ໂອເປັກ ຂະຫຍາຍເວລາ ຫຼຸດກຳລັງການຜະລິດນໍ້າມັນ

03 Jun 2024

ຄລິກແຊຣ໌ 0 Facebook WhatsApp

ກອງປະຊຸມກຸ່ມປະເທດຜູ້ຜະລິດນໍ້າມັນ ແລະ ພັນທະມິດ ຫລື ໂອເປັກບວກ ມີມະຕິຂະຫຍາຍເວລາຫຼຸດກຳລັງການຜະລິດນໍ້າມັນ ໄປຈົນເຖິງປີ 2025 ໂດຍຫຼຸດການຜະລິດນໍ້າມັນວັນລະ 5,86ລ້ານເບາເຣລ ແຕ່ລາຄານໍ້າມັນດິບຍັງຫຼຸດລົງຕໍ່ເນື່ອງ.

ສຳນັກຂ່າວຕ່າງປະເທດລາຍງານວ່າ:ທີ່ປະຊຸມກຸ່ມປະເທດຜູ້ຜະລິດນໍ້າມັນ ແລະ ພັນທະມິດ ຫລື ໂອເປັກບວກ (Opec+)  ເຊິ່ງລວມເຖິງຣັດເຊຍ ມີມະຕິຂະຫຍາຍເວລາຫຼຸດການຜະລິດນໍ້າມັນໄປຈົນເຖິງປີໜ້າ ສົ່ງຜົນໃຫ້ກຸ່ມໂອເປັກບວກ ຫລຸດການຜະລິດນໍ້າມັນລົງທັງໝົດ 5,86 ລ້ານບາ ເຣລຕໍ່ວັນ ຫຼື ຄິດເປັນຄວາມຕ້ອງການໃຊ້ນໍ້າມັນຂອງໂລກ5,7%.

ມະຕິໃນທີ່ປະຊຸມຄັ້ງນີ້ ເຫັນດີໃຫ້ຂະຫຍາຍເວລາຫຼຸດກຳລັງການຜະລິດລົງ 3,66 ລ້ານບາ ເຣລຕໍ່ວັນ ໄປຈົນໝົດປີ 2025 ຈາກຂໍ້ຕົກລົງເດີມທີ່ຈະໝົດອາຍຸໃນທ້າຍປີນີ້ ແລະ ຍັງເຫັນດີໃຫ້ຂະຫຍາຍເວລາຫຼຸດການຜະລິດໂດຍສະໝັກໃຈອີກ2,2ລ້ານບາເຣລຕໍ່ວັນໄປຈົນເຖິງໝົດໄຕມາດ 3 ປີນີ້ ຈາກຂໍ້ຕົກລົງເດີມທີ່ໝົດອາຍຸລົງໃນໄຕມາດ 2 ຫຼັງຈາກນັ້ນຈະທະຍອຍໝົດອາຍຸພາຍໃນໜຶ່ງປີ.

ທິດທາງດັ່ງກ່າວສົ່ງຜົນໃຫ້ສັນຍານໍ້າມັນດິບເວັດເທັກຊັດ(WTI) ງວດສົ່ງມອບເດືອນກໍລະກົດ ປັບລົງ19ເຊັນຫລື 0,25%ມາຢູ່ທີ່76,80ໂດລາສະຫະລັດຕໍ່ບາເຣລ. ຂະນະທີ່ນໍ້າມັນດິບເບຣນ (Brent) ງວດສົ່ງມອບເດືອນສິງຫາ ປັບລົງ24ເຊັນ ຫຼື 0,3% ມາຢູ່ທີ່80,87ໂດລາສະຫະລັດຕໍ່ບາເຣລ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ