ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງສາລະວັນ ໄດ້ນຳຕົວໄວລຸ້ນ 4 ຄົນ ທີ່ຮ່ວມກັນປຸ້ນເອົາລົດຈັກ ມາດຳເນີນສອບສວນ,ພາຍຫຼັງທີ່ເຈົ້າໜ້າທີ່ຕຳຫຼວດຈະລາຈອນ ກັກຕົວພວກກ່ຽວໄດ້ ແລ້ວສົ່ງມາດຳເນີນຄະດີຕາມກົດໝາຍ. ຜູ້ຖືກຫາທັງ 4 ຄົນ ຊື່ ທ້າວ ຄຳຈັນ ອາຍຸ 20 ປີ ຢູ່ບ້ານນາຂ້ອຍສາວ,ທ້າວ ແອນ້ອຍ ອາຍຸ 17 ປີ,ທ້າວ ສີສົມພອນ ອາຍຸ 15 ປີ ທັງ2 ຄົນນີ້ຢູ່ບ້ານນາໄຊນ້ອຍ ແລະ ທ້າວ ໂຊນິກ ອາຍຸ 19 ປີ ຢູ່ບ້ານສະໂປນ ທັງ 3 ບ້ານດັ່ງກ່າວ ຂຶ້ນກັບເມືອງສາລະວັນ ແຂວງສາລະວັນ.
ຜ່ານການສອບສວນ ຜູ້ຖືກຫາ ທັງ 4 ຄົນ ສາລະພາບວ່າ: ໄດ້ຮ່ວມກັນເຄື່ອນໄຫວປຸ້ນເອົາລົດ ຈັກ ຢູ່ຕາມເສັ້ນທາງເລກທີ 20,ເລກທີ15 A,15B ແລະ ເສັ້ນທາງຮ່ອມ ບໍລິເວນອະນຸສອນສະຖານອົງແກ້ວ-ສວນສາທາລະນະ ແລະ ຄັ້ງລ່າສຸດນີ້,ໄດ້ຮ່ວມກັນປຸ້ນເອົາຈັກຂອງຜູ້ເສຍຫາຍ ເປັນຍິງສາວ 3ຄົນ ຂັບຂີ່ຊ້ອນກັນມາ, ໂດຍໃຊ້ຮູບການຂັບຂີ່ລົດຈັກແນບຂ້າງລົດຈັກເປົ້າໝາຍປຸ້ນ ແລ້ວໃຊ້ຕີນຢັນລົດຈັກຄັນດັ່ງກ່າວ ໃຫ້ເສຍຫຼັກລົ້ມລົງຂ້າງທາງ ແລ້ວກໍໃຊ້ມີດແລະງ້າວ ລົງໄປນາບຂູ່ ເຮັດໃຫ້ຜູ້ເສຍຫາຍທັງ 3 ຄົນ ແລ່ນລົບໜີ ຈາກນັ້ນ, ກໍພາກັນເອົາລົດຈັກທີ່ປຸ້ນມາໄດ້ນັ້ນ ໄປຊຸກເຊື່ອງໄວ້ຢູ່ຖຽງນາ ຢູ່ເຮືອນທ້າວ ປ້ອມ ຢູ່ບ້ານສະໂປນ ເມືອງສາລະວັນ.
ນອກຈາກນີ້,ຜ່ານມາ ໄດ້ເອົາລົດຈັກທີ່ປຸ້ນມາອີກຄັນໜຶ່ງ ໄປຂາຍ ຢູ່ທີ່ເມືອງປາກຊ່ອງ ແຂວງຈຳປາສັກ. ສ່ວນລົດຈັກອີກຈຳນວນໜຶ່ງ ທີ່ປຸ້ນມາໄດ້ ແມ່ນເອົາໃຫ້ໝູ່ຈ່າວຂາຍ ເມື່ອໄດ້ເງິນມາ ກໍແບ່ງປັນກັນໃຊ້ຈ່າຍຫຼິ້ນກີນຟຸມເຟືອຍຈົນໝົດ.
ປັດຈຸບັນ,ເຈົ້າໜ້າທີ່ພະແນກສືບສວນ-ສອບສວນ ປກສ ແຂວງສາລະວັນ ຈະໄດ້ສອບສວນຂະຫຍາຍຜົນໃຫ້ລະອຽດ ເພື່ອຕິດຕາມເກັບກູ້ລົດຈັກທີ່ພວກກ່ຽວປຸ້ນໄປຂາຍ ມາມອບຄືນໃຫ້ເຈົ້າຂອງເດີມ ແລະ ຈະໄດ້ສະຫຼຸບສຳນວນຄະດີສົ່ງໃຫ້ອົງການໄອຍະການ ສັ່ງຟ້ອງສານຕັດສິນລົງໂທດຕາມກົດໝາຍ.