ລາຄາຄຳຟິວເຈີ ປັບລົງ 15,20 ໂດລາ

30 May 2024

ຄລິກແຊຣ໌ 0 Facebook WhatsApp

ລາຄາຄຳຟິວເຈີ ຕະຫຼາດໂຄແມັກ ສົ່ງມອບເດືອນສິງຫາ ປິດຕະຫຼາດວັນພຸດທີ 29 ພຶດສະພາ ປັບລົງ 15,20 ໂດລາ ປິດທີ່2.364,10ໂດລາສະຫະລັດຕໍ່ອອນ.ໂດຍໄດ້ປັດໄຈຍູ້ຈາກການແຂງຄ່າຂອງເງິນໂດລາ ແລະ ການເພີ່ມຂຶ້ນຂອງອັດຕາຜົນຕອບແທນພັນທະບັດສະຫະລັດອາເມຣິກາ.

ທັງນີ້ເງິນໂດລາສະຫະລັດທີ່ແຂງຄ່າຂຶ້ນ ຈະຫຼຸດຄວາມໜ້າດຶງດູດຂອງຄຳ ໂດຍເຮັດໃຫ້ສັນຍາຄຳມີລາຄາແພງຂຶ້ນສຳລັບຜູ້ຖືຄອງເງິນສະກຸນອື່ນ ຂະນະທີ່ການປັບຕົວຂຶ້ນຂອງອັດຕາຜົນຕອບແທນພັນທະບັດລັດຖະບານສະຫະລັດ ຈະເພີ່ມຕົ້ນທຶນຄ່າເສຍໂອກາດໃນການຖືຄອງຄຳ ເນື່ອງຈາກຄຳເປັນສິນຊັບທີ່ບໍ່ມີຜົນຕອບແທນໃນຮູບດອກເບ້ຍ.

ນອກຈາກນີ້ ລາຄາຄຳຍັງໄດ້ຮັບຜົນກະທົບຈາກການທີ່ນັກລົງທຶນກັງວົນວ່າທະນາຄານກາງສະຫະລັດ ຫລື ເຟດ ຈະຮັກສາອັດຕາດອກເບ້ຍໃນລະດັບສູງດົນນານກວ່າທີ່ຄາດການໄວ້.

ຫຼ້າສຸດ FedWatch Tool ຂອງ CME Group ບົງຊີ້ວ່າ ນັກລົງທຶນຄາດການວ່າ ເຟດຈະປັບຫຼຸດອັດຕາດອກເບ້ຍພຽງຄັ້ງດຽວໃນປີນີ້ ໂດຍຈະເກິີດຂຶ້ນໃນເດືອນພະຈິກ ຈາກເດີມທີ່ຄາດໄວ້ໃນເດືອນກັນຍາ.

ຫາກອີຊີບີ ປັບຫຼຸດອັດຕາດອກເບ້ຍ0,25% ໃນການປະຊຸມວັນທີ 6ມິຖຸນາ ກໍຈະເຮັດໃຫ້ ອີຊີບີ ປັບຫຼຸດອັດຕາດອກເບ້ຍໄວກວ່າເຟດ.

ຕະຫຼາດຍັງຕິດຕາມລາຄາການໃຊ້ຈ່າຍເພື່ອການບໍລິໂພກສ່ວນບຸກຄົນ(PCE) ທີ່ຈະມີການເປີດເຜີຍໃນວັນທີ 31 ພຶດສະພາ ເພື່ອຫາສັນຍານບົງຊີ້ກຳນົດເວລາ ໃນການປັບຫຼຸດອັດຕາດອກເບ້ຍຂອງທະນາຄານກາງສະຫະລັດ (ເຟດ).

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ