ຊັດເຈນແລ້ວ ຈະບໍ່ອອກໃບຕາດິນໃໝ່ ໃຫ້ຜູ້ຊື້-ຂາຍ ດິນທີ່ບໍ່ມີໃບອະນຸຍາດ

0
377

ພາຍຫຼັງມີແຈ້ງການກ່ຽວກັບເລື່ອງ ຫ້າມອອກໃບຕາດິນໃໝ່ ໃຫ້ຜູ້ຊື້ສິດນຳໃຊ້ທີ່ດິນ ຈາກການຈັດສັນທີ່ດິນແບ່ງຂາຍເປັນຕອນ ທີ່ມີລັກສະນະທຸລະກິດ ຊຶ່ງຍັງບໍ່ທັນໄດ້ຮັບໃບອະນຸຍາດດໍາເນີນທຸລະກິດກ່ຽວກັບທີ່ດິນ ຈາກຂະແໜງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປະເດັນນີ້ແມ່ນໄດ້ຮັບຄວາມສົນໃຈພໍສົມຄວນຈາກສັງຄົມ.

May be an image of horizon, beach and grass

ບັນຫານີ້ ທ່ານ ວິລະນະ ສອນນະສິນ ຫົວໜ້າກົມທີ່ດິນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານປະເທດລາວ ໂດຍໃຫ້ເຫດຜົນວ່າ: ການອອກແຈ້ງການ ຫ້າມອອກໃບຕາດິນໃໝ່ ໃຫ້ຜູ້ປະກອບການ ຊື້-ຂາຍ ດິນຈັດສັນ ທີ່ບໍ່ມີໃບອະນຸຍາດດໍາເນີນທຸລະກິດກ່ຽວກັບທີ່ດິນ ແມ່ນແນໃສ່ຄຸ້ມຄອງການຊື້-ຂາຍທີ່ດິນ ແລະ ແມ່ນຄວາມພະຍາຍາມໜຶ່ງຂອງພັກ, ລັດຖະບານ ກໍຄື ກົມທີ່ດິນ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແນໃສ່ຕ້ານການຟອກເງິນ ຈາກການຄ້າຂາຍອາວຸດ, ຄ້າຢາເສບຕິດ ແລະ ການກະທໍາຜິດອື່ນໆ ທີ່ໄດ້ເງິນ ແລ້ວຊື້ທີ່ດິນ ແລະ ອອກໃບຕາດິນໃໝ່ ນັ້ນແມ່ນການກະທໍາທີ່ລະເມີດກົດໝາຍວ່າດ້ວຍການຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ. ພ້ອມນີ້, ຍັງເປັນການຫັນເອົາບຸກຄົນ, ນິຕິບຸກຄົນ ທີ່ຍັງລະເມີດກົດໝາຍວ່າດ້ວຍທີ່ດິນ ໃຫ້ເຂົ້າສູ່ການຄຸ້ມຄອງຢ່າງລວມສູນ ເພື່ອເພີ່ມການເກັບລາຍຮັບຈາກການດໍາເນີນທຸລະກິດ ກ່ຽວກັບທີ່ດິນ, ຕ້ານການຟອກເງິນ, ປ້ອງກັນຂໍ້ຂັດແຍ່ງທີ່ດິນ ຈາກການດໍາເນີນທຸລະກິດກ່ຽວກັບທີ່ດິນ ລະຫວ່າງ ຜູ້ຂາຍດິນຈັດສັນ ແລະ ຜູ້ຊື້.

May be an image of 1 person and text that says 'ไมนำตัม Land artme me'
ທ່ານ ວິລະນະ ສອນນະສິນ ກ່າວວ່າ: ຜູ້ດໍາເນີນທຸລະກິດກ່ຽວກັບທີ່ດິນ ກໍຄື ຜູ້ຊື້ ແລະ ຂາຍສິດນຳໃຊ້ທີ່ດິນ ດ້ວຍທຶນຂອງຕົນເອງ ເປັນຕົ້ນ ການຊື້-ຂາຍ ສິດນຳໃຊ້ທີ່ດິນ ເພື່ອຂາຍເກງກຳໄລ ຫລື ຈັດສັນທີ່ດິນແບ່ງຂາຍ ເປັນຕອນ ແມ່ນຕ້ອງໄດ້ຂໍອະນຸຍາດດໍາເນີນທຸລະກິດກ່ຽວກັບທີ່ດິນ ນໍາກົມທີ່ດິນ ຫລື ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ຂັ້ນແຂວງ ຕາມໃບທະບຽນວິສາຫະກິດ ເພື່ອຈະໄດ້ກວດກາແຫລ່ງທຶນ(ເງິນ) ທີ່ລູກຄ້າມາຊື້ ໄດ້ຈາກໃສ, ແນໃສ່ປ້ອງກັນການຂາຍດິນໃຫ້ຜູ້ທີ່ຄ້າຢາເສບຕິດ, ຄ້າອາວຸດ ແລະ ອື່ນໆ. ສໍາລັບກໍລະນີ ພໍ່ແມ່ ມອບສິດນໍາໃຊ້ທີ່ດິນ ໃຫ້ລູກຫລານ ຫລື ບຸກຄົນ ໂອນສິດນໍາໃຊ້ທີ່ດິນ (ໝົດຕອນ, ແບ່ງຂາຍບາງຕອນ) ເພື່ອແກ້ໄຂສະພາບຫຍຸ້ງ ຍາກຂອງຄອບຄົວ, ເພື່ອມີທຶນຮອນສໍາລັບ ປະກອບທຸລະກິດ ເຊິ່ງບໍ່ແມ່ນເຈດຕະນາຈັດສັນທີ່ດິນຂາຍ ເພື່ອເກັງກໍາໄລ ແມ່ນບໍ່ຈໍາເປັນຂໍອະນຸຍາດດໍາເນີນທຸລະກິດ ກ່ຽວກັບທີ່ດິນ.

ປັດຈຸບັນ, ມີວິສາຫະກິດ ທີ່ໄດ້ຂຶ້ນທະບຽນທາງດ້ານອະສັງຫາລິມມະຊັບ ກັບກະຊວງອຸດສາ ຫະກຳ ແລະ ການຄ້າ ທັງໝົດ 136 ວິສາຫະກິດ. ໃນນັ້ນ, ມີ 40 ວິສາຫະກິດ ໄດ້ສະເໜີກົມທີ່ດິນ ເຊິ່ງກົມທີ່ດິນ ໄດ້ຄົ້ນຄວ້າລາຍງານ ການນໍາກະຊວງ ແລະ ໄດ້ອອກໃບອະນຸຍາດດໍາເນີນທຸລະກິດກ່ຽວກັບທີ່ດິນແລ້ວ 14 ວິສາຫະກິດ, ຍັງ 26 ວິສາຫະກິດ ແມ່ນຢູ່ໃນຂັ້ນຕອນຄົ້ນຄວ້າ ຂອງກົມທີ່ດິນ ເພື່ອສະເໜີຄະນະນຳກະຊວງ ພິຈາລະນາ. ສ່ວນ 96 ວິສາຫະກິດ ແມ່ນຍັງບໍ່ໄດ້ສະເໜີອອກໃບອະນຸຍາດດຳເນີນທຸລະກິດ ກ່ຽວກັບທີ່ດິນ.

May be an image of horizon and grass
ສະເພາະ ວິສາຫະກິດ ທີ່ຂຶ້ນທະບຽນກັບ ພະແນກອຸດສະຫະກຳ ແລະ ການຄ້ານະຄອນຫລວງວຽງຈັນ ມີ 262 ວິສາຫະກິດ. ໃນນັ້ນ, ມີ 3 ວິສາຫະກິດ ທີ່ໄດ້ສະເໜີ ເພື່ອຂໍອອກໃບອະນຸຍາດດໍາເນີນທຸລະກິດກ່ຽວກັບທີ່ດິນ, ອີກ 259 ວິສາຫະກິດ ແມ່ນຍັງບໍ່ໄດ້ສະເໜີອອກໃບອະນຸຍາດດຳເນີນທຸລະກິດກ່ຽວກັບທີ່ດິນ. ສ່ວນບັນດາແຂວງໃນຂອບເຂດທົ່ວປະເທດ ແມ່ນຍັງບໍ່ທັນໄດ້ອອກໃບອະນຸ ຍາດດໍາເນີນທຸລະກິດ ກ່ຽວກັບທີ່ດິນເທື່ອ ເນື່ອງຈາກກໍາລັງຄົ້ນຄ້ວາ ຕາມການສະເໜີຂອງວິສາຫະກິດ ທີ່ໄດ້ໃບທະບຽນວິສາຫະກິດ ຈາກພະແນກອຸດສາຫະກໍາ ແລະ ການຄ້າແຂວງ.

ຂ່າວ-ພາບ: ຂປລ

LEAVE A REPLY

Please enter your comment!
Please enter your name here