ສະພາພັດ ຖະແຫຼງຈີດີີພີໄທໄຕມາດ 1 ປີ2024 ຂະຫຍາຍຕົວ1,5% ທຽບໃສ່ປີຜ່ານມາ ແລະ ຂະຫຍາຍຕົວ 1,1%ຈາກໄຕມາດຜ່ານມາ; ພ້ອມປັບຫຼຸດການຂະຫຍາຍຕົວຂອງເສດຖະກິດ ໝົດປີລົງມາຢູ່ທີ່ 2 – 3% ຈາກປັດໄຈພູມສາດການເມືອງໂລກ ແລະ ການກີດຂວາງການຄ້າ.
ທ່ານ ດະນຸຊາ ພິດຍະນັນ ເລຂາທິການສະພາພັດທະນາເສດຖະກິດ ສັງຄົມແຫ່ງຊາດ( ສສຊ ) ຖະແຫຼງລວມຍອດຜະລິດຕະພັນພາຍໃນ ຫລື ຈີດີພີໄຕມາດ 1 ປີ 2024 ແລະ ທ່າອ່ຽງເສດຖະກິດໄທ ປີ 2024ວ່າຈີດີພີໄທໄຕມາດ1ປີນີ້ຂະຫຍາຍຕົວ1,5%ຈາກປີກ່ອນ ແລະ ຂະຫຍາຍຕົວ1,1%ຈາກໄຕມາດຜ່ານມາ.
ນອກນນີ້ ສສຊ ຍັງໄດ້ປັບຫລຸດການການຄະເນເສດຖະກິດ ປີ2024 ຈາກ2,2-3,2% ເປັນ2-3% ຈາກປັດໄຈເລື່ອງການກີດຂວາງການຄ້າ ແລະ ພູມສາດການເມືອງໂລກທີ່ຮຸນແຮງຂຶ້ນ.
ເສດຖະກິດໃນໄຕມາດ1 ຂະຫຍາຍຕົວມາຈາກແຮງຍູ້ຂອງການບໍລິໂພກ ແລະ ການບໍລິການເປັນຫຼັກ ໂດຍສະເພາະການບໍລິໂພກເອກະຊົນທີ່ຂະຫຍາຍຕົວ 6,9%.
ຂະນະທີ່ການສົ່ງອອກ ຂະຫຍາຍຕົວໄດ້2,5%, ສ່ວນການລົງທຶນລວມຂອງພາກເອກະຊົນຂະຫຍາຍຕົວ 6,4%.
ຢ່າງໃດກໍຕາມເສດຖະກິດໄທໃນໄຕມາດ 1 ຍັງຖືກກົດດັນຈາກການລົງທຶນຂອງພາກລັດທີ່ການລົງທຶນລວມຫຼຸດລົງ27,7% ເຊິ່ງມາຈາກການຫລ້າຊ້າຂອງການເບີກຈ່າຍງົບປະມານ.
ສສຊ ຄາດວ່າຈະມີການປັບຕົວຂອງພາກການສົ່ງອອກທີ່ດີຂຶ້ນ ໂດຍຄາດວ່າການສົ່ງອອກປີນີ້ຈະຂະຫຍາຍຕົວໄດ້ 2% ແຕ່ຕ້ອງຄວບຄູ່ໄປກັບການປັບໂຄງສ້າງການຜະລິດເພື່ອຊຸກຍູ້ການຜະລິດໃນພາກອຸດສາຫະກຳໃຫ້ເພີ່ມຂຶ້ນ.
ຂະນະທີ່ການລົງທຶນລວມຄາດວ່າຈະຂະຫຍາຍຕົວໄດ້1,9% ໂດຍເປັນການລົງທຶນຂອງພາກເອກະຊົນ 3,2% ຫຼຸດລົງຈາກການຄາດຄະເນຄັ້ງກ່ອນທີ່ວ່າຈະຂະຫຍາຍຕົວໃນລະດັບ3,5% ແລະ ການລົງທຶນພາກລັດຈະຫຼຸດລົງ 1,8%
ນອກນີ້ເສດຖະກິດໄທ ຍັງມີປັດໄຈສ່ຽງຈາກໜີ້ພາກຄົວເຮືອນທີ່ສູງ, ຄວາມສ່ຽງຈາກປັນກາໄພພິບັດ ແລະ ການຂົນສົ່ງທາງເຮືອທີ່ຜະເຊີນກັບການຂົນສົ່ງທີ່ຍາກລໍາບາກ ແລະ ມີລາຄາແພງຂຶ້ນ.