ລາຄານໍ້າມັນດິບເວັດເທັກຊັດ (WTI) ສົ່ງມອບເດືອນກໍລະກົດ ປິດຕະຫຼາດວັນອັງຄານທີ 28 ພຶດສະພາ ປັບຂຶ້ນ2,11ໂດລາສະຫະລັດ ປິດທີ່79,83ໂດລາສະຫະລັດຕໍ່ບາເຣລ; ສ່ວນລາຄານໍ້າມັນເບຣນ ສົ່ງມອບເດືອນກໍລະກົດເພີ່ມຂຶ້ນ1,12ໂດລາປີດທີ່84,22ໂດລາສະຫລັດຕໍ່ບາເຣລ.
ລາຄານໍ້າມັນຍັງໄດ້ປັດໄຈບວກການການອ່ອນຄ່າຂອງເງິນໂດລາສະຫະລັດ ຊຶ່ງຈະເພີ່ມຄວາມໜ້າດຶງດູດຂອງສັນຍາ ເຮັດໃຫ້ສັນຍານໍ້າມັນມີລາຄາຖືກລົງສຳລັບຜູ້ຖືຄອງສະກຸນເງິນອື່ນ.
ຕະຫຼາດຍັງຕິດຕາມລາຄາການໃຊ້ຈ່າຍ ເພື່ອການບໍລິໂພກສ່ວນບຸກຄົນ(PCE) ທີ່ຈະມີການເປີດເຜີຍໃນວັນທີ 31 ພຶດສະພາ ເພື່ອຫາສັນຍານບົງຊີ້ກຳນົດເວລາ ໃນການປັບຫຼຸດອັດຕາດອກເບ້ຍຂອງທະນາຄານກາງສະຫະລັດ(ເຟດ).
ທັງນີ້ ດັດຊະນີ PCE ຖືເປັນມາດວັດເງິນເຟີ້ທີ່ເຟດໃຫ້ຄວາມສຳຄັນ ໂດຍສາມາດກວດວັດການປ່ຽນແປງ ໃນພຶດຕິກຳຂອງຜູ້ບໍລິໂພກ ທັງກວມເອົາລາຄາສິນຄ້າແລະບໍລິການໃນວົງກວ້າງຫຼາຍກວ່າດັດຊະນີລາຄາຜູ້ບໍລິໂພກ(CPI).
ນອກນີ້ ນັກລົງທຶນຍັງຕິດຕາມການປະຊຸມກຳນົດນະໂຍບາຍການຜະລິດນໍ້າມັນຂອງກຸ່ມປະເທດຜູ້ສົ່ງອອກນໍ້າມັນ(ໂອເປັກ) ແລະ ກຸ່ມພັນທະມິດ ຫລື ໂອເປັກບວກ ໃນວັນທີ 2 ມິຖຸນາ ໂດຍຄາດວ່າທີ່ປະຊຸມຍັງຈະມີມະຕິປັບຫຼຸດກຳລັງການຜະລິດຕໍ່ໄປໃນເຄິ່ງປີຫຼັງ.