2000 ກວ່ານ້ອງໃນຫຼວງພະບາງເຂົ້າຫ້ອງສອບເສັງ ຈົບຊັ້ນ ມ.7 ມື້ນີ້

0
722

ວັນທີ 19 ມິຖຸນາ 2024 ນີ້ ທີ່ເດີ່ນພະແນກສຶກສາທິການ ແລະ ກິລາ ແຂວງຫຼວງພະບາງ ໄດ້ຈັດພິທີ ເປີດການສອບເສັງ, ຈົບຊັ້ນມັດທະຍົມຕອນປາຍ ມ.7 ສົກຮຽນ 2023-2024 ໃນທົ່ວແຂວງ, ມີ ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ, ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ ຫຼວງພະບາງ, ພ້ອມດ້ວຍ ຜູ້ຕາງໜ້າຈາກກະຊວງສຶກສາທິການ ແລະ ກິລາ ຄະນະຮັບຜິດຊອບການສອບເສັງ ແລະນັກສອບເສັງເຂົ້າຮ່ວມ.

May be an image of one or more people

ພິທີທ່ານ ວັນທອງ ແພງສະຫວັດ ຮອງຫົວໜ້າພະແນກສກສາທິການ ແລະ ກິລາ ໄດ້ລາຍງານຫຍໍ້ ກ່ຽວກັບການກະກຽມ ການສອບເສັງຈົບຊັ້ນ ມ.7 ສົກຮຽນ 2023-2024 ວ່າ: ທົ່ວແຂວງຫຼວງພະບາງ ມີໂຮງຮຽນທັງໝົດ 113 ແຫ່ງໃນນີ້ ມັດທະຍົມຕົ້ນ 69 ແຫ່ງ, ມັດທະຍົມສົມບູນ 43 ແຫ່ງ, ມັດທະຍົມປາຍ 1 ແຫ່ງ. ມີນັກຮຽນມີເງື່ອນໄຂ ເຂົ້າສອບເສັງ ຈົບຊັ້ນມັດທະຍົມປາຍ ມ.7 ທັງໝົດ 2,645 ຄົນ, ຍິງ 1,104 ຄົນ ແບ່ງເປັນ 38 ສູນສອບເສັງ, ລວມມີ 133 ຫ້ອງສອບເສັງ, ພິເສດ ມີນັກຮຽນ ຫ້ອງ 2 ພາສາ ລາວ-ຝຣັ່ງ ຈາກໂຮງຮຽນມັດທະຍົມສົມບູນປະຊາທິປະໄຕ ຈໍານວນ 58 ຄົນ, ຍິງ 29 ຄົນ ກຳນົດເວລາສອບເສັງຈໍານວນ 3 ວັນ ລະຫວ່າງ ວັນທີ 19-21 ມິຖຸນາ 2024 ສອບເສັງທັງໝົດ 5 ວິຊາຄື: ພາສາລາວ-ວັນນະຄະດີ, ຄະນິດສາດ, ກຸ່ມວິທະຍາສາດທໍາມະຊາດ, ກຸ່ມວິທະຍາສາດ-ສັງຄົມ ແລະພາສາອັງກິດ.

May be an image of 14 people, people studying and text

ໂອກາດນີ້ ທ່ານ ບຸນເລື່ອມ ມະນີວົງ ໄດ້ກ່າວເປີດການສອບເສັງ ໂດຍໄດ້ຍ້ອງຍໍຊົມເຊີຍນັກຮຽນທີ່ໄດ້ເອົາໃຈໃສ່ຄົ້ນຄວ້າບົດຮຽນຕະຫຼອດໄລະຍະຜ່ານມາ ຈົນກ້າວສູ່ການການກະກຽມການສອບເສັງຈົບຊັ້ນຮຽກຮ້ອງໃຫ້ຄະນະກຳມະການຮັບຜິຊອບ ແລະນັກສອບເສັງ ຕ້ອງເຂັ້ມງວດໃນການປະຕິບັດລະບຽບຂອງການສອບເສັງ, ສະເພາະນັກສອບເສັງ ຕ້ອງເພີ່ມທະວີໃນການຄົ້ນຄວ້າບົດຮຽນ ອ່ານບົດສອບເສັງໃຫ້ລະອຽດ ຕອບຄຳຖາມໃຫ້ຮອບຄອບ ເຕັມໄປດ້ວຍຄວາມຮູ້ຄວາມສາມາດ ເພື່ອເຮັດໃຫ້ການສອບເສັງປະສົບຜົນສຳເລັດ ແລະໄດ້ຄະແນນດີຕາມລະດັບຄາດໝາຍ.

May be an image of 14 people and people studying

ໂອກາດນີ້ ທ່ານຮອງເຈົ້າແຂວງໄດ້ໃຫ້ກຽດ ຕັດຊອງຫົວບົດສອບເສັງວິຊາທຳອິດຢ່າງເປັນທາງການ ເພື່ອໃຫ້ການສອບເສັງດຳເນີນໄປຕາມຕາຕະລາງທີ່ກຳນົດ, ການສອບເສັງຄັ້ງນີ້ ທ່ານເຈົ້າແຂວງ ຫຼວງພະບາງ ໄດ້ອອກຂໍ້ຕົກລົງການແຕ່ງຕັ້ງ ຄະນະກຳມະການສະເພາະກິດ ເພື່ອຕິດຕາມກວດກາ ເກັບກໍາຂໍ້ມູນແກ້ໄຂປະກົດການຫຍໍ້ທໍ້ທີ່ອາດຈະເກີດຂື້ນ ປະກອບມີ: ພະແນກໄປສະນີໂທລະຄົມມະນາຄົມ ແລະການສື່ສານແຂວງ, ກອງບັນຊາການ ປກສ-ປກຊ ແຂວງ ແລະບັນດາບໍລິສັດເຄືອຂ່າຍໂທລະສັບ ເພື່ອເປັນການ ທີ່ອາດຈະເກີດຂື້ນໃນເວລາການສອບເສັງ, ສ່ວນການກວດຫົວບົດສອບເສັງ ໄດ້ນຳໃຊ້ລະບົບທີ່ທັນ ສະໄໝເຂົ້າຊ່ວຍ ເພື່ອເຮັດໃຫ້ການກວດຫົວບົດມີຄວາມຖືກຕ້ອງ ແລະວ່ອງໄວ ຊັດເຈນ, ແນໃສ່ເຮັດໃຫ້ການສອບເສັງບັນລຸຜົນສຳເລັດ ທັງຮັບປະກັນທາງດ້ານປະລິມານ ແລະຄຸນນະພາບ.

May be an image of 12 people and people studying

LEAVE A REPLY

Please enter your comment!
Please enter your name here