ຂ່າວຕ່າງປະເທດລາຍງານ ທ້າຍອາທິດຜ່ານມາ, ກະຊວງການຄ້າຂອງມຽນມາ ລາຍງານວ່າ: ມຽນມາ ສ້າງລາຍໄດ້ຈາກການສົ່ງອອກສິນຄ້າຈາກການຜະລິດ (manufactured goods) ລະຫວ່າງວັນທີ 1 ເມສາ ຫາ 24 ພຶດສະພາ ຂອງປີງົບປະມານ 2024 – 2025 ທັງໝົດ 976 ລ້ານໂດລາ.
ກະຊວງການຄ້າ ເປີດເຜີຍວ່າ: ການສົ່ງອອກສິນຄ້າຈາກການຜະລິດໃນໄລຍະດັ່ງກ່າວ ມາຈາກພາກລັດ 442 ລ້ານໂດລາ ແລະ ພາກເອກະຊົນ 525 ລ້ານໂດລາ.
ເຖິງຢ່າງໃດກໍຕາມ, ການສົ່ງອອກສິນຄ້າດັ່ງກ່າວຫຼຸດລົງເມື່ອທຽບກັບໂຕເລກ 1,1 ຕື້ໂດລາ ໃນໄລຍະເວລາດຽວກັນຂອງປີງົບປະມານກ່ອນໜ້ານີ້.
ຂໍ້ມູນຈາກກະຊວງການຄ້າ ເປີດເຜີຍມູນຄ່າການສົ່ງອອກຂອງມຽນມາໃນໄລຍະເວລາດັ່ງກ່າວ ມີທັງໝົດ 1,9 ຕື້ໂດລາ ໂດຍສິນຄ້າສົ່ງອອກຫຼັກຂອງມຽນມາ ໄດ້ແກ່ສິນຄ້າກະສິກຳ, ຜະລິດຕະພັນຈາກສັດ, ການປະມົງ, ແຮ່ທາດ, ຜະລິດຕະພັນຈາກປ່າ ແລະ ສິນຄ້າຈາກການຜະລິດ.