ສະມາຄົມຂົນສົ່ງທາງອາກາດລະຫວ່າງປະເທດ (IATA) ຄາດວ່າອຸດສາຫະກຳການບິນທົ່ວໂລກປີນີ້ ສົດໃສ ໂດຍຈະສາມາດສ້າງກຳໄລຂຶ້ນສູ່ລະດັບ 30 ຕື້ໂດລາສະຫະລັດ ຫຼື ເພີ່ມຂຶ້ນຈາກ 27,4ຕື້ໂດລາໃນປີຜ່ານມາ ເນື່ອງຈາກລາຄາປີ້ໂດຍສານທີ່ແພງຂຶ້ນ ແລະ ຄວາມຕ້ອງການເດີນທາງເພີ່ມຂຶ້ນຢ່າງຕໍ່ເນື່ອງຫຼັງການລະບາດພະຍາດໂຄວິດ-19.
ໂຕເລກຄາດຄະເນຫຼ້າສຸດ ຖືເປັນການປັບຂຶ້ນຈາກຄາດການເດີມເມື່ອເດືອນທັນວາທີ່ຜ່ານມາ ເຊິ່ງ IATA ປະເມີນໄວ້ທີ່ 25,7ຕື້ໂດລາສະຫະລັດ ສະທ້ອນໃຫ້ເຫັນເຖິງທິດທາງທີ່ສົດໃສຂອງອຸດສາຫະກຳການບິນໂລກໃນປີນີ້.
ຢ່າງໃດກໍຕາມ IATA ເຕືອນວ່າເຖິງກຳໄລຈະສູງຂຶ້ນແຕ່ສາຍການບິນຕ່າງໆ ກໍມີຄ່າໃຊ້ຈ່າຍທີ່ສູງຂຶ້ນ ເຊິ່ງເປັນຕົວສະກັດການສ້າງກຳໄລຕໍ່ຜູ້ໂດຍສານໃຫ້ຢູ່ທີ່ສະເລ່ຍພຽງ6,14ໂດລາສະຫະລັດຕໍ່ຜູ້ໂດຍສານ 1 ຄົນ.
ຫາກແບ່ງເປັນຂົງເຂດແລ້ວ IATA ຄາດການວ່າຕະຫຼາດອາເມຣິກາເໜືອ ສາມາດສ້າງກຳໄລໄດ້ຫຼາຍສຸດທີ່ 14,8 ຕື້ໂດລາສະຫະລັດ ຮອງມາແມ່ນຕະຫຼາດເອີຣົບ 9 ຕື້ໂດລາສະຫະລັດ ແລະ ຕາເວັນອອກກາງ 3,8 ຕື້ໂດລາສະຫະລັດ.
ທັງນີ້ໃນໄລຍະການລະບາດຂອງໂຄວິດ-19 (ລະຫວ່າງປີ 2020-2022) ສາຍການບິນທົ່ວໂລກຂາດທຶນ 183ຕື້ກວ່າໂດລາສະຫະລັດ.