ລາຄາຄຳໃນຕະຫຼາດໂລກປັບຂຶ້ນ1,20% ຂານຮັບຄາດຄະເນວ່າເຟດຈະປັບຫຼຸດອັດຕາດອກເບ້ຍ ຫຼັງຈາກການຈ້າງງານພາກເອກະຊົນ ຂອງສະຫະລັດອາເມຣິກາໃນເດືອນພຶດສະພາ ເພີ່ມຂຶ້ນພຽງ152.000ຕໍາແໜ່ງ ເຊິ່ງຕໍ່າສຸດໃນຮອບ 3 ເດືອນ.
ສັນຍາຄຳຕະຫຼາດນິວຢອກປິດຕະຫຼາດໃນວັນທີ 5 ມິຖຸນາ ສົ່ງມອບເດືອນສິງຫາ ເພີ່ມຂຶ້ນ28,10ໂດລາສະຫະລັດ ຫລື 1,20% ປິດທີ່2.375,50ໂດລາສະຫະລັດຕໍ່ອອນ ຫຼັງຈາກທີ່ສະຫະລັດເປີດເຜີຍຂໍ້ມູນແຮງງານທີ່ອ່ອນແອລົງເຊິ່ງເຮັດໃຫ້ນັກລົງທຶນມີຄວາມຫວັງວ່າເຟດຈະເລີ່ມພິຈາລະນາປັບຫຼຸດອັດຕາດອກເບ້ຍ.
ຫຼ້າສຸດ FedWatch Tool ຂອງ CME Group ບົງຊີ້ວ່ານັກລົງທຶນໃຫ້ນໍ້າໜັກ 69% ທີ່ເຟດຈະປັບຫຼຸດອັດຕາດອກເບ້ຍໃນການປະຊຸມເດືອນກັນຍາ ເຊິ່ງເພີ່ມຂຶ້ນຈາກລະດັບ50% ໃນການສຳຫຼວດໃນອາທິດຜ່ານມາ.
ການຈ້າງງານຂອງພາກເອກະຊົນສະຫະລັດອາເມຣິກາທີ່ເພີ່ມຂຶ້ນພຽງ 152.000 ຕໍາແໜ່ງ ໃນເດືອນພຶດສະພາ ເຊິ່ງເປັນລະດັບຕໍ່າສຸດ ນັບແຕ່ເດືອນກຸມພາ ແລະ ຕໍ່າ ກວ່າໂຕເລກຂອງນັກວິເຄາະທີ່ລະດັບ 175.000 ຕໍາແໜ່ງ ຫຼັງເພີ່ມຂຶ້ນ 188.000 ຕຳແໜ່ງໃນເດືອນເມສາ.
ນັກລົງທຶນຍັງຖ້າຕິດຕາມການເປີດເຜີຍຕົວເລກຈ້າງງານນອກພາກກະສິກຳ ປະຈຳເດືອນພຶດສະພາຂອງສະຫະລັດໃນວັນສຸກນີ້ ເພື່ອຫາສັນຍານທີ່ຊັດເຈນກ່ຽວກັບໄລຍະເວລາປັບຫຼຸດອັດຕາດອກເບ້ຍຂອງເຟດ ເຊິ່ງນັກວິເຄາະຄາດວ່າຈະເພີ່ມຂຶ້ນ185.000 ຕຳແໜ່ງໃນເດືອນພຶດສະພາ ຈາກລະດັບ 175.000 ຕຳແໜ່ງໃນເດືອນເມສາ.