ສະເໜີຮ່າງກົດໝາຍວ່າດ້ວຍ ຊັບພະຍາກອນທີ່ເປັນຢາ (ສະບັບສ້າງຂຶ້ນໃໝ່)

61

ທ່ານ ໄພວັນ ແກ້ວປະເສີດ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ໄດ້ສະເໜີກົດໝາຍວ່າດ້ວຍ ຊັບພະຍາກອນທີ່ເປັນຢາ ຊຶ່ງເປັນກົດໝາຍສ້າງຂຶ້ນໃໝ່ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX ໃນວັນທີ 20 ມິຖຸນາ 2024. ກອງປະຊຸມດໍາເນີນພາຍໃຕ້ການເປັນປະທານຂອງ ທ່ານ ຄໍາໃບ ດໍາລັດ ຮອງປະທານສະພາແຫ່ງຊາດ.


ທ່ານ ໄພວັນ ແກ້ວປະເສີດ ໄດ້ຍົກໃຫ້ເຫັນສະພາບການປະຕິບັດວຽກງານຊັບພະຍາກອນທີ່ເປັນຢາ ຢູ່ ສປປ ລາວ ໃນໄລຍະທີ່ຜ່ານມາ; ເຫດຜົນ ແລະ ຄວາມຈໍາເປັນໃນການສ້າງຮ່າງກົດໝາຍ; ຂະບວນການຄົ້ນຄວ້າສ້າງຮ່າງກົດໝາຍ; ໂຄງປະກອບແລະ ເນື້ອໃນຂອງຮ່າງກົດໝາຍ ແລະ ຄາດຄະເນຜົນໄດ້ຮັບ ແລະ ປະກາດຮັບຮອງກົດໝາຍສະບັບດັ່ງກ່າວ, ເນື່ອງຈາກວ່າໃນໄລຍະຜ່ານມາ ຍັງມີການເກັບກູ້ຊັບພະຍາກອນທີ່ເປັນຢາແບບຊະຊາຍ, ການຈຳໜ່າຍວັດຖຸທີ່ເປັນຢາຍັງບໍ່ໄດ້ຮັບການຄຸ້ມຄອງຢ່າງເປັນລະບົບ, ການຂຸດຄົ້ນຍັງບໍ່ທັນມີຈຸດສຸມ ຈຶ່ງມີຄວາມຈຳເປັນໃນການສ້າງຮ່າງກົດໝາຍສະບັບນີ້ ເພື່ອເປັນເຄື່ອງມືໃນການຄຸ້ມຄອງຊັບພຍາກອນທີ່ເປັນຢາໃຫ້ມີຄວາມຍືນຍົງ ຊຶ່ງກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາ ສະບັບສ້າງຂຶ້ນໃໝ່ ປະກອບມີ: 9 ພາກ 6 ໜວດ, ມີ 73 ມາດຕາ.


ຈາກນັ້ນປະທານກອງປະຊຸມໄດ້ເນັ້ນໃຫ້ສະມາຊິກສະພາແຫ່ງຊາດ ໃນການປະກອບຄຳຄິດເຫັນຢ່າງມີຈຸດສຸມຕໍ່ກັບບາງເນື້ອ ໃນບາງຄຳຊັບໃຫ້ຖືກຕ້ອງຄົບຖ້ວນເໝາະສົມກັບສະພາບຕົວຈິງ ເປັນຕົ້ນ ໃນມາດຕາ 4 ນະໂຍບາຍຂອງລັດ ກ່ຽວກັບວຽກງານຊັບພະຍາກອນທີ່ເປັນຢາ, ມາດຕາ 17 ການສ້າງແຜນ ແລະ ການຂຸດຄົ້ນເກັບກູ້ ຊັບພະຍາກອນທີ່ເປັນຢາ ນອກນັ້ນຍັງມີ ມາດຕາ 47, 58 ຈົນຮອດ ມາດຕາ 64 ຊຶ່ງສະມາຊິກສະພາແຫ່ງຊາດຕ້ອງໄດ້ຄົ້ນຄ້ວາປະກອບຄຳເຫັນໃສ່ຮ່າງກົດໝາຍສະບັບສ້າງຂື້ນໃໝ້ໃຫ້ມີເນື້ອໃນຄົບຖ້ວນ ຈະແຈ້ງ ຮັດກຸມ ສາມາດເປັນບ່ອນອີງໃນການເຄື່ອນໄຫວຈັດຕັ້ງປະຕິບັດໃຫ້ເກີດປະໂຫຍດສູງສຸດ.


ພາຍຫຼັງກົດໝາຍວ່າດ້ວຍຊັບພະຍາກອນທີ່ເປັນຢາ ຖືກຮັບຮອງ ແລະ ປະກາດໃຊ້ແລ້ວຄາດວ່າຈະມີຜົນໄດ້ຮັບດັ່ງນີ້: ສາມາດຕິດຕາມຄຸ້ມຄອງ ແລະ ກວດກາວຽກງານຊັບພະຍາກອນທີ່ເປັນຢາໃຫ້ມີຄວາມຖືກຕ້ອງສອດຄ່ອງກັບແນວທາງນະໂຍບາຍ ລັດຖະທໍາມະນູນ ກົດໝາຍ ນິຕິກໍາໃຕ້ກົດໝາຍ; ເຮັດໃຫ້ຂອດການປະສານງານລະຫວ່າງຂະແໜງການສາທາລະນະສຸກ ແລະ ຂະແໜງການອື່ນໆທີ່ກ່ຽວຂ້ອງມີຄວາມຊັດເຈນ ແລະ ຮັດກຸມຂຶ້ນກວ່າເກົ່າ; ເຮັດໃຫ້ຊັບພະຍາກອນທີ່ເປັນຢາ ໄດ້ຮັບການຄຸ້ມຄອງຖືກນໍາໃຊ້ແບບຍືນຍົງແລະ ເປັນປະໂຫຍດທາງດ້ານການແພດ ດ້ວຍການນໍາໃຊ້ຢາພື້ນເມືອງສົມທົບຢາຫຼວງເຂົ້າໃນຕາໜ່າງສາທາລະນະສຸກຢູ່ໃນຂອບເຂດທົ່ວປະເທດ. ປະຊາຊົນບັນດາເຜົ່າ ແລະ ສາກົນເຫັນໄດ້ເຖິງນະໂຍບາຍພັກ-ລັດ ໃນການຄຸ້ມຄອງອານຸລັກປົກປັກຮັກສາພັດທະນາ ແລະ ນໍາໃຊ້ຊັບພະຍາກອນທີ່ເປັນຢາຢ່າງກວ້າງຂວາງ ແລະ ສົມເຫດສົມຜົນ ແລະ ທົ່ວສັງຄົມມີຄວາມຮັບຜິດຊອບຫຼາຍຂຶ້ນເປັນເຈົ້າການໃນການຮ່ວມມືຊ່ວຍອົງການຈັດຕັ້ງລັດໃນການປົກປັກຮັກສາພັດທະນາຊັບພະຍາກອນທີ່ເປັນຢາ ນອກນັ້ນ, ຍັງເປັນທ່າແຮງດ້ານເສດຖະກິດ ວັດທະນະທໍາສັງຄົມ ສາມາດສ້າງສິ່ງແວດລ້ອມທີ່ດີ, ມີຄວາມຍືນຍົງຄູ່ກັບຊາດລາວ ກາຍເປັນມໍລະດົກຕົກທອດຮອດຮູ່ນລູກຫຼານຕໍ່ໆໄປ ກ້າວໄປສູ່ການຄຸ້ມຄອງລັດ ຄຸ້ມຄອງສັງຄົມດ້ວຍກົດໝາຍ.