ແຂວງຊຽງຂວາງ ປຸກລະດົມ ການປະຕິບັດພັນທະເສຍພາສີ – ອາກອນ

0
828

ໃນຕອນເຊົ້າວັນທີ 4 ມີຖຸນາ 2024 ທີ່ຫ້ອງວ່າການແຂວງ ຊຽງຂວາງ, ສູນກາງແນວລາວສ້າງຊາດ ຮ່ວມກັບ ແນວລາວສ້າງຊາດແຂວງ, ພະແນກການເງິນແຂວງ ຈັດກອງປະຊຸມເຜີຍແຜ່ປື້ນຄູມືໂຄສະນາປຸກລະດົມການປະຕິບັດພັນທະເສຍພາສີ ແລະ ອາກອນໃຫ້ລັດ ໂດຍການເປັນປະທານຮ່ວມຂອງທ່ານ ເຍ່ຍເກີຍ່າ ໜໍ່ຈໍ່ຈົງຕົວ ຮອງປະທານສູນກາງແນວລາວສ້າງຊາດ ແລະ ທ່ານ ນາງ ບົວສີ ນາຖາວົງ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ ເຂົ້າຮ່ວມມີ ຄະນະປະທານແນວລາວສ້າງຊາດ ແຂວງ, ບັນດາພະແນກການອ້ອມຂ້າງແຂວງ, ບັນດາຫົວ ໜ່ວຍທຸລະກິດ, ຜູ້ປະກອບການ ຕະຫຼອດຮອດຄະນະກຳມະການແນວລາວສ້າງຊາດແຂວງເຂົ້າຮ່ວມ.

ໃນພິທີປະທານແນວລາວສ້າງຊາດແຂວງຊຽງຂວາງ ໄດ້ມີຄຳເຫັນກ່າວເປີດກອງປະຊຸມ ເຊິ່ງທ່ານໄດ້ຍົກໃຫ້ເຫັນ ຄວາມໝາຍຄວາມສຳຄັນຂອງການປະຕິບັດພັນທະເສຍພາສີ-ອາກອນໃຫ້ລັດ ກໍຄືການປະຕິບັດ 2 ວາລະແຫ່ງຊາດ ໃນການແກ້ໄຂຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ ການເງິນເຂົ້າສູ່ວຽກຕົວຈິງຢ່າງເລິກເຊິ່ງ.
ກອງປະຊຸມຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ 3 ເອກະສານສໍາຄັນຄື: ປະເທດລາວຄົນລາວເປັນເຈົ້າຂອງ; ຄວາມຮູ້ພື້ນຖານກ່ຽວກັບວຽກງານພາສີ ແລະ ອາກອນ, ຈຸດປະສົງໂຄສະນາ, ຊຸກຍູ້, ປຸກລະດົມຂົນຂວາຍ ນັກທຸລະກິດ, ພໍ່ແມ່ປະຊາຊົນລາວບັນດາເຜົ່າ, ຊາວຄ້າ – ຂາຍ ແລະ ຜູ້ປະກອບການຄັ້ງນີ້ ແມ່ນເພື່ອໃຫ້ມີຄວາມຕື່ນຕົວປະຕິ ບັດພັນທະເສຍພາສີ ແລະ ອາກອນໃຫ້ລັດຢ່າງຄົບຖ້ວນ ຕາມລະບຽບກົດໝາຍວາງອອກ.


ໃນຕອນທ້າຍ, ທ່ານ ເຍ່ຍເກີຍ່າ ໜໍ່ຈໍ່ຈົງຕົວ ໄດ້ມີຄໍາເຫັນຕໍ່ທີ່ປະຊຸມວ່າ: ການເສຍພັນທະພາສີ-ອາກອນໃຫ້ລັດແມ່ນພັນທະຂອງຜົນລະເມືອງລາວທຸກຄົນທີ່ສະແດງເຖິງນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ. ສະນັ້ນ, ປະຊາຊົນລາວບັນດາເຜົ່າໃນຂອບເຂດທົ່ວປະເທດ ຕ້ອງມີພັນທະປະກອບສ່ວນເສຍພາສີ-ອາກອນປະເພດຕ່າງໆຢ່າງຄົບຖ້ວນໃຫ້ລັດຕາມລະບຽບກົດໝາຍ.
ພາຍຫຼັງສໍາເລັດການເຜີຍແຜ່ຄັ້ງນີ້ແລ້ວ, ແນວລາວສ້າງຊາດແຂວງ ປະສານສົມທົບກັບ ພະແນກການເງິນແຂວງ, ພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ເຜີຍແຜ່ໃຫ້ບັນດາເມືອງ ເພື່ອຜັນຂະຫຍາຍໃຫ້ພໍ່ແມ່ປະຊາຊົນລາວບັນດາເຜົ່າ, ນັກທຸລະກິດ, ຊາວຄ້າ-ຂາຍ ໃຫ້ມີ ຄວາມເຂົ້າໃຈ ແລະ ເປັນເອກະພາບຕໍ່ການເສຍພາສີ-ອາກອນໃຫ້ລັດ.

ພ້ອມກັນນີ້, ທ່ານຍັງຮຽກຮ້ອງໃຫ້ນັກທຸລະກິດ, ຜູ້ປະກອບການ, ພໍ່ແມ່ຊາວຄ້າ-ຂາຍ, ກໍາມະການແນວລາວສ້າງຊາດແຂວງຈົ່ງໃຫ້ຄວາມຮ່ວມມື ແລະ ຊ່ວຍເປັນກະບອກສຽງປຸກລະດົມປະຊາຊົນລາວບັນດາເຜົ່າ, ຫົວໜ່ວຍທຸລະກິດປະເພດຕ່າງໆ ແລະ ຜູ້ປະກອບການຈົ່ງ ພ້ອມກັນຈັດຕັ້ງປະຕິບັດວຽກງານດັ່ງກ່າວໃຫ້ບັນບຸຕາມລະດັບຄາດໝາຍທີ່ວາງໄວ້.
ຫຼັງຈາກນັ້ນ, ຄະນະໄດ້ໄປຢ້ຽມຢາມພົບປະບໍລິສັດ ພັດທະນາກະສິກຳ ລາວ – ຍີ່ປຸ່ນ ຈໍາກັດ ເພື່ອເປັນການຊຸກຍູ້, ແລກປ່ຽນວຽກງານດ້ານການປະຕິບັດພັນທະເສຍພາສີ-ອາກອນໃຫ້ລັດ ແນໃສ່ເຮັດໃຫ້ດ້ານເສດຖະກິດ ການເງິນ ຂອງລັດນັບມືແຂງແຮງຂຶ້ນໄປເລື່ອຍໆ.
[ ຮູບ – ຂ່າວ: ເບ່ຕ່າ
ໄຊປັນຍາ ]

LEAVE A REPLY

Please enter your comment!
Please enter your name here