ລາຄາຄຳຟິວເຈີ ປັບຂຶ້ນ 23,5 ໂດລາ

05 Jun 2024

ຄລິກແຊຣ໌ 0 Facebook WhatsApp

ສັນຍາລາຄາຄຳຟິວເຈີ ຕະຫຼາດໂຄແມັກ COMEX (Commodity Exchange) ສະຫະລັດອາເມຣິກາ ງວດສົ່ງມອບເດືອນມິຖຸນາ ປິດຕະຫຼາດໃນວັນຈັນທີ 3 ມິຖຸນາປັບຂຶ້ນ23,50ໂດລາ ປິດທີ່2.369,30ໂດລາສະຫະລັດຕໍ່ອອນ ໂດຍນັກລົງທຶນກຳລັງລໍຖ້າຕິດຕາມຂໍ້ມູນເສດຖະກິດຂອງສະຫະລັດໃນອາທິດນີ້.

ສຳນັກຂ່າວຕ່າງປະເທດລາຍງານວ່າ: ສະຫະລັດອາເມຣິກາ ຈະມີການລາຍງານຂໍ້ມູນເສດຖະກິດສຳຄັນຕະຫຼອດອາທິດນີ້ ສົ່ງຜົນໃຫ້ນັກລົງທຶນໃນຕະຫຼາດຄຳຟິວເຈີ ຊະລໍການລົງທຶນໂດຍຖ້າເບິ່ງຂໍ້ມູນເຫລົ່ານີ້ຈະຢັ້ງຢືນວ່າເສດຖະກິດສະຫະລັດຈະເກີດພາວະຊະລໍຕົວ ຫຼື ບໍ່.

ສຳລັບຂໍ້ມູນເສດຖະກິດທີ່ນັກລົງທຶນລໍຖ້າເບິ່ງນັ້ນ ໄດ້ແກ່ດັດຊະນີພາກການຜະລິດເດືອນພຶດສະພາ ຈາກສະຖາບັນຈັດການດ້ານອຸປະທານຂອງສະຫະລັດອາເມຣິກາ (ISM), ຈາກນັ້ນຍັງມີຕົວເລກການຈ້າງງານພາກເອກະຊົນເດືອນພຶດສະພາ ແລະ ຕົວເລກຈ້າງງານນອກພາກການກະສິກໍາ.

ນັກວິເຄາະຄາດຄະເນວ່າຂໍ້ມູນເສດຖະກິດສະຫະລັດອາເມຣິກາ ໜ້າຈະຊະລໍຕົວລົງ ເຊິ່ງຈະເປີດທາງໃຫ້ທະນາຄານກາງສະຫະລັດ ຫລື ເຟດ ປັບຫຼຸດອັດຕາດອກເບ້ຍໄດ້ໃນປີນີ້ ແລະ ໜ້າຈະສົ່ງຜົນໃຫ້ຄຳປັບຕົວຂຶ້ນໃນອະນາຄົດ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ