ແຂວງຫຼວງພະບາງ ສຸມໃສ່ 11 ຄາດໝາຍ ແລະ ຕົວຊີ້ບອກ ເພື່ອຈະພັດທະນາການສຶກສາໃຫ້ມີຄຸນນະພາບສູງຂຶ້ນ, ທັງໃຫ້ເດັກນ້ອຍຢູ່ໃນເກນເຂົ້າຮຽນ ໄດ້ມີການພັດທະນາຕົນເອງທາງດ້ານສະໝອງຢ່າງເຕັມທີ່ ແລະ ມີຄວາມພ້ອມໃນລະດັບການສຶກສາທີ່ສູງຂຶ້ນ, ທັງເປັນພື້ນຖານສໍາຄັນໃນຂະບວນການຮຽນຮູ້ຕະຫຼອດຊີວິດຮັບປະກັນສິດທິສະເໝີພາບໃນການເຂົ້າເຖິງການສຶກສາຂອງຜູ້ອາໄສຢູ່ຊົນນະບົດຫ່າງໄກສອກຫຼີກ.
ໃນແຜນພັດທະນາເສດຖະ ກິດ – ສັງຄົມ ປີ 2024 ຂອງ ແຂວງຫຼວງພະບາງ ໃຫ້ຮູ້ວ່າ: ໃນປີ 2024 ແຂວງຫຼວງພະບາງ ຈະຂະຫຍາຍຕານ່າງການສຶກສາແຕ່ການສຶກສາກ່ອນໄວຮຽນ ຈົນຮອດອາຊີວະສຶກສາ ແລະ ມະຫາວິທະຍາໄລ ໃຫ້ທົ່ວເຖິງ. ເພື່ອໃຫ້ເດັກນ້ອຍຢູ່ໃນເກນເຂົ້າຮຽນ ໄດ້ມີການພັດທະນາຕົນເອງ ທາງດ້ານສະໝອງຢ່າງເຕັມທີ່ ແລະ ມີຄວາມພ້ອມໃນລະດັບການສຶກສາທີ່ສູງຂຶ້ນ, ທັງເປັນພື້ນຖານສໍາຄັນໃນຂະບວນການຮຽນຮູ້ຕະຫຼອດຊີວິດຮັບປະກັນສິດທິສະເໝີພາບໃນການເຂົ້າເຖິງການສຶກສາຂອງຜູ້ອາໄສຢູ່ຊົນນະບົດຫ່າງໄກສອກຫຼີກ, ຜູ້ທີ່ມີຄວາມຕ້ອງການຊ່ວຍເຫຼືອພິເສດ ແລະ ເພດຍິງ. ພ້ອມດຽວກັນນັ້ນ ຕ້ອງໄດ້ສົ່ງເສີມຢ່າງເຂັ້ມແຂງ ໃນການນໍາໃຊ້ເຄື່ອງມືວິທະຍາສາດ ແລະ ລະບົບໄອທີເຂົ້າໃນການສຶກສາໃຫ້ຫຼາຍຂຶ້ນ.
ຄາດໝາຍ ແລະ ຕົວຊີ້ບອກສຳຄັນມີຄື:
1). ອັດຕາເຂົ້າຮຽນຂອງເດັກ 5 ປີ ໃນຂັ້ນການສຶກສາກ່ອນໄວຮຽນໃຫ້ໄດ້ 88%.
2). ອັດຕານັກຮຽນເຂົ້າໃໝ່ ປ 1 ໃຫ້ບັນລຸ 99,60%.
3). ອັດຕາເຂົ້າຮຽນໃໝ່ລວມ ປ 5 ໃຫ້ບັນລຸ 100%.
4). ອັດຕາປະລະການຮຽນ ປ 1 ໃຫ້ຫຼຸດລົງຕໍ່າກວ່າ 5.
5). ອັດຕາຈົບຊັ້ນປະຖົມສຶກສາ ໃຫ້ບັນລຸ 96%.
6). ອັດຕາການເລື່ອນຂັ້ນ ປ 5 ຂຶ້ນ ມ.1 ໃຫ້ບັນລຸ 90%.
7). ອັດຕາປະລະການຮຽນ ຂອງນັກຮຽນຊັ້ນປະຖົມ ໃຫ້ຫຼຸດລົງຕໍ່າກວ່າ 2,20%;
8). ອັດຕາເຂົ້າຮຽນໃໝ່ລວມ ມ 4 ໃຫ້ບັນລຸ 65%.
9). ອັດຕາປະລະການຮຽນ ຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນໃຫ້ຫຼຸດລົງຕໍ່າກວ່າ 10%.
ນອກນັ້ນຍັງມີຄາດໝາຍ ແລະ ຕົວຊີ້ບອກສຳຄັນອື່ນໆອີກ.