລຂາໜ່ວຍພັກຮາກຖານກົມທະບຽນສານ ແລະ ຜ່ານຂໍ້ຕົກລົງຂອງລັດຖະມົນຕີກະຊວງຍຸຕິທຳ ວ່າດ້ວຍການແຕ່ງຕັ້ງທ່ານ ພັນໂນລາ ທອງຈັນ ຮອງຫົວໜ້າກົມກົດໝາຍເປັນຫົວໜ້າກົມກົດໝາຍ ທັງເປັນຮອງເລຂາໜ່ວຍພັກຮາກຖານກົມກົດໝາຍ, ແຕ່ງຕັ້ງ ທ່ານ ແຊມລີ ຢ່າງກົງຈີ ຮອງເລຂາໜ່ວຍພັກ ເປັນເລຂາໜ່ວຍພັກບໍລິຫານຂຶ້ນກັບຄະນະພັກຮາກຖານ ສະຖາບັນຍຸຕິທຳແຫ່ງຊາດ ແລະ ແຕ່ງຕັ້ງ ທ່ານ ບຸນທະວີ ອິນສົມດີ ສະມາຊິກພັກສົມບູນເປັນຮອງເລຂາພັກຮາກຖານ ທັງເປັນຜູ້ກວດກາໜ່ວຍພັກຮາກຖານກົມທະບຽນສານ.
ທ່ານ ຄຳເສີດ ວິລະພັນ ໄດ້ຂຶ້ນຜ່ານດຳລັດນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ພະນັກງານອອກພັກການ-ຮັບອຸດໜູນບຳນານ ໂດຍມີ ທ່ານ ບຸນຕາ ສ.ຜາບມີໄຊ ຫົວໜ້າສະຖາບັນຍຸຕິທຳແຫ່ງຊາດກະຊວງຍຸຕິທຳ, ທ່ານ ກອງສີ ສາຍສຸດທາ ຫົວໜ້າກົມຄຸ້ມຄອງການປະຕິບັດຄຳຕັດສິນຂອງສານ ກະຊວງຍຸຕິທຳ ແລະ ທ່ານ ໄທ ລໍເບຣຍຢາວ ຫົວໜ້າກົມທະບຽນສານ ກະຊວງຍຸຕິທຳ.
ຂ່າວ-ພາບ: ປະຊາຊົນ