ສຳນັກຂ່າວ ຊິນຮວາ ລາຍງານວ່າ: ວັນທີ 21 ພຶດສະພາ ທ່ານ ຫລີເຊົາ ໂຄສົກ ຄະນະ ກຳມະການ ພັດທະນາ ແລະ ປະຕິຮູບ ແຫ່ງຊາດຈີນ ໄດ້ອະນຸມັດ ໂຄງການ ລົງທຶນ ຊັບສິນ ຖາວອນ ລວມມີ 50 ໂຄງການ ດ້ວຍມູນຄ່າ 320 ຕື້ຢວນ ໃນໄລຍະ 4 ເດືອນທຳອິດ (ເດືອນມັງກອນ-ເດືອນເມສາ) ຂອງປີນີ້.
ໂຄງການດັ່ງກ່າວນີ້ ຢູ່ໃນອຸດສາຫະກຳ ເຕັກໂນໂລຊີ ຂັ້ນສູງ ແລະ ການອະນຸລັກນໍ້າ ເປັນສ່ວນໃຫຍ່. ໂດຍສະເພາະ ໃນເດືອນເມສາຜ່ານມາ ຄະນະກຳມະການ ໄດ້ອະນຸມັດໂຄງການການລົງທຶນຊັບສິນຖາວອນ 20 ໂຄງການ ມູນຄ່າລວມ 115 ຕື້ຢວນ.
ໃນຂະນະທີ່ ການລົງທຶນ ຊັບສິນ ຖາວອນ ຂອງ ປະເທດ ໃນລະຫວ່າງ ເດືອນມັງກອນ-ເດືອນເມສາ ໄດ້ຂະຫຍາຍຕົວ 4,2% ເມື່ອທຽບໃສ່ ປີຕໍ່ປີ ກວມເອົາ 14,34 ພັນຕື້ຢວນ, ໂດຍໄດ້ຮັບແຮງຊຸກຍູ້ຈາກນະໂຍບາຍຂອງລັດຖະບານທີ່ອອກແບບມາເພື່ອຂະຫຍາຍ ການລົງທຶນໃຫ້ໄດ້ຮັບປະສິດທິພາບ.