ກອງທຶນເຮດຟັນ ເດີມພັນຄຳຂາຂຶ້ນຫຼາຍສຸດໃນຮອບ 4 ປີ

27 May 2024

ຄລິກແຊຣ໌ 0 Facebook WhatsApp

ສຳນັກຂ່າວບລູມເບີກລາຍງານວ່າ ບັນດາກອງທຶນເຮດຟັນ (hedge fund) ແລະ ນັກລົງທຶນເກັງກຳໄລລາຍໃຫຍ່ ກຳລັງເພີ່ມສະຖານະການເກັງກຳໄລ ຄໍາຂາຂຶ້ນ ກັນຫຼາຍທີ່ສຸດໃນຮອບ 4 ປີ ໂດຍເກັງກຳໄລສະຖານະ Long ຫລື ເດີມພັນວ່າລາຄາຈະເພີ່ມຂຶ້ນອີກໃນອະນາຄົດ ກຳລັງເພີ່ມສູງຂຶ້ນ ສອດຄ່ອງກັບລາຄາຄຳທີ່ພຸ່ງຂຶ້ນຈຸລະດັບສູງສຸດເປັນປະຫວັດການທີ່ລາຄາ 2.448ໂດລາສະະລັດຕໍ່ອອນໃນວັນທີ 20 ພຶດສະພາ 2024 ສະທ້ອນເຖິງຄວາມເຊື່ອໝັ້ນຂອງນັກລົງທຶນໃນຕະຫຼາດສິນຄ້າອຸປະໂພກກຳລັງເພີ່ມຂຶ້ນ.

ຂໍ້ມູນຫຼ້າສຸດຈາກຄະນະກຳມະການເບິ່ງແຍງຊື້-ຂາຍສິນຄ້າອຸປະໂພກລ່ວງໜ້າ ຫຼື CFTC ລະບຸວ່າ: ການເກງກຳໄລລາຄາຂາຂຶ້ນກັບສະຖານະ Long Positions ຄຳຟິວເຈີ Comex Futures ເພີ່ມຂຶ້ນເຖິງ21.030ສັນຍາ ໃນອາທິດຜ່ານມາ ເຊິ່ງຖືວ່າສູງສຸດນັບຕັ້ງແຕ່ເດືອນເມສາ ປີ2020

ທັງນີ້ນັກລົງທຶນເຂົ້າມາເກັງກຳໄລໃນລາຄາຄຳໃນໄລຍະທີ່ລາຄາຄຳເພີ່ມຂຶ້ນຢ່າງຕໍ່ເນື່ອງຕັ້ງແຕ່ຕົ້ນປີຈົນເຖິງປັດຈຸບັນ ຈົນເຮັດໃຫ້ປີນີ້ ລາຄາຄຳເພີ່ມຂຶ້ນກວ່າ 13% ເນື່ອງຈາກທະນາຄານກາງທົ່ວໂລກເຂົ້າຊື້ຄຳທ່າມກາງຄວາມຕ້ອງການຄຳທີ່ເຂັ້ມແຂງໃນອາຊີ ແລະຈາກ ສະຖານະການຄວາມຂັດແຍ່ງດ້ານພູມສາດການເມືອງໂລກທີ່ເຂັ້ມຂຸ້ນຂຶ້ນ.

ເຖິງວ່າລາຄາຄຳ ຈະຂຶ້ນສູງສຸດຮອບໃໝ່ ໃນອາທິດຜ່ານມາ ແຕ່ຕອນນີ້ນັກລົງທຶນກຳລັງເທຂາຍຄຳ ສົ່ງຜົນໃຫ້ຄຳມຸ່ງໜ້າສູ່ອາທິດທີ່ບໍ່ດີທີ່ສຸດໃນປີນີ້.

ຫຼ້າສຸດໃນວັນທີ 27 ພຶດສະພາ ເຄື່ອນໄຫວທີ່2.339ໂດລາສະຫະລັດຕໍ່ອອນ ປັບລົງ 3% ຈາກລະດັບສູງສຸດ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ