VinFast ຂອງຫວຽດນາມ ຕິດໜຶ່ງໃນ 100 ບໍລິສັດ ທີ່ມີອິດທິພົນຊື່ສຽງທີ່ສຸດໃນໂລກ

05 Jun 2024

ຄລິກແຊຣ໌ 0 Facebook WhatsApp

ວິທະຍຸກະຈາຍສຽງຫວຽດນາມ ລາຍງານວ່າ: ວາລະສານ TIME ທີ່ມີຊື່ສຽງຂອງ ອາເມຣິກາ ໄດ້ປະກາດບັນຊີລາຍຊື່ 100 ບໍລິສັດ ທີ່ມີອິດທິພົນຊື່ສຽງທີ່ສຸດຂອງໂລກໃນປີ 2024 ໂດຍມີບໍລິສັດ VinFast ຜູ້ຜະລິດລົດໄຟຟ້າ ຫວຽດນາມ ຕິດຢູ່ໃນບັນຊີດັ່ງກ່າວ.

ວາລະສານ TIME ຊີ້ໃຫ້ເຫັນບັນດາປັດໄຈ ທີ່ ບໍລິສັດ VinFast ໄດ້ສ້າງຄວາມປະທັບໃຈຄືຮຸ້ນຂອງບໍລິສັດ ເພີ່ມຂຶ້ນ 700% ພາຍຫຼັງ 2 ອາທິດໄດ້ຕິດປະກາດຢູ່ຕະຫຼາດຫຼັກຊັບ ນິວຢອກສະຫລັດອາເມຣິກາ, ບໍລິສັດທີ່ມີຮູບແບບດຳເນີນທຸລະກິດທີ່ເປັນເອກະລັກສະເພາະທີ່ສຸດໃນການຂາຍລົດໄຟຟ້າ ແຕ່ໃຫ້ເຊົ່າແບັດເຕີລີ ແລະ ມີແຜນການທີ່ຊັດເຈນໃນການເພີ່ມຈຳນວນລົດທີ່ສົ່ງມອບເປັນ 3 ເທົ່າ ພາຍໃນປີ 2024.

ວາລະສານສະບັບນີ້ ຍັງໃຫ້ຮູ້ວ່າ: ທ່ານ ຟ້າມ ເຍິດ ເວືອງ ຜູ້ກໍ່ຕັ້ງ ແລະ ຜູ້ບໍລິຫານຂອງບໍລິສັດ VinFast, ໄດ້ສະແດງຄວາມມຸ່ງໝັ້ນວ່າໃນປີໜ້າ ບໍລິສັດຈະບຸກທະລຸ ແລະ ໃຫ້ຄຳໝັ້ນສັນຍາຈະປະກອບສ່ວນຊັບສິນຂອງຕົນເອງຕື່ມອີກ 1 ຕື້ໂດລາ ໃຫ້ກັບບໍລິສັດນີ້.

TIME ຍັງໃຫ້ຮູ້ວ່າ: VinFast ໄດ້ເປີດໂຮງງານຢູ່ໃນອາເມຣິກາ, ອິນໂດເນເຊຍ ແລະ ອິນເດຍ ນອກຈາກໂຮງງານຫຼັກ ທີ່ຕັ້ງຢູ່ ຫາຍຟອງ ( ຫວຽດນາມ ).

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ