ທີມຊາດລາວ ຊຸດໃຫຍ່ ຖືກຈັດຢູ່ກຸ່ມ B ຮ່ວມກັບ ທີມຊາດຫວຽດນາມ, ອິນໂດເນເຊຍ, ຟິລິບປິນ ແລະ ມຽນມາ ໃນການແຂ່ງຂັນບານເຕະຊີງແຊັມອາຊຽນ ມີດຊູບີຊີ ເອເລັກຕຣິກ 2024 ຫຼື ລາຍການ ASEAN MITSUBISHI ELECTRIC CUP 2024 ລະຫວ່າງວັນທີ 23 ພະຈິກ ຫາວັນທີ 21 ທັນວາ 2024.
ເມື່ອວັນທີ 21 ພຶດສະພາ 2024 ຢູ່ນະຄອນຫຼວງ ຮ່າໂນຍ ປະເທດຫວຽດນາມ ໄດ້ມີການຈັບສະຫຼາກແບ່ງສາຍການແຂ່ງຂັນບານເຕະ ຊີງແຊ້ມອາຊຽນ ມີດຊູບີຊີ ເອເລັກຕິກ 2024 ASEAN MITSUBISHI ELECTRIC CUP 2024 ໂດຍຜົນການຈັບສະຫຼາກມີດັ່ງນີ້:
– ກຸ່ມ A: ໄທ, ມາເລເຊຍ, ສິງກະໂປ, ກຳປູເຈຍ ແລະ ຜູ້ຊະນະຮອບຄັດເລືອກ ( ຕີມໍ ເລສເຕ ຫລື ບຣູໄນ ).
– ກຸ່ມ B: ຫວຽດນາມ, ອິນໂດເນເຊຍ, ຟີລິບປິນ, ມຽນມາ ແລະ ສປປ ລາວ.
ສຳລັບການແຂ່ງຂັນບານເຕະ ASEAN MITSUBISHI ELECTRIC CUP 2024 ຈະແຂ່ງຂັນໃນຮູບແບບເກົ່າ ຮອບແບ່ງສາຍ ແຂ່ງໃນບ້ານ 2 ນັດ ແລະ ນອກບ້ານ 2 ນັດ ເພື່ອຄັດເອົາທີມແຊັມ ແລະ ຮອງແຊັມກຸ່ມຜ່ານເຂົ້າສູ່ຮອບຮອງຊະນະເລີດ ໂດຍໃນຮອບ 4 ທີມຈະແຂ່ງຂັນແບບໃນບ້ານນອກບ້ານຕໍ່ໄປ.
ສ່ວນຕາຕະລາງແຂ່ງຂັນຂອງທີມຊາດລາວ ມີດັ່ງນີ້:
-ວັນທີ 24 ພະຈິກ 2024 ທີມຊາດລາວ ພົບ ຫວຽດນາມ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ນະຄອນຫຼວງ ສປປ ລາວ.
-ວັນທີ 27 ພະຈິກ 2024 ອິນໂດເນເຊຍ ພົບ ລາວ ທີ່ສະໜາມ Gelora Bung Karno Stadium ນະຄອນຫຼວງຈາກາຕ້າ ປະເທດອິນໂດເນເຊຍ.
-ວັນທີ 30 ພະຈິກ 2024 ທີມຊາດລາວ ພົບ ຟິລິບປິນ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ນະຄອນຫຼວງວຽງຈັນ ສປປ ລາວ.
-ວັນທີ 3 ທັນວາ 2024 ມຽນມາ ພົບ ທີມຊາດລາວ ທີ່ສະໜາມ Thuwunna Stadium ນະຄອນຫຼວງຢາງກຸງ ປະເທດມຽນມາ.
ຂ່າວ-ຮູບ: Larh Creators