ລາຄາຄຳຟີວເຈີ ປິດຕະຫຼາດວັນພຸດທີ 22 ພຶດສະພາ ປັບລົງ 33 ໂດລາ ຫຼັງນັກລົງທຶນພາກັນເທຂາຍ ເພື່ອສ້າງກຳໄລ ຫຼັງຈາກລາຄາປັບຂຶ້ນແຮງໃນກ່ອນໜ້ານີ້ ແລະ ຖືກກົດດັນຈາກການແຂງຄ່າຂອງເງິນໂດລາສະຫະລັດ.
ສັນຍາຄຳຕະຫຼາດໂຄແມັກ COMEX (Commodity Exchange) ສົ່ງມອບເດືອນມິຖຸນາ ປັບລົງ 33 ໂດລາ ປິດທີ່2.392,90ໂດລາສະຫະລັດຕໍ່ອອນ.
ລາຄາຄຳຖືກກົດດັນຈາກການແຂງຄ່າຂອງເງິນໂດລາສະຫະລັດ ແລະ ອັດຕາຜົນຕອບແທນພັນທະບັດລັດຖະບານສະຫະລັດອາເມຣິກາ.
ນອກນີ້ຍັງໄດ້ຮັບຜົນກະທົບຈາກທີ່ນັກລົງທຶນກັງວົນວ່າທະນາຄານກາງສະຫະລັດ ຫື ເຟດ ຈະຍັງຮັກສາອັດຕາດອກເບ້ຍໃນລະດັບສູງດົນນານກວ່າທີ່ຄາດການໄວ້.
ທ່ານ ຄິສໂຕເຟີ ວອນເລີ ໜຶ່ງໃນສະມາຊິກຜູ້ບໍລິຫານຜູ້ວ່າການເຟດ ແລະ ເປັນສະມາຊິກຖາວອນຂອງຄະນະກຳມະການກຳນົດນະໂຍບາຍການເງິນຂອງເຟດ(FOMC) ກ່າວວ່າ: ຂ້ອຍບໍ່ຄິດວ່າເຟດມີຄວາມຈຳເປັນທີ່ຈະຕ້ອງປັບຂຶ້ນອັດຕາດອກເບ້ຍອີກຕໍ່ໄປ ເນື່ອງຈາກຂໍ້ມູນເສດຖະກິດຫຼາຍຕົວໃນໄລຍະຜ່ານມາຄ້າຍຄືບົງຊີ້ວ່າເງິນເຟີ້ກຳລັງຜ່ອນຄາຍລົງ. ຢ່າງໃດກໍຕາມ ກໍບໍ່ພ້ອມທີ່ຈະສະໜັບສະໜູນການປັບຫຼຸດອັດຕາດອກເບ້ຍ ໂດຍຕ້ອງການເຫັນຫຼັກຖານທີ່ສ້າງ ຄວາມເຊື່ອໝັ້ນຫຼາຍຂຶ້ນກ່ອນທີ່ຈະດຳເນີນການດັ່ງກ່າວ.