ບໍລິການດ້ານອາຫານແບບເຖິງທີ່ ອີກໜຶ່ງທາງເລືອກສໍາລັບທຸລະກິດມືໃໝ່ຕົ້ນທຶນຕໍ່າ

0
607

ໃນສະພາບເສດຖະກິດຕົກຕໍ່າ ແລະ ບໍ່ແນ່ນອນຄືປັດຈຸບັນ ຫຼາຍຄົນຢາກເຮັດທຸລະກິດແຕ່ບໍ່ກ້າຕັດສິນໃຈ ມື້ນີ້ຜູ້ຂຽນຂໍນໍາເອົາແງ່ຄວາມຄິດຂອງຜູ້ປະກອບການທ່ານໜຶ່ງມາແລກປ່ຽນ ຫວັງເປັນສ່ວນໜຶ່ງໃນຊ່ວຍຍູ້ສູ່ການຕໍ່ຍອດສາຍທາງຝັນຂອງຜູ້ປະກອບການມືໃໝ່.
ຜູ້ປະກອບການທ່ານນີ້ ຊື່ວ່າ ຈັນສະຖາພອນ ຊຸມພົນພັກດີ ຜູ້ກໍ່ຕັ້ງ ແລະ ບໍລິຫານຮ້ານກາເຟ ເລີ ຄຣອງ ແປ ເຊິ່ງກິດຈະການຂອງເພິ່ນກໍາລັງໄປໄດ້ດີ ແລະ ມີທ່າກ້າວ ໂດຍບົດຮຽນໃນການເລີ່ມຕົ້ນທຸລະກິດແມ່ນເຮັດດ້ວຍໃຈມັກ-ເຮັດດ້ວຍຄວາມສັດທາແທ້ໆ (ບໍ່ແມ່ນເຮັດຕາມກະແສ) ພິກບົດບາດຈາກນັກແຂ່ງຂັນກາຍເປັນຜູ້ປະກອບການມີລາງວັນຢືນຢັນມາແລ້ວຫຼາຍລາງວັນ ເປີດຮ້ານໄລຍະໂຄວິດລະບາດ ທີ່ຫຼາຍໆກິດຈະການກະທົບເຖິງຂັ້ນປິດຕົວ ແຕ່ກິດຈະການທີ່ເພິ່ນເຮັດສາມາດຢູ່ລອດ ແລະ ຕໍ່ຍອດສູ່ຄວາມເຕີບໃຫຍ່ໃນປັດຈຸບັນ.

ທ່ານ ຈັນສະຖາພອນ ຊຸມພົນພັກດີ ເວົ້າວ່າ: ທຸລະກິດກາເຟ ໃນບ້ານເຮົາຍິ່ງຈະເຕີບ ໃຫຍ່ຂະຫຍາຍຕົວເມືອໜ້າ ດ້ວຍຄ່ານິຍົມ ແລະ ຄວາມຕ້ອງການທີ່ເພີ່ມຂຶ້ນທັງພາຍໃນ ແລະ ຕ່າງປະເທດ ສົ່ງຜົນດີໃຫ້ກາເຟລາວມີລາຄາແພງຂຶ້ນ ສ້າງລາຍຮັບທີ່ດີຕໍ່ຜູ້ປະກອບການຕະຫຼອດຮອດຊາວສວນ ແລະ ປະຊາຊົນທົ່ວໄປໄດ້ມີວຽກເຮັດງານທໍາ.
ໃນແງ່ຄວາມຄິດສໍາລັບການເລີ່ມຕົ້ນທຸລະກິດໃນໄລຍະເສດຖະກິດປັດຈຸບັນໂດຍສະເພາະຜູ້ທີ່ມີຕົ້ນທຶນຕໍ່າ ແລະ ມືໃໝ່ ທ່ານ ຈັນສະຖາພອນ ຊຸມພົນພັກດີ ມີບົດຮຽນແລກປ່ຽນວ່າ: ຕ້ອງປະເມີນກຸ່ມລູກຄ້າກ່ອນ ແລະ ວາງແຜນໃຫ້ດີ ເພາະເສດຖະກິດສູ່ມື້ນີ້ອັດຕາເງິນເຟີ້ມີຜົນກະທົບແຮງ ແລະ ລາຄາວັດຖຸດິບມີການເໜັງຕີງຕະຫຼອດ.


ຖ້າໃຫ້ແນະນໍາທຸລະກິດໃດໜຶ່ງສໍາລັບຜູ້ປະກອບການມືໃໝ່ ທ່ານແນະນໍາໃຫ້ລອງທຸລະກິດດ້ານອາຫານແບບອອນລາຍ ດ້ວຍເຫດຜົນທີ່ວ່າ ອາຫານແມ່ນທຸກຄົນບໍລິໂພກປະຈໍາວັນຢູ່ແລ້ວ ພຽງແຕ່ເຮົາເຮັດແຊບເຮັດດີ ມີເອກະລັກດ້ານລົດຊາດ ແລະ ການບໍລິການທີ່ປະທັບໃຈກໍສາມາດຢູ່ລອດ ແລະ ເຕີບໂຕໄດ້. ຫາກສາມາດຊອກລູກຄ້າປະຈໍາ ກໍຈະເຮັດໃຫ້ເກີດລາຍຮັບທີ່ເປັນປົກກະຕິ ເມື່ອນັ້ນຈິ່ງຄ່ອຍເພີ່ມຕົ້ນທຶນຕາມຈໍານວນ ຫຼື ເປີດກິດຈະການແບບເປັນທາງການ.

ໝາຍຄວາມວ່າ: ເລີ່ມຕົ້ນຈາກການເຮັດແບບບໍ່ຕ້ອງມີໜ້າຮ້ານ ບໍລິການຈັດສົ່ງອາຫານຕາມສັ່ງໃນແຕ່ລະມື້ໂດຍເນັ້ນບໍລິເວນໃກ້ຄຽງ ດ້ວຍການປະຊາສໍາພັນທາງອອນລາຍໄປກ່ອນວ່າ ມື້ອື່ນເຮົາຈະມີລາຍ ການອາຫານປະເພດໃດແດ່? ໃຜສົນໃຈສັ່ງອາຫານຫຍັງ ກໍລົງທຶນຊື້ວັດຖຸດິບ ແລະ ເຮັດອາຫານປະເພດນັ້ນຕາມການສັ່ງຊື້ຂອງລູກຄ້າ ໂດຍບໍ່ຈໍາເປັນຕ້ອງລົງທຶນກ່ອນ ເຊິ່ງມີຄວາມສ່ຽງທີ່ຈະເສຍຕົ້ນທຶນເມື່ອຂາຍບໍ່ໝົດ.
ແນ່ນອນວ່າ ການເຮັດທຸລະກິດໃດໜຶ່ງນັ້ນ ຕ້ອງເຮັດໃນສິ່ງທີ່ຕົນເອງມີຄວາມຮູ້, ມື້ພື້ນຖານດ້ານປະສົບການ ຫຼື ມີ ຄວາມຖະໜັດ ແລະ ມີໃຈມັກແທ້ ບໍ່ແມ່ນເຮັດຕາມກະແສຈຶ່ງຈະມີຄວາມຍືນຍົງ ແລະ ມີ ຄວາມສຸກ.

ທ່ານໃດມີຂໍ້ຄິດດີໆ ຫຼື ມີສິ່ງແລກປ່ຽນທາງທຸລະກິດຕ້ອງການເຜີຍແຜ່ ສົ່ງເສີມຜູ້ປະກອບການມືໃໝ່ ໃຫ້ເກີດຄູ່ຮ່ວມພັດທະນາອັນແຜ່ຫຼາຍໃນສັງຄົມ ໜັງສືພິມ ເສດຖະກິດການຄ້າ ຂໍຂອບໃຈ ໃນ ຄວາມເອື້ອເຟື້ອເພື່ອແຜ່ຂອງທ່ານ; ຕິດຕໍ່ທາງ WhatsApp ຜ່ານເບີ 020 2811 1949 ໄດ້ຕະຫຼອດ.
ສົ່ງເສີມທຸລະກິດຫຼາຍພາກສ່ວນ ເໝືອນການສ້າງຈຸລັງທຸລະກິດໃນສັງຄົມ ຊຸກຍູ້ເສດຖະກິດຊາດຢ່າງກວ້າງຂວາງ ແລະ ລັກສະນະຍືນຍົງ.

LEAVE A REPLY

Please enter your comment!
Please enter your name here