ແນວຄວາມຄິດເລື່ອງ Cashless Society ຫຼື ທີ່ຮັບຮູ້ໂດຍທົ່ວໄປແມ່ນ Cashless Economy ເຊິ່ງເປັນແນວຄິດຈາກນັກເສດຖະສາດ ທີ່ຕ້ອງການໃຫ້ສັງຄົມໄດ້ຮັບການພັດທະນາ ແລະ ອຳນວຍຄວາມສະດວກປາສະຈາກເງິນສົດ ໄດ້ມີການກຳເນີດເກີດຂຶ້ນຄັ້ງທຳອິດໃນທຸລະກິດທະນາຄານ ປີ 1950 ເປັນຕົ້ນມາ.
ຫ້ອງສະໝຸດທຸລະກິດບູມເບີຣີ (Bloomsbury Business Library) ໄດ້ນິຍາມຄໍາວ່າ: “ສັງຄົມທີ່ຫຼຸດຜ່ອນການໃຊ້ເງິນສົດ ໝາຍເຖິງສັງຄົມທີ່ມີການໃຊ້ຈ່າຍຕ່າງໆຜ່ານບັດເຄດິດ (Credit Card), ບັດເດບິດ (Debit Card) ຫຼື ການຊໍາລະເງິນອອນລາຍ (Online Payment) ເປັນຕົ້ນ. ສັງຄົມທີ່ຫຼຸດຜ່ອນການໃຊ້ເງິນສົດສາມາດເປັນທ່າແຮງ ແລະ ປະກອບສ່ວນຊຸກຍູ້ ເພື່ອຊຸກຍູ້ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວທາງເສດຖະກິດພ້ອມກັບການພັດທະນາດ້ານການເງິນ ແລະ ເກີດປະໂຫຍດໃນຫຼາຍໆດ້ານຄື:
1) ຊ່ວຍຫຼຸດຜ່ອນຄ່າໃຊ້ຈ່າຍໃນການບໍລິຫານເງິນສົດບໍ່ວ່າຈະເປັນຄ່າໃຊ້ຈ່າຍໃນການເຄື່ອນຍ້າຍ ແລະ ເກັບຮັກສາເງິນສົດ, ຫຼຸດການເສຍຄ່າທຳນຽມຂອງລູກຄ້າຜູ້ມາໃຊ້ບໍລິການຕູ້ ATM ແລະ ຍັງລວມມີຄ່າໃຊ້ຈ່າຍໃນການພິມເງິນອອກມາສູ່ຂອດຈໍລະຈອນຂອງພາກລັດ;
2) ຊ່ວຍເພີ່ມການລົງທຶນໃນອຸດສາຫະກໍາເຕັກໂນໂລຊີ ກ່ຽວກັບການຊໍາລະເງິນ ໂດຍຜ່ານການສໍາຫຼວດຂອງສະມາຄົມຜູ້ປະກອບການການຄ້າລາຍຍ່ອຍຂອງປະເທດອັງກິດ ພົບວ່າມີຜູ້ປະກອບການເພີ່ມຂຶ້ນໃນອຸດສາຫະກຳຊອບແວ (Soft ware) ແລະ ຮາດແວ (Hard ware) ຫຼາຍຂຶ້ນຈາກ 47% ເປັນ 68% ໂດຍມີຈຸດປະສົງໃນການຮອງຮັບວິທີການຊໍາລະເງິນຮູບແບບໃໝ່;
3) ຂົງເຂດການເງິນມີ ຄວາມວ່ອງໄວ ແລະ ຄ່ອງຕົວຫຼາຍຂຶ້ນ (Faster Transaction) ເນື່ອງຈາກເຕັກໂນໂລຊີສາມາດຫຼຸດຂັ້ນຕອນທີ່ບໍ່ຈໍາເປັນໄດ້ 3 ເທົ່າ ຊ່ວຍຫຼຸດຈໍານວນພະນັກງານ ກໍຄືການການຫຼຸດຕົ້ນທຶນຂອງທຸລະກິດໄດ້;
4) ຊ່ວຍເພີ່ມຍອດຂາຍຂອງກິດຈະການ (Increased sales);
5) ຊ່ວຍເພີ່ມຄວາມໝັ້ນໃຈໃຫ້ກັບອົງກອນ;
6) ຊ່ວຍພັດທະນາດ້ານສຸຂະພາບ ແລະ ສຸຂະອານາໄມ (Improve hygiene on site);
7) ຊ່ວຍບໍລິຫານຈັດການໃນດ້ານພາສີ (Tax Management);
8) ຊ່ວຍແກ້ໄຂບັນຫາການຟອກເງິນ (Money Laundering);
9) ຊ່ວຍແກ້ໄຂບັນຫາການສໍ້ໂກງ ແລະ ຄວາມຜິດພາດໃນລະບົບສະຫວັດດີການ (Fraud and Errorin the Benefit System);
10) ຊ່ວຍແກ້ໄຂບັນຫາລະບົບເສດຖະກິດເງົາ (Shadow Economy) ກໍຄືບັນດາທຸລະກຳທາງການເງິນທີ່ບໍ່ຜ່ານການກວດສອບຂອງລັດບໍ່ໄດ້ຢູ່ໃນຖານຂໍ້ມູນຂອງປະເທດ ໂດຍວິທີການຊໍາລະເງິນທີ່ໂປ່ງໃສ່ ແລະ ສາມາດກວດສອບໄດ້;
11) ຊ່ວຍແກ້ໄຂບັນຫາອາຊະຍາກໍາ (Crime), ການປຸ້ນຈີ້ທະນາຄານ (Bank robberies) ແລະ ການປຸ້ນຈີ້ລົດຂົນເງິນ (Van robberies) ຫຼຸດລົງໄດ້ພໍສົມຄວນ (ອ້າງອີງ: ຄານນິນ ໂຄດໄຊ, 2018, ໜ້າ 75-81).
ຈາກບົດຮຽນປະສົບການດັ່ງກ່າວເຫັນວ່າ ສຳລັບ ສປປ ລາວ ແລ້ວ ພັກ ແລະ ລັດຖະບານ ແມ່ນໄດ້ເອົາໃຈໃສ່ໃນການສ້າງສາພັດທະນາເສດຖະກິດ-ສັງຄົມ ໂດຍສະເພາະຂົງເຂດທະນາຄານ ແລະ ສະຖາບັນການເງິນ ແມ່ນຂົງເຂດປາຍແຫລມໃນການຮັກສາສະຖຽນລະພາບການເງິນ-ເງິນຕາແຫ່ງຊາດ, ສະນັ້ນ ຖືວ່າລະບົບການຊໍາລະທີ່ຫຼຸດຜ່ອນການໃຊ້ເງິນສົດ (Cashless Society) ເປັນທັງກາລະໂອກາດ ແລະ ສິ່ງທ້າທາຍ ໂດຍສະເພາະກັບວຽກງານການພັດທະນາລະບົບການຊໍາລະ.
ເພື່ອເປັນການຂ້າມຜ່ານຂໍ້ຄົງຄ້າງຈາກເຄື່ອງມືການຊໍາລະແບບເງິນສົດ ທີ່ກໍ່ໃຫ້ເກີດລາຍຈ່າຍຈໍານວນຫຼາຍຈາກການພິມຈໍາໜ່າຍເງິນສົດຂອງທະນາຄານແຫ່ງ ສປປ ລາວ ຢູ່ລະດັບ 85,75 ຕື້ກີບ ຕໍ່ປີ ແລະ ຄ່າໃຊ້ຈ່າຍໃນການເຄື່ອນຍ້າຍເງິນຕາຕ່າງປະເທດເຂົ້າອອກ ໂດຍສະເລ່ຍບໍ່ຕໍ່າກວ່າ 1.000 ລ້ານໂດລາ ຕໍ່ປີ, ທາງລັດຖະບານຈຶ່ງໄດ້ເລັງເຫັນ ຄວາມສຳຄັນຂອງບັນຫາດັ່ງກ່າວ. ໂດຍນາຍົກລັດຖະມົນຕີ ອອກດຳລັດວ່າດ້ວຍການຮັບຮອງ ແລະ ປະກາດໃຊ້ວິໄສທັດການພັດທະນາເສດຖະ ກິດດິຈິຕອນ ແຫ່ງຊາດ ໄລຍະ 20 ປີ (2021-2040) ນັບຕັ້ງແຕ່ທ້າຍປີ 2022 ເປັນຕົ້ນມາ.
ເນື້ອໃນໆເອກະສານດັ່ງກ່າວໄດ້ກ່າວໃຫ້ເຫັນວ່າ ການພັດທະນາເສດຖະກິດ-ສັງຄົມ ໃນໄລຍະໃໝ່ຂອງປະເທດເຮົາ, ການປັບໂຄງສ້າງເສດຖະກິດ ແລະ ການຫັນປ່ຽນນໍາໃຊ້ເຕັກໂນໂລຊີດິຈິຕອນ ໃນພາກພື້ນແມ່ນມີບົດບາດສູງຂຶ້ນໃນທຸກຂົງເຂດວຽກງານຢ່າງຫຼີກລ່ຽງບໍ່ໄດ້. ຈຳເປັນຕ້ອງເລັ່ງພັດທະນາໂຄງລ່າງພື້ນຖານດ້ານການຊໍາລະຂອງ ສ.ປ.ປ ລາວ ໃຫ້ໄດ້ມາດຕະຖານ ແນ່ໃສ່ຫຼຸດຜ່ອນການນໍາໃຊ້ແຊັກ ແລະ ເງິນສົດ ຫັນໄປນໍາໃຊ້ເຄື່ອງມືການເງິນເອເລັກໂຕນິກໃນໂທລະສັບມືຖື (Mobile Money) ໃຫ້ມີການນຳໃຊ້ຢ່າງກວ້າງ ຂວາງ ເປັນຊ່ອງທາງໃໝ່ໃນການຈັດເກັບລາຍຮັບເຂົ້າງົບປະມານ ຜ່ານການຈ່າຍສ່ວຍສາອາກອນທາງອອນລາຍ (E-Tax) ແລະ ການຈ່າຍພາສີທາງອອນລາຍ (E-Customs) ໃຫ້ສົມບູນທີ່ສຸດໃນປີ 2025.
ຜ່ານການອອກໂຄງການ ຫຼື ກິດຈະກຳສະໜັບສະໜູນລະບົບການຊໍາລະທີ່ຫຼຸດຜ່ອນການໃຊ້ເງິນສົດ (Cashless Society) ມີ 6 ໂຄງການຫຼັກຄື: ໂຄງການສົ່ງເສີມການນຳໃຊ້ເງິນເອເລັກໂຕຣນິກ ໃນການຊໍາລະຄ່າສິນຄ້າ ແລະ ການບໍລິການທົ່ວສັງຄົມ; ໂຄງການຫັນລະບົບຊໍາລະ, ລະບົບການເງິນເປັນດິຈິຕອນ (TaxRIS, ASYCUDA, GFIS, LAPASS, LAPNET, SAMS); ໂຄງການປັບປຸງການເກັບລາຍຮັບ-ຄຸ້ມຄອງລາຍຈ່າຍ ໂດຍນໍາໃຊ້ເຕັກໂນໂລຊີໂທລະສັບມືຖື (Mobile Money); ໂຄງການສົ່ງເສີມການນໍາໃຊ້ລະບົບຊໍາລະແບບເອເລັກໂຕຣນິກ (E-Payment) ແລະ ເກັບລາຍຮັບ (VAT); ໂຄງການສຶກສາການເກັບສ່ວຍສາອາກອນ (VAT) ຈາກການຊໍາລະຄ່າສິນຄ້າ ແລະ ການບໍລິການຜ່ານການຄ້າເອເລັກໂຕຣນິກ, ຈາກການຊື້ການບໍລິການ (e-Services) ຂອງຕ່າງປະເທດຜ່ານອິນເຕີເນັດ ແລະ ໂຄງການສ້າງລະບົບ Central Bank Digital Currency (CBDC) ແລະ ໂຄງການທົດລອງການຂຸດ, ການຊໍາລະ, ຊື້ຂາຍ, ແລກປ່ຽນບັນດາ Crypto Currency ຕ່າງໆ.
ໂດຍລວມແລ້ວໂຄງລ່າງພື້ນ ຖານທີ່ຈຳເປັນໃນການພັດທະນາເສດຖະກິດດິຈິຕອນ ໃນເຂດຕົວເມືອງໃຫຍ່ແມ່ນມີ ຄວາມພ້ອມໃນລະດັບດີສົມຄວນ, ແຕ່ຍັງມີບາງເຂດໃນຊົນນະບົດຫ່າງໄກສອກຫຼີກຍັງຈໍາເປັນຕ້ອງໄດ້ຮັບການພັດທະນາ ເນື່ອງຈາກຜູ້ຊົມໃຊ້, ຜູ້ຄຸ້ມຄອງ, ຜູ້ໃຫ້ບໍລິການສ່ວນໃຫຍ່ ຍັງມີຄວາມຮູ້ ແລະ ທັກສະທີ່ຈໍາກັດ, ພາກທຸລະກິດຂະໜາດນ້ອຍ ແລະ ກາງ ຍັງມີຄວາມລ່າຊ້າໃນການຮັບເອົາເຕັກໂນໂລຊີ. ດັ່ງນັ້ນ, ໃນແຜນພັດທະນາດັ່ງກ່າວຈຶ່ງໄດ້ລະບຸຍຸດທະສາດ ໃຫ້ມີການໂຄສະນາເຜີຍແຜ່ໃຫ້ສັງຄົມຮູ້ຈັກ ແລະ ນໍາໃຊ້ຜະລິດຕະພັນ-ບໍລິການ ທີ່ກ່ຽວຂ້ອງກັບເສດຖະກິດດິຈິຕອນ, ເຮັດໃຫ້ເຕັກໂນໂລຊີກາຍມາເປັນໜຶ່ງໃນປັດໄຈພື້ນຖານທີ່ຈຳເປັນໃນການດຳລົງຊີວິດ ແລະ ເຄື່ອນໄຫວທຸລະກິດຫຼາຍຂຶ້ນ.
ລະບົບດັ່ງກ່າວເລີ່ມເປັນທີ່ຮູ້ຈັກກັນຫຼາຍຂຶ້ນ ຈາກການທີ່ບັນດາທະນາຄານທຸລະກິດຕ່າງໆ ອອກຜະລິດຕະພັນທາງທະນາຄານໂທລະສັບມືຖື ແລະ ແອັບພລິເຄຊັນຊໍາລະທີ່ບໍ່ແມ່ນທະນາຄານມາຢ່າງຫຼວງຫຼາຍເລີ່ມຕັ້ງແຕ່ປີ 2013 ເປັນຕົ້ນມາ ລວມແລ້ວແມ່ນມີເຖິງ 26 ຜູ້ໃຫ້ບໍລິການອັນປະກອບດ້ວຍ: BCEL ONE, Hi-App, LDB Trust, JDB Yes, Mepom, BIC Bank; ແອັບພລິເຄຊັນ M-money ແລະ U-money ເປັນຕົ້ນ. ພ້ອມດຽວກັນນີ້ຍັງມີຂໍ້ມູນການລາຍງານຂອງກົມຄຸ້ມຄອງທະນາຄານທຸລະກິດໃນປີ 2022 ກ່ຽວກັບການໃຫ້ບໍລິການແບບບໍ່ຜ່ານເງິນສົດຂອງບັນດາທະນາຄານທຸລະກິດທົ່ວປະເທດພົບວ່າທ່າອ່ຽງການໃຊ້ບໍລິການທາງການເງິນໃນຮູບແບບຕ່າງໆຜ່ານລະບົບທະນາຄານມີທ່າອ່ຽງທີ່ເພີ່ມຂຶ້ນປະກອບດ້ວຍ: ມີຕົວແທນບໍລິການໂອນລອຍ 976 ແຫ່ງ, ຕົວແທນໃຫ້ບໍລິການ QR Code Payment 162.318 ແຫ່ງ, ຈໍານວນຜູ້ໃຊ້ບັດ Credit 22.067 ບັດ, ຈໍານວນຜູ້ໃຊ້ບັດ Debit 451.241 ບັດ, ຈໍານວນບັດອື່ນໆ 615.416 ບັດ ແລະ ມີເຄື່ອງຮູດບັດ EDC 4.663 ເຄື່ອງ ເຊິ່ງປັດໄຈເຫຼົ່ານີ້ແມ່ນຊ່ວຍອໍານວຍ ຄວາມສະດວກກ່ຽວກັບການເງິນໃຫ້ກັບປະຊາຊົນສຳລັບການໂອນເງິນ, ຊໍາລະຄ່າສິນຄ້າ, ເສຍພາສີອາກອນຕ່າງໆຜ່ານ E-Payment ແລະ ຍັງເປັນການຊ່ວຍພາກລັດ ໃນການຊຸກຍູ້ສົ່ງເສີມລະບົບທະນາຄານ, ສະຖາບັນການເງິນຂອງ ສປປ ລາວ ໃຫ້ມີຄວາມທັນສະໄໝ ນັບມື້ກວ້າງຂວາງທຽບເທົ່າສາກົນ.
ເຖິງຢ່າງໃດກໍຕາມ ອີງຕາມຜົນການສຶກສາ ເຫັນວ່າການສຶກສາປັດໄຈທີ່ມີຜົນຕໍ່ການຕັດສິນໃຈເຂົ້າສູ່ສັງຄົມທີ່ຫຼຸດຜ່ອນການໃຊ້ເງິນສົດຂອງປະຊາຊົນໃນເຂດນະຄອນຫຼວງວຽງຈັນ ທີ່ອາໄສຢູ່ໃນ 5 ຕົວເມືອງ ໃນເຂດນະຄອນຫຼວງວຽງຈັນຄື: ເມືອງຈັນທະບູລີ, ເມືອງໄຊທານີ, ເມືອງສີໂຄດຕະບອງ, ເມືອງນາຊາຍທອງ ແລະ ເມືອງໄຊເສດຖາ ແລະ ເກັບລວບລວມຂໍ້ມູນຈາກແບບສອບຖາມເພື່ອນຳມາວິເຄາະຈຳນວນ 400 ຕົວຢ່າງ ທີ່ລະດັບ ຄວາມເຊື່ອໝັ້ນ 95% ແລະ ຜົນການສຶກສາເຫັນວ່າ:
1.ກຸ່ມຕົວຢ່າງສ່ວນຫຼາຍເປັນເພດຍິງ, ມີສະຖານະພາບ ໂສດ, ມີອາຍຸໃນຊ່ວງ 18-28 ປີ, ລະດັບການສຶກສາ ປະລິນຍາຕີ, ມີອາຊີບເປັນພະນັກງານເອກະຊົນ ແລະ ລາຍໄດ້ສະເລ່ຍຕໍ່ເດືອນ 2.000.001 ກີບ ຫາ 4.000.000 ກີບ ໂດຍມີຄວາມຄິດເຫັນກ່ຽວກັບການຍອມຮັບເຕັກໂນໂລຊີຂອງການເຮັດທຸລະກໍາແບບ E-Payment ດ້ານການຮັບຮູ້ປະໂຫຍດໃນການນຳໃຊ້ມີຄ່າສະເລ່ຍຢູ່ໃນລະດັບຫຼາຍທີ່ສຸດ, ດ້ານການຮັບຮູ້ເຖິງຄວາມງ່າຍໃນການໃຊ້ງານມີຄ່າສະເລ່ຍຢູ່ໃນລະດັບຫຼາຍ. ຄວາມຄິດເຫັນກ່ຽວກັບຮູບແບບການດຳລົງຊີວິດທຸກດ້ານແມ່ນມີຄ່າສະເລ່ຍຢູ່ໃນລະດັບຫຼາຍ.
2.ກຸ່ມຕົວຢ່າງທີ່ມີສະຖານະພາບ ແລະ ອາຍຸ ທີ່ແຕກຕ່າງກັນ ມີການຕັດສິນໃຈເຂົ້າສູ່ສັງຄົມທີ່ຫຼຸດຜ່ອນການໃຊ້ເງິນສົດທີ່ແຕກຕ່າງກັນ. ອາຊີບ ທີ່ແຕກຕ່າງກັນ ຕໍ່ກັບດ້ານການຍອມຮັບເຕັກໂນໂລຊີຂອງການເຮັດທຸລະກຳແບບ E-Payment ມີການຕັດສິນໃຈເຂົ້າສູ່ສັງຄົມທີ່ຫຼຸດຜ່ອນການໃຊ້ເງິນສົດທີ່ແຕກຕ່າງກັນໃນລະດັບຄ່າ ຄວາມຄາດເຄື່ອນທາງສະຖິຕິ 0,05.
3.ການຍອມຮັບເຕັກໂນໂລຊີມີຄວາມສຳພັນກັບການຕັດສິນໃຈເຂົ້າສູ່ສັງຄົມທີ່ຫຼຸດຜ່ອນການໃຊ້ເງິນສົດໃນລະດັບສູງ ແລະ ໃນທິດທາງດຽວກັນ ຢ່າງມີລະດັບຄ່າ ຄວາມຄາດເຄື່ອນທາງສະຖິຕິ 0.001 ແລະ ຮູບແບບການດຳລົງຊີວິດ ມີຄວາມສຳພັນກັບການຕັດສິນໃຈເຂົ້າສູ່ສັງຄົມທີ່ຫຼຸດຜ່ອນການໃຊ້ເງິນສົດໃນລະດັບສູງທີ່ສຸດ ແລະ ໃນທິດທາງດຽວກັນ ຢ່າງມີລະດັບຄ່າຄວາມຄາດເຄື່ອນທາງສະຖິຕິ 0.001.
ນອກນັ້ນ ການສຶກສາໃນຄັ້ງນີ້, ຜູ້ສຶກສາຍັງໄດ້ມີຜົນຂອງການສຶກສາທີ່ເປັນປະໂຫຍດ ແລະ ສໍາຄັນສຳລັບການເປັນບ່ອນອີງໃນການຜັນຂະຫຍາຍ, ລົງເລິກໃນດ້ານຂໍ້ສະເໜີແນະຕາມຂໍ້ມູນຕົວຈິງທີ່ມີລັກ ສະນະເປັນພື້ນຖານໃນການປັບປຸງຕົ້ນຕໍຄື:
1.ຕໍ່ກັບໜ່ວຍງານທີ່ກ່ຽວຂ້ອງ ແລະ ທະນາຄານທຸລະກິດຜູ້ໃຫ້ບໍລິການລະບົບທຸລະກຳທາງການເງິນທີ່ບໍ່ຜ່ານເງິນສົດ ຫຼື E-Payment: ສະເໜີໃຫ້ມີການປັບປຸງ ແລະ ວາງແຜນການຕະຫຼາດຕ່າງໆ ມາປັບໃຊ້ໃຫ້ສອດຄອງກັບຄວາມຕ້ອງການຂອງກຸ່ມປະຊາກອນ ເພດຍິງ, ສະຖານະພາບ ໂສດ, ອາຍຸໃນຊ່ວງ 18-28 ປີ, ລະດັບການສຶກສາ ປະລິນຍາຕີ, ອາຊີບ ພະນັກງານເອກະຊົນ ແລະ ລາຍໄດ້ສະເລ່ຍຕໍ່ເດືອນ 2.000.001 ກີບ ຫາ 4.000.000 ກີບ ເນື່ອງຈາກເປັນກຸ່ມປະຊາກອນທີ່ມີການຕັດສິນໃຈເຂົ້າສູ່ສັງຄົມທີ່ຫຼຸດຜ່ອນການໃຊ້ເງິນສົດທີ່ຫຼາຍທີ່ສຸດ. ພ້ອມທັງປັບປຸງແຜນການຕະຫຼາດ ດັ່ງກ່າວໃຫ້ມີຄວາມແທດເໝາະກັບກຸ່ມປະຊາກອນທີ່ມີການຕັດສິນໃຈເຂົ້າສູ່ສັງຄົມທີ່ຫຼຸດຜ່ອນການໃຊ້ເງິນສົດທີ່ໜ້ອຍ ໂດຍສາມາດອ້າງອີງຂໍ້ມູນຈາກ ປັດໄຈການຍອມຮັບເຕັກໂນໂລຊີ ປະກອບດ້ວຍ: ດ້ານການຮັບຮູ້ປະໂຫຍດໃນການນຳໃຊ້ ແລະ ດ້ານການຮັບຮູ້ເຖິງຄວາມງ່າຍໃນການໃຊ້ງານ; ປັດໄຈດ້ານຮູບແບບການດຳລົງຊີວິດປະກອບດ້ວຍ: ດ້ານກິດຈະກຳສ່ວນຕົວ ແລະ ດ້ານ ຄວາມຄິດເຫັນສ່ວນຕົວທີ່ມີຄວາມສຳພັນກັບການຕັດສິນໃຈເຂົ້າສູ່ສັງຄົມທີ່ຫຼຸດຜ່ອນການໃຊ້ເງິນສົດຂອງປະຊາຊົນ ເພື່ອໃຫ້ສາມາດສົ່ງເສີມການຕັດສິນໃຈເຂົ້າສູ່ສັງຄົມທີ່ຫຼຸດຜ່ອນການໃຊ້ເງິນສົດໄດ້ຢ່າງກວ້າງຂວາງ ແລະ ສາມາດສ້າງຄວາມເພິ່ງພໍໃຈສູງສຸດໃຫ້ກັບ ກຸ່ມປະຊາກອນຜູ້ທີ່ໃຊ້ບໍລິການລະບົບທຸລະກຳທາງການເງິນທີ່ຫຼຸດຜ່ອນການໃຊ້ເງິນສົດ ຫຼື E-Payment ທັງໃນປະຈຸບັນ ແລະ ຕໍ່ໜ້າໄດ້ຢ່າງມີປະສິດທິພາບສູງສຸດ.
- ສະເໜີໃຫ້ມີການຈັດກິດຈະກຳ ແລະ ໂຄງການສົ່ງເສີມຄວາມຮູ້ຄວາມເຂົ້າໃຈກ່ຽວກັບຜົນປະ ໂຫຍດ ທີ່ຈະໄດ້ຈາກການເຂົ້າສູ່ສັງຄົມທີ່ຫຼຸດຜ່ອນການໃຊ້ເງິນສົດ ທີ່ຊ່ວຍຫຼຸດຜ່ອນຄວາມສ່ຽງ ຫຼື ການກໍ່ການຮ້າຍທາງການເງິນ, ການປຸ້ນຈີ້, ການຫຼົບຫຼີກພາສີອາກອນ ແລະ ອື່ນໆ ຢ່າງເປັນ ທາງການ, ລະອຽດຄົບຖ້ວນ ແລະ ທົ່ວລະບົບ.
- ຂໍສະເໜີໃຫ້ມີການພັດທະນາ ແລະ ປັບປຸງລະບົບການຊໍາລະໃຫ້ມີຄວາມສະຖຽນ ແລະ ມີສັນ ຍານເຂົ້າເຖິງເປັນຢ່າງດີຍິ່ງຂຶ້ນ ເພື່ອໃຫ້ກຸ່ມປະຊາກອນຮັບຮູ້ໄດ້ເຖິງຄວາມງ່າຍ ແລະ ຄວາມວ່ອງໄວໃນການເຮັດທຸລະກຳທາງການເງິນທີ່ຫຼຸດຜ່ອນການໃຊ້ເງິນສົດ ຫຼື E-Payment.
- ຂໍສະເໜີໃຫ້ມີປ້າຍແນະນໍາຂັ້ນຕອນ, ຂະບວນການບໍລິການ, ເອກະສານທີ່ຕ້ອງປະກອບ ໂດຍສະເພາະການເປີດບັນຊີ ແລະ ສະມັກໃຊ້ແອັບພີເຄຊັ່ນ Mobile Banking ເພື່ອໃຫ້ກຸ່ມ ປະຊາກອນ ຮັບຮູ້ໄດ້ເຖິງຄວາມງ່າຍໃນການໃຊ້ງານລະບົບທຸລະກຳທາງການເງິນທີ່ຫຼຸດການໃຊ້ເງິນສົດ ຫຼື E-Payment ຫຼາຍຍິ່ງຂຶ້ນ.
- ຂໍສະເໜີໃຫ້ມີການປັບພາບລັກຂອງແອັບພີເຄຊັ່ນ Mobile Banking ໃຫ້ມີສື່ໂຄສະນາເຊັ່ນ: ໂປຣໂມຊັນສ່ວນຫຼຸດ, ຮ້ານອາຫານ ແລະ ສະຖານທີ່ທ່ອງທ່ຽວ ເພື່ອດຶງດູດຄວາມສົນໃຈຂອງ ຜູ້ຊົມໃຊ້ ວ່າແອັບພີເຄຊັ່ນດັ່ງກ່າວມີຄຸນປະໂຫຍດຫຼາຍກວ່າການເປັນພຽງລະບົບທຸລະກຳທາງການເງິນ ແຕ່ຍັງສາມາດຕອບສະໜອງຮູບແບບການດຳລົງຊີວິດທີ່ຄົບວົງຈອນໃນບ່ອນດຽວ ອີກດ້ວຍ.
( ຈົບ )