ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຜູ້ວ່າທະນາຄານແຫ່ງ ສປປ ລາວ (ທຫລ) ລາຍງານການຈັດຕັ້ງປະຕິບັດແຜນເງິນຕາ 6 ເດືອນຕົ້ນປີ 2024 ແລະ ທິດທາງແຜນການ 6 ເດືອນທ້າຍປີ ຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ວ່າ: ອັດຕາເງິນເຟີ້ ໃນ 5 ເດືອນຕົ້ນປີ ສະເລ່ຍຢູ່ໃນລະດັບ 25,1% ແລະ ຄາດຄະເນ 6 ເດືອນຕົ້ນປີ ຈະຢູ່ໃນລະດັບ 25%.
ສ່ວນອັດຕາແລກປ່ຽນຂອງລະບົບທະນາຄານສະເພາະເດືອນພຶດສະພາ ທຽບໃສ່ທ້າຍປີ 2023 ເງິນກີບທຽບໃສ່ເງິນໂດລາ ອ່ອນຄ່າ 3,98% ເງິນກີບທຽບໃສ່ເງິນບາດອ່ອນຄ່າ 2,96%.
ທ່ານ ບຸນເຫຼືອ ສິນໄຊວໍຣະວົງ ຍັງກ່າວໃນພາກສະເໜີວ່າ: ຮີບຮ້ອນດໍາເນີນທຸກມາດຕະການ ເພື່ອຊຸກຍູ້ການຜະລິດ-ການບໍລິການ ສ້າງລາຍຮັບເປັນເງິນຕາຕ່າງປະເທດໃຫ້ຫຼາຍຂຶ້ນເຊັ່ນ: ການທ່ອງທ່ຽວ, ຂະແໜງບໍ່ແຮ່, ຂະແໜງຜະລິດກະສິກໍາ, ການສົ່ງເສີມການລົງທຶນໂດຍກົງຈາກຕ່າງປະເທດ ແລະ ແຫຼ່ງລະດົມເປັນເງິນຕາອື່ນໆ.
ຄົ້ນຄວ້າ ແລະ ປະຕິບັດມາດຕະການໃນການຫຼຸດການນໍາໃຊ້ເງິນຕາຕ່າງ ປະເທດ ເພື່ອຊ່ວຍທະນາຄານແຫ່ງ ສປປ ລາວ ໃນການນໍາໃຊ້ເງິນຕາໃນທຸກຮູບແບບ ແລະ ຄຸ້ມຄອງການຄ້ານອກລະບົບ ຈໍາກັດການແລກປ່ຽນນອກລະບົບທີ່ບໍ່ຖືກຕ້ອງ; ປະຕິບັດບັນດາມາດຕະການຄຸ້ມຄອງຕາມຄໍາສັ່ງເລກທີ 10/ນຍ ໂດຍສະເພາະແມ່ນການຊໍາລະ ແລະ ການຕິດລາຄາເປັນເງິນກີບ.
ປຸກລະດົມທົ່ວສັງຄົມ ເພື່ອໃຫ້ເຂົ້າໃຈສະພາບຄວາມຫຍຸ້ງຍາກທາງດ້ານເງິນຕາຂອງປະເທດ ແລະ ຮ່ວມແຮງຮ່ວມໃຈກັນຫຼຸດການນໍາເຂົ້າ ແລະ ຊົມໃຊ້ສິນຄ້າ ແລະ ການບໍລິການຈາກຕ່າງປະເທດ.
ຍູ້ແຮງການຜະລິດພາຍໃນເພື່ອທົດແທນການນໍາເຂົ້າ ແລະ ສົ່ງອອກ ສ້າງລາຍຮັບເງິນຕາໃຫ້ເພີ່ມຂຶ້ນຢ່າງແຂງແຮງ.