ຊີວິດຕ້ອງດີ້ນຮົນ ບາງຄົນຍອມຫ່າງໄກຄອບຄົວ ຜູ້ປະກອບການຕ້ອງປັບລາຄາສິນຄ້າ-ການບໍລິການຂອງຕົນຂຶ້ນ ເນື່ອງຈາກການອ່ອນຄ່າຂອງເງິນກີບນັບມື້ຮຸນແຮງ.
ນາງ ບົວໄຂ ແມ່ຄ້າຂາຍຊີ້ນຢູ່ຕະຫຼາດແຫ່ງໜຶ່ງໃນນະຄອນຫຼວງເວົ້າວ່າ: ບັນຍາກາດການຊື້-ຂາຍສິນຄ້າປັດຈຸບັນບໍ່ຄຶກຄັກຄືແຕ່ເກົ່າ ອາໄສວ່າມື້ໃດເປັນວັນບຸນວັນງານຈິ່ງມີຄົນຫຼາຍ; ສາເຫດຫຼັກຄິດວ່າ ບັນຫາເງິນເຟີ້ ແລະ ນໍ້າມັນແພງ ປະກອບກັບຄ່າຄອງຊີບສູງ…ຫຼາຍຄອບຄົວຕ້ອງປະຢັດການໃຊ້ຈ່າຍ ແບບມີການໄລ່ລຽງ ຫາຊື້ແຕ່ສິ່ງຈໍາເປັນ; ລາຄາສິນຄ້າຕາມທ້ອງຕະຫຼາດຂຶ້ນໆ – ລົງໆ; ຜູ້ຂາຍເອງກໍລໍາບາກໃຈ ການຂາຍແຕ່ລະມື້ມີກໍາໄລໜ້ອຍ.
ທ່ານ ສິງທອງ ແສງດາລາ ຜູ້ປະກອບການຮ້ານອາຫານຢູ່ຫຼວງພະບາງບອກວ່າ: ໄລຍະນີ້ເຂົ້າຢາກໝາກແພງ ກໍພະຍາຍາມຂັບເຄື່ອນກິດຈະການໃຫ້ດໍາເນີນໄປໄດ້ເປັນປົກກະຕິ ທີ່ສໍາຄັນຕ້ອງໄດ້ປະຢັດຕົ້ນທຶນໃນການອອກຕະຫຼາດ ຫຼື ການເຮັດອາຫານ ເພາະວັດຖຸດິບຕາມທ້ອງຕະຫຼາດມີການປັບຂຶ້ນລາຄາຕະຫຼອດ. ດັ່ງນັ້ນ ພວກເຮົາພະຍາຍາມປະຢັດການໃຊ້ຈ່າຍແບບມີການໄລ່ລຽງທີ່ສຸດ ຕົວຢ່າງ: ໜໍ່ໄມ້, ຫົວຂ່າ, ຫົວຂີງ, ຫົວສີໃຄ, ໝາກຫຸ່ງ, ໝາກເຜັດ ຕະຫຼອດຮອດຜັກຕ່າງໆທີ່ສາມາດປູກເອງໄດ້ກໍບໍ່ໄດ້ຊື້ທາງນອກ; ພວກເຮົາພະຍາຍາມປູກເອງແບບທໍາມະຊາດເຮັດເປັນສວນຄົວຂອງຮ້ານອາຫານເລີຍ.
ປະຊາຊົນຢູ່ແຂວງສາລະວັນ (ບໍ່ປະສົງອອກຊື່) ເວົ້າວ່າ: ການໃຊ້ຈ່າຍສູງກະທົບຕໍ່ ຄວາມເປັນຢູ່; ຖ້າເຮົາຫາເງິນໄດ້ສໍ່າເກົ່າແມ່ນຢູ່ບໍ່ລອດ ຈໍາເປັນຕ້ອງໄດ້ດີ້ນຮົນກວ່າເກົ່າ; ຄິດວ່າຊິໄດ້ໄປຫາເງິນຢູ່ຕ່າງ ປະເທດໄລຍະໜຶ່ງເພື່ອຄໍ້າຈູນຄອບຄົວ ປະໃຫ້ແມ່ລູກຢູ່ບ້ານໄປກ່ອນ; ຫາກໄປແລ້ວໄດ້ເງິນດີມີເງື່ອນໄຂຈິ່ງໃຫ້້ເມຍນໍາໄປ ສ່ວນລູກໆຈະໄດ້ປະໄວ້ນໍາພໍ່ເຖົ້າ-ແມ່ເຖົ້າຢູ່ບ້ານ; ຫາກບໍ່ແມ່ນຄວາມຈໍາເປັນກໍບໍ່ຢາກໄປຫາເງິນຢູ່ຕ່າງປະເທດທີ່ຫ່າງໄກລູກເມຍ ເພາະລູກກໍຍັງນ້ອຍຢູ່.
ທ່ານ ຄໍາສິງ ສີຫາເທບ ຜູ້ອໍານວຍການສູນສົ່ງເສີມຜະລິດຕະພັນລາວປອດສານພິດ ໃຫ້ຮູ້ວ່າ: ສິນຄ້າພາຍໃນສູນທີ່ຜະລິດອອກມານັບໄດ້ວ່າເປັນ 100 ລາຍການ ກໍຍອມຮັບວ່າ ສິນຄ້າມີການປັບລາຄາຂຶ້ນເລັກໜ້ອຍ ເນື່ອງຈາກວັດຖຸດິບ ຫຼື ສ່ວນປະກອບຜະລິດຕະພັນບາງອັນໄດ້ມີການນໍາເຂົ້າເຊັ່ນ: ກັບບັນຈຸ, ສິ່ງຫຸ້ມ ຫໍ່… ຖ້າຂາຍລາຄາເກົ່າ ແຕ່ທຸກຢ່າງມີການເໜັງຕີງຄືທຸກມື້ນີ້ແມ່ນມີແຕ່ຫຼຸບ ຂະໜາດປັບລາ ຄາຂຶ້ນກໍຍັງມີກໍາໄລພຽງເລັກໜ້ອຍເທົ່ານັ້ນ.
ທ່ານ ຄໍາສິງ ສີຫາເທບ ຍັງມີທັດສະນະຄວາມຄິດເຫັນວ່າ: ຢາກໃຫ້ຄິດຄືນດ້ານນໍ້າໃຈຊາດຂອງຄົນລາວ ມາຮອດປັດຈຸບັນເຮົາເຮັດໄດ້ດີສໍ່າໃດ, ມັນສະແດງອອກທີ່ພົ້ນເດັ່ນຢູ່ບ່ອນໃດ ຫາກປ່ອຍປະລະເລີຍແບບນີ້ ມີຜົນກະທົບຍາວແນ່ນອນ.
ເມື່ອເບິ່ງອັດຕາແລກປ່ຽນ ຫຼື ຄ່າເງິນກີບ ໂດຍສະເພາະອັດຕາແລກປ່ຽນ (ອັດຕາຂາຍ) ລະຫວ່າງກີບ ກັບ ສະກຸນເງິນບາດ ແລະ ສະກຸນເງິນໂດລາສະຫະລັດ ທີ່ມີຄວາມກ່ຽວພັນສູງກັບການຊື້-ຂາຍ ແລະ ການດໍາລົງຊີວິດປະຊາຊົນລາວ ໂດຍອີງຕາມ ເວັບໄຊ https://www.bcel.com.la/bcel/exchange-rate.html ເຫັນໄດ້ວ່າ ອັດຕາແລກປ່ຽນກີບ ກັບໂດລາ ມີການປັບໂຕຂຶ້ນເປັນລໍາດັບຈາກ 8 ພັນ ກວ່າກີບຕໍ່ 1 ໂດລາ ໃນປີ 2019 ເພີ່ມເປັນ 9 ພັນກວ່າກີບໃນປີ 2020 ແລະ 10 ພັນກວ່າກີບໃນປີ 2021 ເປັນລໍາດັບ ຈົນກ້າວສູ່ 21 ກວ່າພັນກີບຕໍ່ 1 ໂດລາໃນປັດຈຸບັນ. ສ່ວນເງິນກີບກັບສະກຸນເງິນບາດ 300 ກວ່າກີບຕໍ່ 1 ບາດໃນປີ 2019 – 2021 ເພີ່ມເປັນ 400 ຫາ 500 ກວ່າກີບໃນປີ 2022-2023 ຂະນະທີ່ປັດຈຸບັນຢູ່ທີ່ 600 ກວ່າກີບຕໍ່ 1 ບາດ.