ລາຄາຄຳ ແລະ ນໍ້າມັນປັບລົງ ກັງວົນເຟດ ຮັກສາດອກເບ້ຍລະດັບສູງໄວ້ດົນ

0
446

ລາຄາຄຳຟິວເຈີ ແລະ ນໍ້າມັນດິບເວັດເທັກຊັດ  ປິດຕະລາດວັນພະຫັດທີ 23 ພຶດສະພາ ລ້ວນປັບລົງ; ໃນນີ້ລາຄາຄຳ ປັບຕົວລົງຫຼາຍເຖິງ55,70ໂດລາສະຫະລັດ ແລະ ນໍ້າມັນຫຼຸດລົງ70ເຊັນ ທ່າມກາງຄວາມກັງວົນຂອງນັກລົງທຶນວ່າທະນາຄານກາງສະຫະລັດ ຫລື ເຟດຈະຮັກສາອັດຕາດອກເບ້ຍໃນລະດັບສູງໄວ້ດົນກວ່າທີ່ຄິດໄວ້.

ສັນຍາຄຳຕະຫຼາດໂຄແມັກ COMEX (Commodity Exchange) ສົງມອບເດືອນມິຖຸນາ ຫຼຸດລົງ55,70ໂດລາສະຫະລັດ ປິດທີ່2.337,20ໂດລາສະຫະລັດຕໍ່ອອນ.

ລາຄາຄຳໄດ້ຮັບແຮງກົດດັນຈາກການແຂງຄ່າຂອງເງິນໂດລາສະຫະລັດ ແລະ ອັດຕາຜົນຕອບແທນພັນທະບັດລັດຖະບານສະຫະລັດທີ່ສູງຂຶ້ນ. ນອກນັ້ນນັກລົງທຶນຍັງຄາດວ່າເຟດຈະປັບຫຼຸດອັດຕາດອກເບ້ຍພຽງຄັ້ງດຽວໃນປີນີ້ ໂດຍຈະເກີດຂຶ້ນໃນເດືອນພະຈິກ ຈາກເດີມທີ່ຄາດໄວ້ໃນເດືອນກັນຍາ

ສ່ວນລາຄານໍ້າມັນດິບເວັດເທັກຊັດ ຫລື  WTI ງວດສົ່ງມອບເດືອນກໍລະກົດ ປິດຕະຫຼາດວັນພະຫັດທີ 23 ພຶດສະພາ ປັບລົງ70ເຊັນປິດທີ່76,87ໂດລາສະຫະລັດຕໍ່ບາເຣລ; ສ່ວນນໍ້າມັນເບຣນ  ສົ່ງມອບເດືອນກໍລະກົດຫຼຸດລົງ54ເຊັນ ປິດທີ່ 81,36ໂດລາສະຫະລັດຕໍ່ອອນ.

ລາຄານໍ້າມັນດິບ WTI ຫຼຸດລົງ3 ວັນຕິດຕໍ່ກັນ ຫຼັງຈາກລາຍງານການປະຊຸມຂອງທະນາຄານກາງສະຫະລັດບົ່ງຊີ້ວ່າກຳມະການເຟດ ມີຄວາມກັງວົນກ່ຽວກັບເງິນເຟີ້ ເຮັດໃຫ້ນັກລົງທຶນຄາດຄະເນວ່າເຟດຈະຮັກສາອັດຕາດອກເບ້ຍໃນລະດັບສູງດົນນານກວ່າທີ່ຄິດ ແລະ ຈະເປັນປັດໄຈກະທົບອຸປະສົງນໍ້າມັນໃນຕະຫຼາດ.

ນອກນີ້ລາຄານໍ້າມັນຍັງຖືກກົດດັນຈາກການທີ່ສະຫະລັດເປີດເຜິີຍຄັງນໍ້າມັນດິບເພີ່ມຂຶ້ນໃນອາທິດຜ່ານມາ ສວນທາງກັບການຄາດການຂອງບັນດານັກວິເຄາະ ໂດຍເພີ່ມຂຶ້ນ1,8ລ້ານບາເຣລ ສ່ວນນັກວິເຄາະຄາດວ່າຈະຫຼຸດລົງ2,5ລ້ານເບເຣລ.

LEAVE A REPLY

Please enter your comment!
Please enter your name here