ອິນເດຍ ໃກ້ຂຶ້ນເປັນສູນດາຕາສຳຄັນຂອງອາຊີ ແຊງຍີ່ປຸ່ນ ແລະ ສິງກະໂປ ຫຼັງກຸ່ມບໍລິສັດເຕັກໂນໂລຊີ ເລັ່ງລົງທຶນມະຫາສານ

0
473

ປະເທດອິນເດຍ ໃກ້ແຊງໜ້າຍີ່ປຸ່ນ ແລະ ສິງກະໂປ ໃນດ້ານການລົງທຶນສູນດາຕາ ຫລື DATA Center ເພາະບໍລິສັດເຕັກໂນໂລຊີ ລາຍໃຫຍ່ຂອງໂລກ ແລະ ກຸ່ມບໍລິສັດລາຍໃຫຍ່ໃນປະເທດ ທີ່ຕ້ອງການລົງທຶນໃນອິນເດຍມູນຄ່າມະຫາສານ.

ຕາມການລາຍງານຂອງອຸດສາຫະກຳສູນດາຕາສະບັບໃໝ່ລະບຸວ່າ: ອິນເດຍ ກຳລັງຈະແຊງໜ້າຍີ່ປຸ່ນ ແລະ ສິງກະໂປ ໃນດ້ານການລົງທຶນສູນດາຕາ ເພາະໄດ້ແຮງຂັບເຄື່ອນມາຈາກການເຮັດສັນຍາລົງທຶນຄັ້ງໃຫຍ່ຈາກບໍລິສັດເທັກໂນໂລຊີລະດັບໂລກຢ່າງອາເມຊອນ ແລະ ກຸ່ມບໍລິສັດໃນປະເທດເຊັ່ນReliance Industries.

ນັກວິເຄາະເຜີຍວ່າການເຕີບໂຕຂອງສູນດາຕາໃນອິນເດຍ ເປັນສິ່ງທີ່ຫຼີກລ່ຽງບໍ່ໄດ້ ເພາະຈຳນວນປະຊາກອນທີ່ໃຊ້ອິນເຕີເນັດ ຊຸກຍູ້ໃຫ້ການໃຊ້ຈ່າຍທາງອິນເຕີເນັດເພີ່ມຂຶ້ນ ທັງການໃຊ້ຈ່າຍໄປກັບທຸລະກິດອີຄອມເມີດ ແລະ ບໍລິການທາງດີຈີຕອນອື່ນໆ ແລະ ບໍລິສັດເຕັກໂນໂລຊີຫຼາຍແຫ່ງຕ່າງເຂົ້າໄປຕັ້ງສຳນັກງານໃນອິນເດຍ.

ຜົນການສຶກສາຂອງCBRE ບໍລິສັດອະສັງຫາລະມະຊັບ ແລະ ການລົງທຶນໃນສະຫະລັດລະບຸວ່າ: ອິນເດຍວາງແຜນຂະຫຍາຍສູນດາຕາເພີ່ມ850ເມກາວັດພາຍໃນປີ 2026 ເຊິ່ງເພີ່ມຂຶ້ນເກືອບ2 ເທົ່າຈາກສູນດາຕາປະມານ950ເມກາວັດທີ່ວາງແຜນໄວ້ພາຍໃນປີນີ້.

ການຂະຫຍາຍກຳລັງການຜະລິດສູນດາຕາດັ່ງກ່າວ ອາດເຮັດໃຫ້ອິນເດຍ ແຊງໜ້າຄູ່ແຂ່ງໃນອາຊີຢ່າງສ.ເກົາຫຼີ ທີ່ຕັ້ງເປົ້າຂະຫຍາຍສູນດາຕາເພີ່ມ495ເມກາວັດ ພາຍໃນປີ2026 ທັງຍັງແຊງຍີ່ປຸ່ນທີ່ຕັ້ງເປົ້າເພີ່ມກຳລັງການຜະລິດ407ເມກາວັດ(ຫາກບໍ່ນັບລວມຜູ້ນຳອຸດສາຫະກຳນີ້ຢ່າງປະເທດຈີນ)

LEAVE A REPLY

Please enter your comment!
Please enter your name here