ພະຍາດເລືອດຈາງ ເປັນບັນຫາສຸຂະພາບທີ່ຮຸນແຮງ ໂດຍສະເພາະເດັກນ້ອຍ, ແມ່ຍິງໄວຈະເລີນພັນ ເຊິ່ງອົງການອະນາໄມໂລກ ຄາດຄະເນ 37% ຂອງແມ່ຍິງຖືພາ, 30% ຂອງແມ່ຍິງອາຍຸ 15 – 49 ປີ ໃນທົ່ວໂລກເປັນພະຍາດເລືອດຈາງ, ດັ່ງນັ້ນ ສາທາລະນະສຸກ ຈຶ່ງເລັ່ງຫາທາງແກ້ໄຂ.
ກອງປະຊຸມ ເຜີຍແຜ່ຜົນການສໍາຫຼວດກັ່ນຕອງພາວະເລືອດຈາງໃນແມ່ຍິງ ແລະ ເດັກນ້ອຍໃນ ສປປ ລາວ ໄດ້ຈັດຂຶ້ນເມື່ອວັນທີ 5 ມິຖຸນາ 2024 ທີ່ສູນໂພຊະນາການ ກະຊວງສາທາລະນະສຸກ ພາຍໃຕ້ການເປັນປະທານຂອງ ທ່ານ ປອ. ດຣ. ເກດເກສອນ ພຣະສີສົມບັດ ຮອງຫົວໜ້າກົມອະນາໄມ ແລະ ສົ່ງເສີມສຸຂະພາບ; ມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງ ເຊັ່ນ: ກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ກົມປິ່ນປົວ, ສູນໂພຊະນາການ, ສູນສຸຂະພາບແມ່ ແລະ ເດັກ, ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ຄະນະແພດສາດ, ໂຮງໝໍສູນກາງ ແລະ ຕາງໜ້າຈາກຄູ່ຮ່ວມພັດທະນາ ແລະ ອົງການທີ່ບໍ່ຫວັງຜົນກຳໄລ.
ທີ່ປະຊຸມ ໄດ້ເຜີຍໃຫ້ຮູ້ວ່າ: ປັດຈຸບັນພະຍາດເລືອດຈາງ ເປັນບັນຫາສຸຂະພາບທາງສາທາລະນະສຸກ ທີ່ຮຸນແຮງຂອງໂລກ ໂດຍສະເພາະເດັກນ້ອຍ, ເດັກຍິງໄວໜຸ່ມ ແມ່ຍິງໄວຈະເລີນພັນ, ແມ່ຍິງຖືພາ ແລະ ຫຼັງເກີດລູກ.
ອົງການອະນາໄມໂລກ ( WHO ) ຄາດຄະເນວ່າ 40% ຂອງເດັກນ້ອຍອາຍຸ 6 – 59 ເດືອນ, 37% ຂອງແມ່ຍິງຖືພາ, 30% ຂອງແມ່ຍິງອາຍຸ 15 – 49 ປີ ໃນທົ່ວໂລກແມ່ນເປັນພະຍາດເລືອດຈາງ ແລະ ໃນປີ 2019 ສປປ ລາວ ກໍມີຂໍ້ມູນປະຊາກອນທີ່ເປັນພະຍາດເລືອດຈາງ; ໃນນັ້ນ 47% ຂອງແມ່ຍິງຖືພາ, 39,2% ແມ່ຍິງທີ່ບໍ່ໄດ້ຖືພາ, 19% ແມ່ຍິງໄວຈະເລີນພັນ ແລະ 43% ຂອງເດັກນ້ອຍ.
ພະຍາດເລືອດຈາງ ຫຼື ຄວາມເຂັ້ມຂຸ້ນຂອງຮີໂບໂກບິນ ( hemoglobin ) ທີ່ມີຢູ່ໃນທາດເຫຼັກຕໍ່າ ຈະສົ່ງຜົນກະທົບທາງລົບຕໍ່ການເຕີບໃຫຍ່, ພັດທະນາທາງປັນຍາ ແລະ ການເຄື່ອນໄຫວເຮັດໃຫ້ເກີດຄວາມເມື່ອຍລ້າ ແລະ ຄວາມເຂັ້ມຂຸ້ນຂອງຮີໂບໂກບິນ ( hemoglobin ) ຕໍ່າ ໃນລະຫວ່າງການຖືພາ ອາດສົ່ງຜົນກະທົບກັບແມ່ຍິງຖືພາ ພາໃຫ້ມີຄວາມສ່ຽງຕໍ່ແມ່ເພີ່ມຂຶ້ນ.
ປັດຈຸບັນຂໍ້ມູນ ແລະ ປັດໄຈທີ່ກ່ຽວກັບແມ່ຍິງຖືພາ ແລະ ເດັກນ້ອຍທີ່ເປັນພະຍາດເລືອດຈາງຢູ່ໃນລາວຍັງມີໜ້ອຍ; ລັດຖະບານລາວກໍມີເປົ້າໝາຍ ເພື່ອຫຼຸດຜ່ອນການເປັນພະຍາດເລືອດຈາງ ແລະ ຫຼຸດຜ່ອນອັດຕາການຕາຍຂອງແມ່ ແລະ ເດັກ. ປັດໄຈສ່ຽງຫຼັກໃນການເສຍຊີວິດຂອງແມ່ ຍ້ອນການຕົກເລືອດຫຼັງເກີດໃນແມ່ຍິງຖືພາທີ່ເປັນພະຍາດເລືອດຈາງ, ກະຊວງສາທາລະນະສຸກ ຈຶ່ງເຫັນເຖິງຄວາມສຳຄັນ ແລະ ຖືເປັນບຸລິມະສິດໃນການແກ້ໄຂບັນຫາພາວະເລືອດຈາງໃນແມ່ຍິງຖືພາ ແລະ ເດັກນ້ອຍ; ມີການຮ່ວມມືກັນລະຫວ່າງກົມອະນາໄມ ແລະ ສົ່ງເສີມສຸຂະພາບ, ສູນໂພຊະນາການ, ສູນສຸຂະພາບແມ່ ແລະ ເດັກ, ມະຫາວິທະຍາໄລ ວິທະຍາສາດສຸຂະພາບ, ຄະນະແພດສາດ, ໂຮງໝໍສູນກາງ ໃຫ້ມີການສຳຫຼວດສຶກສາຄົ້ນ ຄວ້າພາວະເລືອດຈາງ ດ້ວຍເຄື່ອງມືທີ່ທັນສະໄໝ ( Masimo ) ເພື່ອກໍານົດອັດຕາສ່ວນຂອງພະຍາດເລືອດຈາງໃນແມ່ຍິງຖືພາ ປຽບທຽບການກັ່ນກອງລະດັບ Hb ຈາກຕົວຢ່າງເລືອດລະຫວ່າງອຸປະກອນເຄື່ອງ Masimo ແລະ CBC ເພື່ອສໍາຫຼວດຄວາມເປັນໄປໄດ້ໃນການນໍາໃຊ້ເຄື່ອງ Masimo ເຂົ້າໃນການເກັບກໍາສໍາຫຼວດການກັ່ນຕອງພາວະເລືອດຈາງໃນແມ່ຍິງທົ່ວໄປ, ແມ່ຍິງຖືພາ ແລະ ເດັກນ້ອຍໃນຊຸມຊົນ ແລະ ໃນໂຮງໝໍສູນກາງ.
ການສຶກສາສຳຫຼວດກັ່ນຕອງດັ່ງກ່າວ ແມ່ນເພື່ອເຮັດໃຫ້ກະຊວງສາທາລະນະສຸກ ມີອີກໜຶ່ງແນວທາງເລືອກໃນການສຳຫຼວດ ແລະ ເກັບກໍາຂໍ້ມູນດ້ວຍເຄື່ອງ Masimo ເຄື່ອງມືທີ່ບໍ່ຈໍາເປັນລຸກລໍ້າໃນການເຈາະເລືອດ ( Non Invasive ) ໃຊ້ເວລາບໍ່ດົນໃນການປະເມີນຜົນ; ສາມາດຊ່ວຍໃນການກັ່ນຕອງໄດ້ໄວຂຶ້ນ ຮູ້ບັນຫາໄດ້ໄວກໍສາມາດແກ້ໄຂໄດ້ໄວ ແລະ ເຄື່ອງມືນີ້ຍັງໄດ້ຊ່ວຍປະຢັດຕົ້ນທຶນໃນການກັ່ນຕອງໄດ້ຫຼາຍເທົ່າ.
ພາຍຫຼັງການສໍາຫຼວດທາງກະຊວງສາທາລະນະສຸກ ກໍມີຈຸດປະສົງຈະດຳເນີນການສຳຫຼວດການກັ່ນຕອງພາວະເລືອດຈາງໃນລະດັບຊາດ ເພື່ອໃຫ້ທາງດ້ານວິຊາການມີຂໍ້ມູນເພີ່ມຕື່ມ ທີ່ຈະລາຍງານ ແລະ ຂຶ້ນນໍາສະເໜີລັດຖະບານໃນການປັບປຸງຂໍ້ກຳນົດນະໂຍບາຍໜຶ່ງໃນອີກທາງເລືອກຂອງການນຳໃຊ້ເຂົ້າໃນການສຳຫຼວດ ການກັ່ນຕອງພາວະເລືອດຈາງໃນບັນດາກຸ່ມເປົ້າໝາຍທົ່ວປະເທດ ເພື່ອແກ້ໄຂບັນຫາພາວະເລືອດຈາງໃນແມ່ຍິງຖືພາ ແລະ ເດັກນ້ອຍໃນ ສປປ ລາວ; ຫຼຸດຜ່ອນອັດຕາການຕາຍຂອງແມ່ ແລະ ເດັກ ເຮັດໃຫ້ເດັກນ້ອຍໄດ້ມີການເຕີບໃຫຍ່ ແລະ ພັດທະນາການທີ່ດີຂຶ້ນ.