ທ່ານ ໜູເຊີຍ ພົມສີຈັນ ວ່າການແທນຫົວໜ້າກົມງົບປະມານແຫ່ງລັດ ໄດ້ໃຫ້ສຳພາດຕໍ່ທີມຂ່າວ ກະຊວງການເງິນ ຕໍ່ກັບສະພາບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ຂອງຂະແໜງການງົບປະມານ ທີ່ຕິດພັນກັບວາລະແຫ່ງຊາດ ໂດຍໃຫ້ຮູ້ວ່າ:
ສຳລັບການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2023 ລັດຖະບານ ກໍ່ຄືກະຊວງການເງິນ ໄດ້ສຸມໃສ່ບັນດາມາດຕະການ ຕາມມະຕິ ສະພາແຫ່ງຊາດ ສະບັບເລກທີ 63/ສພຊ, ລົງວັນທີ 9 ທັນວາ 2022 ໄດ້ຈັດຕັ້ງຜັນຂະຫຍາຍ 2 ແຜນວຽກຈຸດສຸມ ຂອງຂະແໜງການເງິນ ທີ່ກໍານົດໃນວາລະແຫ່ງຊາດ ແລະ ຄໍາສັ່ງ ສະບັບເລກທີ 18/ນຍ, ລົງວັນທີ 16 ກັນຍາ 2021, ຊຶ່ງໄດ້ສຳເລັດບາງມາດຕະການທີ່ພົ້ນເດັ່ນ ໂດຍສະເພາະ ມາດຕະການລາຍຈ່າຍ ດັ່ງນີ້: ສຸມໃສ່ປະຕິບັດນະໂຍບາຍປະຢັດ ແລະ ຕ້ານການຟຸມເຟືອຍງົບປະມານແຫ່ງລັດ ຕາມດຳລັດ ສະບັບເລກທີ 205/ລບ ໂດຍໄດ້ຜັນຂະຫຍາຍເປັນກຳນົດໝາຍໃຊ້ຈ່າຍງົບປະມານຂອງລັດ ການປະຢັດ ແລະ ຕ້ານການຟຸມເຟືອຍ ເລີ່ມນຳໃຊ້ປີ 2023 ເປັນຕົ້ນມາ, ລວມທັງດໍາລັດ ວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ ໄດ້ສໍາເລັດ ການຕິດສະຕິກເກີ້ ໃຫ້ລົດໃຫຍ່ 9.240 ຄັນ ເທົ່າກັບ 83% ແລະ ລົດຈັກ 12.956 ຄັນ ເທົ່າກັບ 57% ໃນຂອບເຂດທົ່ວປະເທດ.
ໃນນັ້ນ, ສຳເລັດການຄົ້ນຄວ້ານະໂຍບາຍເພີ່ມເງິນອຸນໜູນຄ່າຄອງຊີບ 150.000 ກີບ/ຄົນ/ເດືອນ ເລີ່ມປະຕິບັດແຕ່ ງວດ 1 ປີ 2023 ເປັນຕົ້ນມາ ແລະ ເພີ່ມເງິນອຸດໜູນຜູ້ມີເງິນເດືອນຕໍ່າກວ່າ 1.700.000 ກີບ ໃຫ້ ພະນັກງານລັດຖະກອນ, ພະນັກງານບໍານານ, ເສຍອົງຄະ ພ້ອມທັງເພີ່ມເງິນອຸດໜູນຄົວລວມ ໃຫ້ສອງກຳລັງ ເລີ່ມປະຕິບັດ ງວດ 4 ປີ 2023 ເປັນຕົ້ນໄປ ໂດຍບໍ່ໄດ້ຄິດໄລ່ຫັກພັນທະອາກອນເງິນເດືອນ ໃນສ່ວນທີ່ອຸດໜູນເພີ່ມ; ໄດ້ປະຕິບັດນະໂຍບາຍ ແລະ ຊ່ວຍໜູນ ໃຫ້ບາງຂະແໜງການເພີ່ມຕື່ມໃນທ້າຍປີທີ່ບໍ່ພຽງພໍ ເປັນຕົ້ນ: ອັດຕາກີນນັກໂທດ ກະຊວງປ້ອງກັນຄວາມສະຫງົບ 25 ຕື້ກີບ, ເງິນເບ້ຍລ້ຽງນັກຮຽນຊົນເຜົ່າ ແລະ ພິການ ກະຊວງສຶກສາທິການ ແລະ ກິລາ, ເບ້ຍລ້ຽງນັກຮຽນແພດ ແລະ ນະໂຍບາຍປິ່ນປົວພະຍາດ ກະຊວງສາທາລະນະສຸກ, ເບ້ຍລ້ຽງນັກສຶກສາ, ນະໂຍບາຍເວນຍາມ ຂະແໜງ ສາທາລະນະສຸກ ຂັ້ນແຂວງຈຳນວນໜຶ່ງ.
ນອກຈາກນັ້ນ, ກໍຍັງມີສິ່ງທີ່ພົ້ນເດ່ັນໃນການປະຕິບັດແຜນງົບປະມານຫ່ງລັດ ປີ 2023 ລາຍຮັບທັງໝົດປະຕິບັດໄດ້ 50.486,81 ຕື້ກີບ ເທົ່າກັບ 131,31% ຂອງແຜນໝົດປີ ຫຼື ລື່ນແຜນ 12.038,81 ຕື້ກີບ (ທຽບໃສ່ປີ 2022 ເພີ່ມຂຶ້ນ 55,72% ເປັນເງິນ 14.928,33 ຕື້ກີບ), ໃນນີ້: ສູນກາງປະຕິບັດໄດ້ 37.653,74 ຕື້ກີບ ເທົ່າກັບ 126,97% ຂອງແຜນໝົດປີ ແລະ ທ້ອງຖິ່ນປະຕິບັດໄດ້ 12.833,06 ຕື້ກີບ ເທົ່າກັບ 145,94% ຂອງແຜນໜົດປີ (18 ແຂວງເກີນແຜນ) 4.039,54 ຕື້ກີບ. ສ່ວນລາຍຮັບຊ່ວຍເຫຼືອລ້າຈາກຕ່າງປະເທດ 4.850,40 ຕື້ກີບ ເທົ່າກັບ 136,63% ຂອງແຜນໜົດປີ. ດ້ານລາຍຈ່າຍ ຜ່ານການໄລ່ລຽງຂາດຕົວເບື້ອງຕົ້ນ ຄາດຄະເນປະ¬ຕິ¬ບັດໝົດປີ 44.123,97 ຕື້ກີບ ເທົ່າກັບ 98,14% ຂອງແຜນການ.
ໂອກາດດັ່ງກ່າວ, ທ່ານ ໜູເຊີຍ ພົມສີຈັນ ວ່າການແທນຫົວໜ້າກົມງົບປະມານແຫ່ງລັດ ໄດ້ກ່າວໃຫ້ຮູ້ຕື່ມອີກວ່າ: ການສ້າງແຜນງົບປະມານ, ທິດທາງຄາດໝາຍສູ້ຊົນ, ກຳນົດຕົວເລກຄາດໝາຍແຜນລາຍຮັບງົບປະມານແຫ່ງລັດ ໃນປີ 2024 ນີ້, ຍັງດໍາເນີນໄປໃນສະພາບການສືບຕໍ່ແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ທີ່ສະສົມມາຍາວນານ, ບັນຫາໜີ້ສິນສາທາລະນະ ທີ່ມີຄວາມກົດດັນສູງສົມຄວນ, ສະພາບການຜັນຜວນຂອງພາກພື້ນ ແລະ ສາກົນ ທີ່ຄາດເດົາໄດ້ຍາກ ຜັນແປໄປຢ່າງສະລັບສັບຊ້ອນ, ລາຄາພະລັງງານ, ລາຄາສິນຄ້າ-ບໍລິການ ແລະ ໄພເງິນເຟີ້ ຍັງສືບຕໍ່ຜັນຜວນ, ເຖິງຢ່າງໃດກໍ່ຕາມ, ແຜນງົບປະມານແຫ່ງລັດ ປີ 2024 ແນໃສ່ແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ສ້າງຄວາມເຂັ້ມແຂງໃຫ້ແກ່ການຜະລິດ, ລະບົບການເງິນ-ເງິນຕາ ເພື່ອເປັນພື້ນຖານໃຫ້ແກ່ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຢ່າງມີບາດກ້າວເດີນທີ່ໜັກແໜ້ນ (ສອຈ), ຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ພາຍໃຕ້ຄຳຂວັນ “ລາຍຮັບພາຍໃນກຸ້ມລາຍຈ່າຍພາຍໃນ ມີສ່ວນສະສົມ ເພື່ອຊໍາລະໜີ້ສິນ ແລະ ບຸກທະລຸການຄຸ້ມຄອງງົບ ປະມານແຫ່ງລັດ ເປັນທັນສະໄໝ”.
ຊຶ່ງໃນນັ້ນ, ຄາດຄະເນສູ້ຊົນເກັບລາຍຮັບທັງໝົດ ໃນປີ 2024 ຈໍານວນ 50.107 ຕື້ກີບ ທຽບໃສ່ແຜນຂອງປີຜ່ານມາ ເພີ່ມຂຶ້ນ 30% (ເປັນເງິນ 11.659 ຕື້ກີບ) ເທົ່າກັບ 17,06% ຂອງ GDP, ສະເພາະລາຍຮັບພາຍໃນ ຈໍານວນ 45.070 ຕື້ກີບ ເພີ່ມຂຶ້ນ 30% (ເປັນເງິນ 10.172 ຕື້ກີບ) ເທົ່າກັບ 15,34% ຂອງ GDP (ມູນຄ່າ GDP ເທົ່າກັບ 293.786 ຕື້ກີບ).
ວຽກງານທົດລອງຈັດຕັ້ງປະຕິບັດຫັນຫົວໜ່ວຍງົບປະມານໃຫ້ກຸ້ມຕົນເອງນັບແຕ່ໄດ້ປະກາດຮັບຮອງເອົາ 05 ຫົວໜ່ວຍເຮັດທົດລອງຫັນກຸ້ມຕົນເອງ ຕໍ່ກອງປະຊຸມລັດຖະບານ ສະໄໝສາມັນ ໃນເດືອນສິງຫາ ປີ 2021 ເຊິ່ງມາຮອດປະຈຸບັນເປັນເວລາ 03 ປີ ທີ່ໄດ້ຈັດຕັ້ງປະຕິບັດເຮັດທົດລອງ ແລະ ໃນທ້າຍປີ 2022 ກໍ່ສາມາດຄົ້ນຄ້ວາ ແລະ ຮັບຮອງເອົາ 02 ຫົວໜ່ວຍເຮັດທົດລອງ ລວມເປັນ 07 ຫົວໜ່ວຍ ມາຮອດປະຈຸບັນ ມີຄື: ມະຫາວິທະຍາໄລແຫ່ງຊາດ, ວິທະຍາໄລເຕັກນິກປາກປ່າສັກ, ໂຮງໝໍມະໂຫສົດ, ໂຮງໝໍມິດຕະພາບ, ໂຮງໝໍເສດຖາທິລາດ, ກົມສ່ວຍສາອາກອນ ແລະ ກົມພາສີ; ຕາມຂໍ້ຕົກລົງຂອງ ລັດຖະມົນຕີກະຊວງການເງິນ ສະບັບເລກທີ 2301/ກງ, ລົງວັນທີ 27 ພຶດສະພາ 2021 ແລະ ຂໍ້ຕົກລົງ ສະບັບເລກທີ 4448/ກງ, ລົງວັນທີ 30/12/2022.
ຜ່ານການຈັດຕັ້ງປະຕິບັດຜ່ານມາເຫັນໄດ້ວ່າ ຂະແໜງການສາທາ ຄື 03 ໂຮງໝໍ ແລະ ຂະແໜງການເງິນ ກົມສ່ວຍສາອາກອນ ແລະ ກົມພາສີ ສາມາດເກັບລາຍຮັບເພີ່ມຂຶ້ນ, ຍ້ອນໂຮງໝໍໄດ້ເພີ່ມທາງເລືອກການບໍລິການຂອງໂຮງໝໍ ເປັນຕົ້ນ: ຫ້ອງນອນຄົນເຈັບ (ຫ້ອງພິເສດ), ສຳລັບລາຍຈ່າຍ ເຫັນວ່າມີບາງລາຍຈ່າຍມີທ່າອ່ຽງລຸດລົງ ຫຼື ປະຢັດຂຶ້ນ ເປັນຕົ້ນ: ຄ່ານໍ້າ, ຄ່າໄຟຟ້າ ເຊິ່ງບັນດາໂຮງໝໍກໍໄດ້ເພີ່ມມາດຕະການຫຼຸດຜ່ອນລາຍຈ່າຍດັ່ງກ່າວລົງ ເພື່ອໃຫ້ມີເງິນເຫຼືອໄປໃຊ້ຈ່າຍໃນວຽກອື່ນໆທີ່ຈຳເປັນ. ສຳລັບຂະແໜງສຶກສາ ກໍຄື: ວິທະຍາໄລເຕັກນິກປາກປາສັກ ແລະ ມະຫາວິທະຍາໄລ່ແຫ່ງຊາດ ເຫັນວ່າລາຍຮັບຫລຸດລົງຈາກແຜນທີ່ຂຶ້ນໄວ້, ສາເຫດເກີດຈາກ ເສດຖະກິດປະຈຸບັນມີຄວາມຫຍຸ້ງຍາກນັກຮຽນປະລະການຮຽນ ການສະໝັກເຂົ້າຮຽນມີທ່ວງທ່າຫຼຸດລົງ. ໂດຍລວມແມ່ນຈ່າຍສ່ວນໃຫ່ຍແມ່ນສາມາດກຸ້ມຕົນເອງໄດ້ ເງິນບໍລິຫານ (ພາກ 62) ແລະ ເງິນດັດສົມສົ່ງເສີມ (ພາກ 63) ບາງຫົວໜ່ວຍສາມາດກຸ້ມໄດ້ລາຍຈ່າຍຊື້ໃໝ່ (ພາກ 66) ສ່ວນລາຍຈ່າຍເງິນເດືອນ, ເງິນນະໂຍບາຍ ແລະ ລາຍຈ່າຍເງິນລົງທຶນ ຍັງແມ່ນລັດຖະບານ ຕ້ອງໄດ້ຊ່ວຍໜູນ.
ໃນການຈັດຕັ້ງປະຕິບັດຂອງບັນດາຫົວໜ່ວຍທົດລອງຫັນກຸ້ມຕົນເອງ ໄດ້ຖືເອົາ ຄຳແນະນຳ ກ່ຽວກັບການຄຸ້ມຄອງລາຍຮັບ-ລາຍຈ່າຍ ຂອງຫົວໜ່ວຍບໍລິຫານວິຊາການກຸ້ມຕົນເອງດ້ານງົບປະມານ ສະບັບເລກທີ 2258/ກງ, ລົງວັນທີ 21/5/2021 ເປັນພື້ນຖານໃນການຈັດຕັ້ງປະຕິບັດ ແລະ ປະຈຸບັນ ກະຊວງພາຍໃນ ໄດ້ຄົ້ນຄ້ວາສ້າງ ດຳລັດ ວ່າດ້ວຍການຫັນຫົວໜ່ວຍບໍລິຫານວິຊາການເປັນເຈົ້າຕົນເອງ ສຳເລັດໂດຍພື້ນຖານ ຖ້າຫາກດຳລັດດັ່ງກ່າວຖືກຮັບຮອງ ແລະ ປະ ກາດນຳໃຊ້ ຖືວ່າຄຳແນະນຳທີ່ ກະຊວງການເງິນ ອອກແມ່ນຕົກໄປ ພ້ອມທັງ ຈະໄດ້ມີການປະເມີນຄືນບັນດາຫົວໜ່ວຍທີ່ເຮັດທົດລອງຜ່ານມາ ວ່າສອດຄ່ອງກັບດໍາລັດດັ່ງກ່າວວາງອອກແລ້ວບໍ່ ເພື່ອສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ.