ປີນີ້ ທາງກອງປະກວດ ເປີດໂອກາດໃຫ້ຄົນທີ່ແຕ່ງດອງ, ມີລູກແລ້ວ ກໍສາມາດເຂົ້າຮ່ວມປະກວດໄດ້ ແລະ ນີ້ຄືຍິງອີກຄົນທີ່ມາຕາມຫາຄວາມຝັນ ແບບຖ້າບໍ່ບອກວ່າ ແຕ່ງດອງ ມີລູກແລ້ວ ກໍເຊື່ອແນ່ນອນ ເພາະງາມ, ເກັ່ງ, ຫຸ່ນດີ ບໍ່ດ້ອຍກວ່າສາວໆ.
ມາຮູ້ຈັກອີກໜຶ່ງຄົນ ມາລີນີ ອິນທະວົງ ເກີດຢູ່ນະຄອນຫຼວງ ນັກທຸລະກິດ ກຸ່ມບໍລິສັດມາລີນີ ຜູ້ມັກຮັກ ກິດຈະກຳຫຼິ້ນກີລາ, ທ່ຽວຮອບໂລກ, ຕິດລູກພາລູກອອກບ້ານເຮັດກິດຈະກຳຕ່າງໆ.

ມາລີນີ ອິນທະວົງ ນຳສະເໜີແຂວງສາລະວັນ ບອກວ່າ: ຫຸ່ນແຊບໆແບບນີ້ ເປັນມາດຖານມາຕະຫຼອດ 10 ປີ ອອກກຳລັງກາຍໜັກ ໃຈສູ້ ບໍ່ຍອມທໍ້ ມີ sixpack ມີສັດສ່ວນທີ່ສົມບູນຈົນຫຼາຍຄົນບໍ່ຮູ້ວ່າລູກສອງ, 33-23,5-36 ສັດສ່ວນ.

ຈຸດເລີ່ມຕົ້ນແມ່ນ 9 ປີກ່ອນ ປະກວດນາງສາວລາວ; ຫຼັງຈາກນັ້ນ ຕັດສິນໃຈຕາມຝັນຄືແມ່ຍິງທຸກຄົນແມ່ນການແຕ່ງດອງ ແຕ່ສັນຊາດຕະຍານມັນດັງໃນຫົວໃຈວ່າຕົວເອງຕ້ອງໄດ້ກັບມາເວທີປະກວດໃນມື້ໃດໜຶ່ງ ເວລານັ້ນກໍບໍ່ເຄີຍປ່ອຍຕົວເອງ ຮັກສາຫຸ່ນມາຕະຫຼອດ 10 ປີ ກັບການເບິ່ງແຍງຮ່າງກາຍຢ່າງສະໝໍ່ສະເໝີ ມີ six pack ມີຫຸ່ນທີ່ງາມສົມສັດສ່ວນຢ່າງສົມບູນ ແລະ ທຸກຄົນເບິ່ງບໍ່ຮູ້ວ່າມີລູກ 2 ແລ້ວ.

ພ້ອມຮອບດ້ານຮ່າງກາຍພ້ອມຈົນຄົນໂສດຕ້ອງອຶ້ງເພາະຫຼິ້ນກີລາປະຈຳ ເປັນເວລາ 10 ປີ ຈິດໃຈພ້ອມ ແລະ ຈະເຮັດດ້ວຍຄວາມຮັກ ມັກ passion ສະໝອງທີ່ພ້ອມສ້າງສັນ ແຮງບັນດານໃຈ.

ມື້ໜຶ່ງປະຕິຫານມີຈິງ ຫຼັງກອງປະກາດຮັບແມ່ລີ້ເຂົ້າເງື່ອນໄຂ, ເຊື່ອວ່າແມ່ລີ້ສະໝັກເປັນຄົນທຳອິດ ຫຼັງໃບສະໝັກອອກ 3 ຊົ່ວໂມງໃນ page miss universe laos ມາຕາມຝັນທີ່ຫວັງເຮັດ ແລະ ບໍ່ທັນໄດ້ ຝັນທີ່ມັນມີມາໃນສາຍເລືອດ ແລະ ຈະເຮັດດ້ວຍ ຄວາມຮັກ ແລະ passion.

ຄະຕິ: “ ຈົ່ງຢ່າເປັນແຕ່ຜູ້ບໍລິໂພກ ແລະ ເສບສິ່ງທີ່ຜູ້ອື່ນສ້າງ ແຕ່ຈົ່ງເປັນຜູ້ສ້າງສິ່ງທີ່ມີຄຸນຄ່າ ແລະ ມີປະໂຫຍດ ໃຫ້ຜູ້ອື່ນເສບ ເພາະສິ່ງທີ່ມີຄຸນຄ່າ ແລະ ສິ່ງດີໆທີ່ເຮົາສ້າງນັ້ນຈະຊ່ວຍຊີວິດຄົນອື່ນໄດ້ ”.
ເປັນກຳລັງໃຈໃຫ້ແມ່ລູກສອງຄົນນີ້ເດີ ທີ່ພ້ອມເຮັດເຕັມທີ່ສະເໝີ ກັບທຸກສິ່ງທີ່ແມ່ລີ້ເຮັດດ້ວຍໃຈມັກ ໃຈຮັກ ແລະ miss universe 2024 ມັນເປັນເນື້ອດຽວກັບຈິດວິນຍານແມ່ລີ້ໄປແລ້ວ.