ອາຫານແປຮູບ ເປັນອາຫານທີ່ຜ່ານຂະບວນການຍືດອາຍຸ ຫຼື ຖະໜອມອາຫານດ້ວຍຂະບວນການຕ່າງໆບໍ່ວ່າຈະເປັນການບົ່ມ, ການແຊ່ແຂງ, ການອົບແຫ້ງ, ການອັດກະປ໋ອງ ເຊັ່ນ: ໄສ້ກອກ, ເບຄ່ອນ, ແຮັມ, ຊີ້ນແດດດຽວ, ໝີ່ກະປ໋ອງ, ແໜມ, ລູກຊີ້ນ ເປັນຕົ້ນ ໃນອາຫານຈະມີປະລິມານໂຊດ້ຽມ ແລະ ໄຂມັນສູງ ເພາະຕ້ອງປຸງລົດຊາດໃຫ້ເຂັ້ມ ເພື່ອທົດແທນຄວາມຈືດຈາງ ແລະ ບໍ່ສົດຂອງອາຫານທີ່ສູນເສຍໄປລະຫວ່າງຂະບວນການເຮັດອາຫານໃຫ້ເກັບໄວ້ດົນ ຖ້າກິນໃນປະລິມານຫຼາຍເກີນໄປຈະພາໃຫ້ເກີດພະຍາດອັນຕະລາຍຕໍ່ຮ່າງກາຍໃນອະນາຄົດຄື:

- ພະຍາດມະເຮັງ:
ໃນອາຫານແປຮູບຈະມີໂພເທສຊ່ຽມໄນເຕັດ ເປັນສ່ວນປະກອບໃນອາຫານ ມີຄຸນສົມບັດເປັນອາຫານກັນບູດ ເຊິ່ງຈະຊ່ວຍຢຸດການເຕີບໃຫຍ່ຂອງແບັກທີເຣຍ. ແນ່ນອນວ່າສານເຫຼົ່ານີ້ຈັດເປັນສານເກີດມະເຮັງ ຖ້າຮ່າງກາຍໄດ້ຮັບສານນີ້ເຂົ້າໄປຕິດຕໍ່ກັນເປັນເວລາດົນ ຍິ່ງຈະເພີ່ມ ຄວາມສ່ຽງພາໃຫ້ເກີດມະເຮັງກະເພາະອາຫານ, ຫຼອດອາຫານ, ລໍາໄສ້ໃຫຍ່ ແລະ ມະເຮັງເມັດເລືອດຂາວຫຼາຍຂຶ້ນ.
- ພະຍາດອ້ວນ:
ເນື່ອງຈາກວ່າ ໃນອາຫານທີ່ແປຮູບສ່ວນຫຼາຍຈະມີນໍ້າຕານເປັນສ່ວນປະສົມ ແລະ ນໍ້າຕານນີ້ເອງທີ່ເປັນປັດໄຈສໍາຄັນພາໃຫ້ເກີດພະຍາດອ້ວນໄດ້ງ່າຍ ເຖິງວ່າໃນຊອງອາຫານຈະບໍ່ລະບຸວ່າມີນໍ້າຕານແຕ່ມັນຈະມີໃນສ່ວນປະສົມຈາກພືດພັນ ຫຼື ທາດອື່ນໆທີ່ມີລົດຫວານຢູ່ນໍາ. ສານເຫຼົ່ານີ້ຖືວ່າເປັນນໍ້າຕານເຊັ່ນກັນ ຖ້າກິນສານນີ້ເຂົ້າໄປຈະເຮັດໃຫ້ຮ່າງກາຍຫຼັ່ງສານໂດພາມີນອອກມາເປັນປະຈໍາຈະເກີດຄວາມເຄີຍຊິນກັບລົດຊາດແບບຂາດບໍ່ໄດ້ ສົ່ງຜົນໃຫ້ເກີດພະຍາດອ້ວນ.
- ພະຍາດຊຶມເສົ້າ:
ຜົນການສຶກສາໃນປະເທດອັງກິດພົບວ່າການກິນອາຫານແປຮູບຫຼາຍເກີນໄປຈະເຮັດໃຫ້ສຸຂະພາບຈິດໃຈຊຸມໂຊມລົງສ່ຽງຕໍ່ການປ່ວຍເປັນພະຍາດຊຶມເສົ້າ. ໃນອາຫານແປຮູບມີປະລິມານນໍ້າຕານຫຼາຍ ສາມາດເຂົ້າໄປທໍາລາຍສານເຊໂຣໂທນິນໃນລໍາໄສ້ໄດ້ ເຊິ່ງສານນີ້ຈະມີຜົນຕໍ່ອາລົມຄວາມຮູ້ສຶກ ເມື່ອໃດສານນີ້ຕໍ່າລົງ ຈະສົ່ງຜົນໃຫ້ເຮົາວິຕົກກັງວົນຫຼື ເກີດຄວາມຊຶມເສົ້າໄດ້.
ຖ້າເປັນໄປໄດ້ຄວນຮັບປະທານອາຫານທີ່ປຸງຈາກວັດຖຸດິບທີ່ສົດໃໝ່ມື້ຕໍ່ມື້ຈະດີທີ່ສຸດ ສາມາດຫຼີກລ່ຽງການຮັບປະທານໂຊດ້ຽມ ແລະ ໄຂມັນຫຼາຍເກີນໄປຈາກອາຫານສໍາເລັດຮູບໄດ້.
ຂໍ້ມູນຈາກ: ANAMAI