ອົງການອະນາໄມໂລກ ກະຕຸກຊຸກຍູ້ບັນດາປະເທດເຊັນຂໍ້ຕົກລົງທົ່ວໂລກກ່ຽວກັບພະຍາດລະບາດໂດຍໄວ

0
359

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ທ່ານ ທີໂດຼສ ອາດຮານອມ ເກເບຣເຢຊຸສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກ (WHO) ກ່າວຄຳເຫັນໄຂກອງປະຊຸມການແພດໂລກ (WHA) ຢູ່ເຊີແນວ ປະເທດສະວິດ ໃນວັນທີ 27 ພຶດສະພາ ໂດຍໄດ້ຮຽກຮ້ອງບັນດາປະເທດຍູ້ໄວຄວາມຄືບໜ້າການເຈລະຈາ ແລະ ບັນລຸໄດ້ຂໍ້ຕົກລົງທີ່ມີລັກສະນະບາດລ້ຽວ ກ່ຽວກັບການປ້ອງກັນ ແລະ ຮັບມືກັບພະຍາດລະບາດໃນອະນາຄົດ.

ທ່ານ ຜູ້ອຳນວຍການໃຫຍ່ ອົງການອະນາໄມໂລກ ສະແດງຄວາມເຊື່ອໝັ້ນວ່າ ຂໍ້ຕົກລົງຈະໄດ້ຮັບການລົງນາມໂດຍໄວພາຍຫຼັງບັນດາການເຈລະຈາບໍ່ບັນລຸຜົນສຳເລັດຕາມຫຼັງເວລາກຳນົດພາຍຫຼັງ 2 ປີເຄິ່ງ.

ຕາມທ່ານ ທີໂດຣສ ແລ້ວວິວັດການເຈລະຈາປະສົບກັບ ຄວາມຫຍຸ້ງຍາກຍ້ອນລັກສະນະສັບສົນດ້ານເຕັກນິກ, ນິຕິກຳ ແລະ ການເມືອງ, ໄປຄຽງຄູ່ກັບຂອບກຳນົດເວລາສັ້ນໆ. ທ່ານເນັ້ນໜັກວ່າ: ເຖິງວ່າຍັງບໍ່ທັນບັນລຸໄດ້ຂໍ້ຕົກລົງເທື່ອ, ແຕ່ບັນດາປະເທດລ້ວນແຕ່ສະແດງຄວາມເຫັນດີເຫັນພ້ອມ, ຄວາມຕັດສິນໃຈສ້າງຂໍ້ຕົກລົງກ່ຽວກັບການຮັບມືກັບພະຍາດລະບາດໃນອະນາຄົດ.

ຄາດວ່າ, ໃນ 6 ວັນດຳເນີນກອງປະຊຸມ (ຮອດວັນທີ 1 ມິຖຸນາ), ບັນດານັກເຈລະຈາຈະນຳສະເໜີໝາກຜົນຂອງການເຈລະຈາ ກ່ຽວກັບຂໍ້ຕົກລົງນີ້ຕໍ່ WHA, ເຫດການມີການເຂົ້າຮ່ວມຂອງ 194 ປະເທດສະມາຊິກ WHO.

LEAVE A REPLY

Please enter your comment!
Please enter your name here