ເຮືອບິນ ARJ21 ທີ່ຊຳລະດ້ວຍເງິນຢວນເປັນຄັ້ງທຳອິດ ໄດ້ເດີນທາງເຖິງອິນໂດເນເຊຍ

0
418

ເຮືອບິນອາຍພົ່ນ ARJ21 ທີ່ຈີນພັດທະນາແລະຜະລິດເອງລຳທີ 3 ທີ່ກຸ່ມບໍລິສັດໃຫ້ເຊົ່າເຮືອບິນຈີນຫຸ້ນສ່ວນຈຳກັດ ຫຼື CALC ສົ່ງມອບໃຫ້ບໍລິສັດການບິນ TransNusa ອິນໂດເນເຊຍ ໄດ້ເດີນທາງເຖິງນະຄອນຫຼວງຈາກາຕາໃນຍາມຄ້າຍຄ່ຳວັນທີ 31 ພຶດສະພາຜ່ານມາ. ນີ້ເປັນການຊຳລະຂ້າມຊາດດ້ວຍເງິນຢວນເປັນຄັ້ງທຳອິດສຳລັບການສົ່ງອອກເຮືອບິນທີ່ຈີນພັດທະນາແລະຜະລິດເອງ.

ບໍລິສັດ CALC ແນະນຳໃຫ້ຮູ້ວ່າ: ເຮືອບິນລຳດັ່ງກ່າວແມ່ນມອບໃຫ້ບໍລິສັດການບິນ TransNusa ດ້ວຍການສົ່ງອອກໃນຮູບແບບໃຫ້ເຊົ່າ. ໃນໂຄງການດັ່ງກ່າວ ບໍລິສັດ CALC ໄດ້ຊຳລະດ້ວຍເງິນຢວນໝົດໃນການຊື້ເຮືອບິນ ແລະ ການໃຫ້ເຊົ່າເຮືອບິນ, ສ່ວນການຊຳລະຄ່າເຊົ່າແມ່ນໃຫ້ສະຖາບັນການເງິນພາຍໃນ ແລະ ຕ່າງປະເທດຊຳລະບັນຊີຂ້າມຊາດ.

ເດືອນເມສາປີ 2023 ຜ່ານມາ ເຮືອບິນ ARJ21 ໄດ້ຖືກຈັດເຂົ້າໃນກອງເຮືອບິນຂອງບໍລິສັດການບິນ Trans Nusa ອິນໂດເນເຊຍ ແລະ ເລີ່ມໃຫ້ບໍລິການການບິນທາງທຸຸລະກິດຢ່າງເປັນທາງການ.

ມາຮອດປັດຈຸບັນ ເຮືອບິນ ARJ21 ໄດ້ດຳເນີນງານເປັນຢ່າງດີຢູ່ອິນໂດເນເຊຍມາເປັນເວລາໜຶ່ງປີແລ້ວ.

LEAVE A REPLY

Please enter your comment!
Please enter your name here