ກະຊວງສຶກສາທິການ ແລະ ກີລາແຫ່ງ ສປປ ລາວ ໂດຍໄດ້ຮັບການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ໄດ້ນຳສະເໜີວີດີໂອສຳລັບການພັດທະນາຄູຕອນໃໝ່ ການນຳໃຊ້ “ ການສອນເປັນຄູ່” ເພື່ອສົ່ງເສີມໃຫ້ຄູໄດ້ຮຽນຮູ້ຈາກຄູດ້ວຍກັນ ແລະ ໄດ້ທົດລອງການປະຕິບັດເຕັກນິກການສອນແບບໃໝ່ໃນຫ້ອງຮຽນ. ການສອນເປັນຄູ່ ແມ່ນກິດຈະກໍາການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ເຊິ່ງຄູສອນສອງຄົນ ຫຼື ຄູສອນໜຶ່ງຄົນ ແລະ ຜູ້ສະໜັບສະໜູນດ້ານການສອນ ຈະເຮັດວຽກຮ່ວມກັນເພື່ອວາງແຜນການສອນ, ສອນ ແລະ ທົບທວນຄືນບົດຮຽນນຳກັນ. ຈຸດປະສົງຂອງການສອນເປັນຄູ່ ແມ່ນເພື່ອໃຫ້ຄູຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອຮຽນຮູ້ກິດຈະກຳໃນຫ້ອງຮຽນ ແລະ ວິທີການການສອນແບບໃໝ່. ເຊິ່ງວິທີດັ່ງກ່າວ ແມ່ນເໝາະສົມສໍາລັບຄູທີ່ມີປະສົບການທີ່ຈະແບ່ງປັນຄວາມຮູ້ ແລະ ຄວາມສາມາດຂອງເຂົາເຈົ້າ ເພື່ອຊ່ວຍເຫຼືອແບບ “ຝຶກສອນຕົວຈິງ” ກັບເພື່ອນຮ່ວມງານຂອງເຂົາເຈົ້າ. ວິທີນີ້ຈະຊຸກຍູ້ໃຫ້ມີຄວາມຄິດສ້າງສັນ, ແໜ້ນແຟ້ນຄວາມສາມັກຄີໃນການສອນລະ ຫວ່າງຄູ ແລະ ສ້າງກຸ່ມຂອງຄູເພື່ອຊ່ວຍເຫຼືອກັນ.

ທ່ານ ຮສ.ປອ ອານຸລົມ ວິໄລພອນ, ຜູ້ອຳນວຍການ ສວສ ໄດ້ກ່າວວ່າ “ຄູສອນໃນ ສປປ ລາວ ໃນບາງບ່ອນອາດຈະເຮັດວຽກຢູ່ໃນສະພາບທີ່ຫຍຸ້ງຍາກ ແລະ ຫ່າງໄກ. ການຮຽນຮູ້ເອົາວິທີການໃໝ່ໆເຂົ້າໃນການສອນຕາມຄວາມຮຽກຮ້ອງຕ້ອງການ ເພື່ອຊ່ວຍໃຫ້ສາມາດປະຕິບັດການສອນດ້ວຍຫຼັກສູດຊັັ້ນປະຖົມສຶກສາສະບັບປັບປຸງໃໝ່ນັ້ນອາດເປັນສິ່ງທ້າທາຍ ຫາກບໍ່ໄດ້ຮັບການສະໜັບສະໜຸນ. ຈຸດປະສົງຂອງວິດີໂອສຳລັບການພັດທະນາຄູ ແມ່ນເພື່ອຊ່ວຍໃຫ້ຄູສອນຊັ້ນປະຖົມສຶກສາໄດ້ຮັບຄໍາແນະນໍາ ແລະ ເຫັນຕົວຢ່າງທີ່ຕົວຈິງຂອງວິທີການທີ່ເຂົາເຈົ້າສາມາດນໍາໃຊ້ວິທີການສອນແບບໃໝ່ ເພື່ອປັບປຸງທັກສະການສອນຂອງເຂົາເຈົ້າ ແລະ ແກ້ໄຂສິ່ງທ້າທາຍໃນການສອນ ”.

ທ່ານ ນາງ ວາເນັດຊ້າ ເຮັກກາທີ້, ເລຂາເອກ, ສະຖານທູດອົດສະຕຣາລີ ໄດ້ກ່າວວ່າ, “ການຊ່ວຍເຫຼືອຂອງລັດຖະບານອົດສະຕຣາລີ ຕໍ່ຂະແໜງການສຶກສາຂອງ ສປປ ລາວ ໄດ້ຂະຫຍາຍກວ້າງໄປເຖິງການສ້າງຄວາມເຂັ້ມແຂງໃຫ້ແກ່ຄູສອນ ດ້ວຍວິທີການສິດສອນແບບໃໝ່ພາຍໃຕ້ຫຼັກສູດຊັ້ນປະຖົມສຶກສາສະບັບປັບປຸງ. ຄຳໝັ້ນສັນຍາດັ່ງກ່າວ ແນໃສ່ຍົກສູງຄວາມສາມາດຂອງຄູ ເພື່ອເຮັດໃຫ້ຫຼັກສູດການຮຽນການສອນປະສົບຜົນສຳເລັດໂດຍ ສາມາດນຳໃຊ້ໄດ້ໃນຊີວິດ, ມີການຮ່ວມມືກັນ, ລວມເອົາປະສົບການຕົວຈິງໃນການຮຽນຮູ້, ຮັບປະກັນໃຫ້ຄູມີຄວາມໝັ້ນໃຈ, ຄູມີທັກສະໃນການສອນຫຼັກສູດທີ່ມີປະສິດທິພາບ ແລະ ໄດ້ຮັບການສະໜັບສະໜູນຈາກການພັດທະນາວິຊາຊີບຄູແບບຕໍ່ເນື່ອງຕາມຄວາມຕ້ອງການຂອງທ້ອງຖິ່ນຂອງຕົນ. ການຮ່ວມມືນີ້ກັບ ສວສ, ໂດຍຜ່ານແຜນງານບີຄວາ ເພື່ອຜະລິດວິດີໂອສຳລັບການພັດທະນາຄູຕອນໃໝ່ເພີ່ມ ແມ່ນສ່ວນໜຶ່ງຂອງຍຸດທະສາດຂອງພວກເຮົາເພື່ອສະໜັບສະໜູນການຮຽນຮູ້ດ້ວຍຕົນເອງ ແລະ ການພັດທະນາວິຊາຊີບຂອງຄູ.

ວີດີໂອການສອນເປັນຄູ່ ຖ່າຍທຳຢູ່ໃນຫ້ອງຮຽນຕົວຈິງ ທີ່ແຂວງສະຫວັນນະເຂດ. ວິດີໂອໄດ້ອະທິບາຍສາມຂັ້ນຕອນຂອງການສອນເປັນຄູ່ຄື: ການວາງແຜນກ່ອນການສອນເປັນຄູ່, ການດຳເນີນການສອນເປັນຄູ່ ແລະ ການສະທ້ອນຄືນຫຼັງການສອນເປັນຄູ່. ແຕ່ລະຂັ້ນຕອນເຫຼົ່ານີ້ຖືກຖ່າຍທອດໂດຍການສອນຕົວຈິງຂອງຄູ, ຄູຝຶກ ແລະ ນັກຮຽນ. ເຕັກນິກທີ່ສະແດງໃຫ້ເຫັນແມ່ນງ່າຍ ແລະ ຈະຊ່ວຍໃຫ້ຄູມີຄວາມຫມັ້ນໃຈໃນການສິດສອນຫຼັກສູດສະບັບປັບປຸງ.
ວິດີໂອນີ້ ໄດ້ອອກອາກາດທາງ ຊ່ອງ Lao ESTV-ຊ່ອງໂທລະພາບສຶກສາ ແລະ ກີລາທາງຊ່ອງ 8 ຈານດາວທຽມລາວແຊັດ ແລະ ຍັງສາມາດເບິ່ງໄດ້ທາງ ແພຼັດຟອມ ຄັງປັນຍາລາວ ແລະ ຊ່ອງ ຢູທູບ Youtube ວິດີໂອສໍາລັບການພັດທະນາຄູ Teacher Development Videos. ໃນຊ່ອງດັ່ງກ່າວຍັງມີວິດີໂອສຳລັບການພັດທະນາຄູອີກຫຼາຍຕອນ, ສາລະຄະດີຄູຕົວແບບ ແລະ ສື່ການຮຽນການສອນທີ່ເປັນຟາຍສຽງສຳລັບຄູຊັ້ນປະຖົມສຶກສາ, ຄູຝຶກ ແລະ ຜູ້ເຮັດວຽກສຶກສານິເທດ. ມີບັນດາວິດີໂອຂອງຫຼາຍວິຊາ ແລະ ເຕັກນິກຕ່າງໆກ່ຽວກັບວິທີການປະຕິບັດວິທີການຮຽນການສອນແບບໃໝ່ຂອງຫຼັກສູດ. ຫົວຂໍ້ວິດີໂອສຳລັບການພັດທະນາຄູແມ່ນໄດ້ຖືກຄັດເລືອກໂດຍອີງໃສ່ສິ່ງທ້າທາຍທີ່ສໍາຄັນທີ່ຄູໄດ້ພົບຕົວຈິງ ແລະ ຈາກຄໍາຄິດເຫັນຈາກຄູ. ຄູສາມາດນໍາໃຊ້ວິດີໂອເພື່ອກະກຽມບົດຮຽນ, ປັບປຸງວິທີການສອນຂອງຕົນ ແລະ ຮຽນຮູ້ ຫຼື ທົບທວນຄືນເຕັກນິກສະເພາະຈາກຄູຜູ້ທີ່ເຄີຍໄດ້ສອນຫຼັກສູດສະບັບປັບປຸງໃໝ່. ພ້ອມທັງສາມາດເປີດຟາຍສຽງ, ເພງ ແລະ ບົດເລື່ອງພາສາອັງກິດ ໃຫ້ນັກຮຽນຟັງໃນຫ້ອງຮຽນ. ວິດີໂອທັງໝົດຖືກແປພາສາມືເພື່ອການເຂົ້າເຖິງໄດ້ຫຼາຍຂຶ້ນ.