ໃນປີ 2024 ນະຄອນຫຼວງ ວຽງຈັນ ໄດ້ວາງຄາດໝາຍສູ້ຊົນເກັບດ້ານລາຍຮັບທັງໝົດ ໃຫ້ໄດ້ 7.144 ຕື້ກວ່າກີບ ເຊິ່ງອີກບໍ່ດົນກໍຄາດວ່າຈະມີການສະຫຼຸບການຈັດຕັ້ງປະຕິບັດ ໃນໄລຍະ 6 ເດືອນຕົ້ນປີ.
ອີງໃສ່ແຜນງົບປະມານແຫ່ງລັດ ປະຈຳປີ 2024 ຂອງນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ແຜນງົບປະມານແຫ່ງລັດ ປະຈຳປີ 2024 ຂອງນະຄອນ ຫຼວງວຽງຈັນ ຕາມການສະເໜີຂອງອົງການປົກຄອງນະຄອນຫຼວງວຽງຈັນ ດ້ານລາຍຮັບມີທັງໝົດ 7.144,41 ຕື້ກີບ; ໃນນີ້ ລາຍຮັບພູດຂອງທ້ອງຖິ່ນ ( ນະຄອນຫຼວງວຽງຈັນ ) 1.701,06 ຕື້ກີບ ໂດຍມາຈາກລາຍຮັບພາສີ ແລະ ສ່ວຍສາອາກອນ 1.666,56 ຕື້ກີບ, ລາຍຮັບບໍ່ແມ່ນພາສີ ແລະ ສ່ວຍສາອາກອນ 34,50 ຕື້ກີບ. ສ່ວນລາຍຮັບພູດສູນກາງແມ່ນ 5.443,36 ຕື້ກີບ.
ດ້ານລາຍຈ່າຍມີທັງໝົດ 570,98 ຕື້ກີບ ( ບໍ່ລວມແຜນລາຍຈ່າຍການລົງທຶນຂອງລັດ ).
ເພື່ອຮັບປະກັນໃຫ້ການຈັດເກັບລາຍຮັບ ບັນລຸຕາມແຜນການທີ່ວາງໄວ້ໄດ້ສະເໜີໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ ເອົາໃຈໃສ່ບາງມາດຕະການເພີ່ມຕື່ມ ດັ່ງນີ້:
1). ມອບໃຫ້ອົງການປົກຄອງ ຜັນຂະຫຍາຍໂດຍການອອກນິຕິກຳໃຕ້ກົດໝາຍຂົງເຂດການເງິນສະເພາະ ເພື່ອເປັນເຄື່ອງມືໃນການຈັດເກັບລາຍຮັບໃຫ້ໄດ້ຕາມແຜນການ ພ້ອມທັງໂຄສະນາເຜີຍແຜ່ກົດໝາຍ ແລະ ນິຕິກໍາດັ່ງກ່າວຢ່າງກວ້າງຂວາງ ແລະ ຕໍ່ເນື່ອງ ເພື່ອໃຫ້ພະນັກງານ – ລັດຖະກອນ ແລະ ປະຊາຊົນ ຮັບຮູ້ ແລະ ເຂົ້າໃຈ.
2). ສະເໜີໃຫ້ຄົ້ນຄວ້າ ແລະ ອອກມາດຕະການທີ່ຊັດເຈນ ເພື່ອການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ແລະ ບັງຄັບໃຊ້ຢ່າງເຂັ້ມງວດ.
3). ສືບຕໍ່ເກັບກຳ ແລະ ເກັບກູ້ລາຍຮັບຊັບສິນທີ່ຖືກຮິບຈາກການຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ແລະ ຈັດຕັ້ງການປະມູນຂາຍ ເພື່ອນຳເງິນເຂົ້າງົບປະມານແຫ່ງລັດ ແລ້ວລາຍງານຕໍ່ສະພາປະຊາຊົນໃນກອງປະຊຸມສະໄໝສາມັນ ເທື່ອທີ 7, 8.
4). ສະເໜີໃຫ້ອົງການປົກຄອງປະສານສົມທົບກັບອົງການກວດສອບພາກກາງ 1 ແລະ ອົງການກວດກາລັດ ນະຄອນຫຼວງວຽງຈັນ ເພື່ອເກັບກູ້ລາຍຮັບທີ່ກວດສອບເຫັນ ເພີ່ມຈາກຜົນຂອງການກວດສອບ – ກວດກາ, ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2022 ເຂົ້າງົບປະມານແຫ່ງລັດ.
5). ສູ້ຊົນຈັດເກັບລາຍຮັບຈາກຖານລາຍຮັບທີ່ມີໃຫ້ຄົບຖ້ວນ, ຄົ້ນຄວ້າແຫຼ່ງລາຍຮັບໃໝ່, ແກ້ໄຂບັນຫາການຮົ່ວໄຫຼຂອງງົບປະມານ ແລະ ມີມາດຕະການລົງໂທດຕໍ່ຜູ້ກະທຳຜິດຢ່າງເດັດຂາດ ແລະ ເຂັ້ມງວດ.