ຄົນຈໍານວນຫຼາຍເຂົ້າໃຈວ່າ ນໍ້າຕານໃນໝາກໄມ້ນັ້ນເປັນນໍ້າຕານທີ່ດີ ບໍ່ກໍ່ອັນຕະລາຍໃດໆຕໍ່ຮ່າງກາຍ ທັງກັບຄົນປົກກະຕິ ແລະ ຄົນທີ່ເປັນເບົາຫວານ ເພາະເປັນສານຈາກທຳມະຊາດ, ແຕ່ນັ້ນເປັນຄວາມເຂົ້າໃຈທີ່ບໍ່ຖືກຕ້ອງ ເພາະນໍ້າຕານທີ່ພົບໃນໝາກໄມ້ນັ້ນມີດ້ວຍກັນເຖິງ 3 ຊະນິດ ຄື: ຟຣຸກໂຕສ, ຟຣຸກໂຕສ ແລະ ຊູໂກຣສ ແຕ່ລະຊະນິດໃຫ້ຄຸນປະໂຫຍດແຕກຕ່າງກັນ ໂດຍ ຟຣຸກໂຕສ ແມ່ນນໍ້າຕານທີ່ຮ່າງກາຍສາມາດດູດຊຶມໄດ້ໂດຍບໍ່ຕ້ອງໃຊ້ຮໍໂມນອິນຊູລິນຊ່ວຍ ດັ່ງນັ້ນ ຜູ້ທີ່ສ່ຽງ ຫຼື ປ່ວຍເປັນພະຍາດເບົາຫວານ ຈຶ່ງສາມາດບໍລິໂພກນໍ້າຕານຊະນິດນີ້ໄດ້ໃນປະລິມານທີ່ສົມຄວນໂດຍບໍ່ກໍ່ໃຫ້ເກີດຜົນຂ້າງຄຽງ. ສ່ວນນໍ້າຕານຟຣຸກໂຕສ ແລະ ຊູໂກຣສ ແມ່ນນໍ້າຕານທີ່ຕ້ອງໃຊ້ຮໍໂມນອິນຊູລິນໃນການດູດຊຶມ ຈຶ່ງເປັນນໍ້າຕານທີ່ຜູ້ສ່ຽງ ຫຼື ປ່ວຍເປັນພະຍາດເບົາຫວານຕ້ອງຫຼີກເວັ້ນ. ດັ່ງນັ້ນ ເຮົາຈຶ່ງຄວນເລືອກກິນໝາກໄມ້ຢ່າງລະມັດລະວັງ ເພາະກິນຫຼາຍເກີນໄປອາດເຮັດໃຫ້ຮ່າງກາຍໄດ້ຮັບນໍ້າຕານຫຼາຍເກີນພໍດີ ໂດຍສະເພາະຢ່າງຍິ່ງໃນກຸ່ມຄົນປ່ວຍ ຫຼື ຜູ້ທີ່ມີຄວາມສ່ຽງຕໍ່ພະຍາດເບົາຫວານ ດັ່ງນັ້ນຈຶ່ງແນະນໍາ 4 ຫຼັກໃນການກິນໝາກໄມ້ເພື່ອບໍ່ໃຫ້ສ່ຽງເປັນເບົາຫວານ
- ຫວານໜ້ອຍບໍ່ໄດ້ດີສະເໝີໄປ ຫຼາຍຄົນມີຫຼັກການພື້ນຖານໃນການເລືອກບໍລິໂພກໝາກໄມ້ວ່າໃຫ້ເລືອກບໍລິໂພກໝາກໄມ້ຊະນິດທີ່ຫວານໜ້ອຍເປັນຫຼັກແຕ່ບໍ່ແມ່ນໃນທຸກກໍລະນີ ເພາະໝາກໄມ້ບາງປະເພດ ເຖິງວ່າຈະມີລົດຊາດຫວານໜ້ອຍໆ ແຕ່ກໍມີສ່ວນປະກອບຂອງນໍ້າງຕານຟຣຸກໂຕສ ແລະ ຊູໂກຣສ ໃນອັດຕາສ່ວນອ່າວຫຼາຍ ຫາກບໍລິໂພກໂດຍບໍ່ລະມັດລະວັງ ຜູ້ທີ່ມີຄວາມສ່ຽງ ຫຼື ເປັນພະຍາດເບົາຫວານອາດເກີດອັນຕະລາຍໄດ້ ເຊັ່ນ: ໝາກມັງກອນ, ໝາກກ້ວຍຫອມ, ສາລີເຫຼືອງຕົ້ມ, ໝາກລະກຳ, ໝາກສາລະ, ໝາກທໍ້, ໝາກນັດ ເປັນຕົ້ນ
2.ໝາກໄມ້ອົບແຫ້ງກໍຕ້ອງລະວັງ ເພາະໝາກໄມ້ອົບແຫ້ງເຖິງວ່າຈະເປັນຊະນິດທີ່ບໍ່ໄດ້ຜ່ານຂະບວນການຕື່ມນໍ້າຕານໃສ່ ເຊັ່ນ: ການເອົາໄປດອງ, ກວນ ຫຼື ໂຮຍເກືອແຈ່ວ ກໍຕ້ອງບໍລິໂພກແຕ່ພໍດີ ເນື່ອງຈາກສ່ວນທີ່ເປັນນໍ້າໄດ້ລະເຫີຍອອກໄປຫຼາຍ ຈຶ່ງເຮັດໃຫ້ມີນໍ້າໜັກເບົາລົງ ເຊິ່ງອາດເຮັດໃຫ້ບໍລິໂພກໄດ້ຫລາຍກວ່າຂະນະທີ່ເປັນໝາກໄມ້ສົດ ເພາະອີ່ມຊ້າກວ່າ. ໃນຂະນະທີ່ປະລິມານນໍ້າຕານມີເທົ່າໆກັນ
- ໝາກໄມ້ສົດດີທີ່ສຸດ ຄຳແນະນຳໃຫ້ບໍລິໂພກໝາກໄມ້ສະໝໍ່າສະເໝີເປັນປະຈຳນັ້ນ ເນັ້ນໄປໃສ່ໝາກໄມ້ສົດເທົ່ານັ້ນ ແລະ ບໍ່ອາດທົດແທນໄດ້ດ້ວຍໝາກໄມ້ແປຮູບ ເພາະວິຕາມິນ ແລະ ສານທີ່ມີຄຸນຄ່າໃນໝາກໄມ້ຈະສູນເສຍໄປຕາມອາຍຸ ແລະ ການໄດ້ຮັບ ຄວາມຮ້ອນ ທັງນີ້ໃນໝາກໄມ້ແປຮູບ ແລະ ນໍ້າໝາກໄມ້ແປຮູບຍັງມີການໃສ່ນໍ້າຕານຈຳນວນຫລາຍເພື່ອປຸງແຕ່ງໃຫ້ລົດຊາດຫວານຊວນໃຫ້ບໍລິໂພກ ແລະ ອາດລວມເຖິງສານເຄມີຕ່າງໆນຳອີກ
- ກິນຜັກໃຫ້ຫຼາຍກວ່າໝາກໄມ້ ໃນການປະຕິບັດຕາມຂໍ້ແນະນຳໃຫ້ບໍລິໂພກຜັກໝາກໄມ້ມື້ລະ 400 ກຣາມ ເພື່ອສ້າງເສີມສຸຂະພາບ ແລະ ຫ່າງໄກຈາກຄວາມເຈັບໄຂ້ໄດ້ປ່ວຍ ຄວນເລືອກບໍລິໂພກຜັກກ່ອນເປັນອັນດັບທຳອິດ ແລະ ໝາກໄມ້ເປັນສ່ວນເສີມ ເພື່ອໃຫ້ໝັ້ນໃຈວ່າຈະບໍ່ກາຍເປັນການໜີເສືອໄປພໍ້ແຂ້ ຈາກການໄດ້ຮັບນໍ້າຕານຈາກໝາກໄມ້ລົ້ນເກີນ ຈົນກາຍເປັນການເລັ່ງໃຫ້ເກີດພະຍາດອື່ນໆຕາມມາ.
[ ຂໍມູນຈາກ: Nature ]