ຜະລິດຕະພັນ ຊາຂີງດໍາ ຖືກຮັບຮອງເປັນສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນແຫ່ງຊາດ (ODOP) ເມື່ອປີ 2022 ສົ່ງຜົນດີຕໍ່ພາບຫຼັກຂອງກິດຈະການດີຂຶ້ນກວ່າເກົ່າ ພ້ອມໄດ້ຮັບນະໂຍບາຍສົ່ງເສີມຈາກພາກລັດໂດຍສະເພາະໃນໂອກາດມີງານວາງສະແດງສິນຄ້າຕ່າງໆ; ປັດຈຸບັນມີແຜນຂະຫຍາຍສາຂາຈໍາໜ່າຍຕື່ມ.
ຊາຂີງດໍາ ທີ່ນໍາສະເໜີໃນມື້ນີ້ ຜະລິດ ແລະ ຈໍາໜ່າຍໂດຍ ຜູ້ປະກອບການ ຫຼວງວິເສດການຄ້າ ສ່ວນບຸກຄົນ ໂດຍການເກັບຊື້ວັດຖຸດິບຈາກປະຊາຊົນ ແລ້ວມາປຸງແຕ່ງເປັນຜະລິດຕະພັນສໍາເລັດຮູບ ດ້ວຍການນໍາເອົາຂີງດໍາ 100% ມາບົດແປຮູບ ແລະ ບັນຈຸເປັນຖົງເພື່ອຄວາມສະດວກໃນການພົກພາ ແລະ ບໍລິໂພກ ເຊິ່ງຖົງໜຶ່ງມີ 10 ຊອງນໍ້າ ສາມາດນໍາເອົາໄປແຊ່ນ້ອຍຮ້ອນດື່ມຕາມຕ້ອງການ.
■ ວິທີດື່ມ: ນໍາເອົາຊາຂີງດໍາ 1 ຊອງ ແຊ່ໃສ່ນໍ້າຮ້ອນ 1 ຈອກປະລິມານນໍ້າ 250 ມິນລີລິດ ຈາກນັ້ນປະໄວ້ໃຫ້ຊາລະລາຍຕົວໃນນໍ້າ ແລ້ວຄ່ອຍດື່ມ ແລະ ສາມາດຕື່ມນໍ້າໄດ້ຫຼາຍເທື່ອຈົນລິດຊາຈືດ (ສາມາດຕື່ມນໍ້າຕານ ແລະ ເກືອຕາມ ຄວາມມັກ).
■ ຄຸນປະໂຫຍດ ຂອງຊາຂີງດໍາ ລະບຸວ່າ: ບໍາລຸງຮ່າງກາຍໃຫ້ແຂງແຮງ; ຊ່ວຍລະບົບໄຫຼວຽນ ແລະ ຮັກສາ ຄວາມສົມດູນຂອງເລືອດ; ບໍາລຸງສະໝອງ, ກ້າມຊີ້ນຫົວໃຈ ແລະ ຜິວພັນ; ຂັບພິດໃນຮ່າງກາຍ ແລະ ປ້ອງກັນຮັກສາອາການພູມແພ້; ແກ້ອາການປາກເປື່ອຍ, ປົວບາດແຜພາຍໃນ, ແກ້ທ້ອງອືດ ແລະ ຂັບລົມ; ຊ່ວຍໃຫ້ນອນຫຼັບດີ; ຊ່ວຍປ້ອງກັນຮັກສາພະຍາດຜິວໜັງຕ່າງໆ; ຊ່ວຍລະບົບຍ່ອຍອາຫານ ແລະ ໂລກກະເພາະ; ເພີ່ມຮໍໂມນ ແລະ ສະມັດຖະພາບທາງເພດ ຍິງ-ຊາຍ; ຊ່ວຍຂັບນໍ້ານົມ ແລະ ຮັກສາອາການຕົກເລືອດຂອງເພດຍິງ; ຮັກສາອາການປວດຂໍ້, ປວດຫຼັງ, ປວດປະດົງ; ຊ່ວຍຫຼຸດລະດັບນໍ້າຕານໃນເລືອດ; ບັນເທົາອາການໃຈສັ່ນ, ອາການເຈັບທ້ອງຕ່າງໆ.

ດ້ວຍສັບພະຄຸນອັນຫຼາກຫຼາຍນີ້ ທີ່ຜ່ານມາ ເຮັດໃຫ້ຜະລິດຕະພັນ ຊາຂີງດໍາ ກາຍເປັນທີ່ຍອມຮັບ ແລະ ສາມາດຈໍາໜ່າຍໄດ້ໃນຫຼາຍພື້ນທີ່ຂອງປະເທດ ເຊິ່ງມີສາຂາຈໍາໜ່າຍແລ້ວຢູ່ ຫຼວງພະບາງ, ນະຄອນຫຼວງວຽງຈັນ, ຊຽງ ຂວາງ ແລະ ໄຊຍະບູລີ.
ທ່ານ ແສງດາວ ຫຼວງວິເສດ ໃນນາມຜູ້ປະກອບການເຜີຍວ່າ: ຜ່ານມາເຫັນວ່າສັງຄົມໃຫ້ຄວາມສົນໃຈໃນຜະລິດຕະພັນນີ້ດີ ແຕ່ວັດຖຸດິບຕອບສະໜອງບໍ່ພຽງພໍ ຈຶ່ງຢາກສະເໜີໃຫ້ພາກລັດ ຄວນສົ່ງເສີມດ້ານວິຊາການຕໍ່ປະຊາຊົນທີ່ປູກ ດ້ວຍການລົງຊີ້ນໍາຕົວຈິງ ໃຫ້ປະຊາຊົນມີອາຊີບ ມີລາຍຮັບໄລຍະຍາວ ປັດຈຸບັນປະຊາຊົນຍັງປູກປະສົມພືດພັນອື່ນ ຍັງຂາດວິຊາການ ຍັງບໍ່ເປັນພື້ນທີ່ກວ້າງ ຂວາງ ຫຼື ບໍ່ທັນເປັນໂຄງການ ເຮັດໃຫ້ຊອກວັດຖຸດິບຍາກ ສ່ວນຜູ້ປະກອບການເອງກໍຢາກໃຫ້ທາງລັດຖະບານຕອບສະໜອງດ້ານຕົ້ນທຶນໂດຍສະເພາະແຫຼ່ງທຶນຊ່ວຍເຫຼືອລ້າ ຫຼື ທຶນດອກເບ້ຍຕໍ່າ.
ແນວໃດກໍຕາມ ໃນໄລຍະອັນໃກ້ນີ້ ຜູ້ປະກອບການຜະລິດຕະພັນ ຊາຂີງດໍາ ກໍມີແຜນຂະຫຍາຍສາຂາ ຫຼື ຕົວແທນຈໍາໜ່າຍໃຫ້ກວ້າງ ຂວາງກວ່າເກົ່າ ແລະ ສົ່ງເສີມປະຊາຊົນປູກສ້າງວຽກເຮັດງານທໍາ ຄຽງຄູ່ກັບລາຍຮັບໃນຫຼາຍທ້ອງຖິ່ນເຂດແຂວງ ຕື່ມອີກ. ເພາະຂີງດໍາເປັນພືດຊະນິດໜຶ່ງ ທີ່ມີສັບພະຄຸນດີຫຼາຍຢ່າງຕໍ່ຮ່າງກາຍ ເຊິ່ງຄົນລາວເຄີຍນໍາມາໃຊ້ບໍາບັດປິ່ນປົວບາງອາການພະຍາດທີ່ເກີດຂຶ້ນກັບຮ່າງກາຍມາແຕ່ເນີນນານ ເພື່ອໃຫ້ສຸຂະພາບກັບມາແຂງແຮງຢ່າງເປັນທໍາມະຊາດ.
ປັດຈຸບັນ ຜະລິດຕະພັນຊາຂີງດໍາ ມີສໍານັກງານຜະລິດ ແລະ ຈໍາໜ່າຍ ຕັ້ງຢູ່ ບ້ານສາລາພູຄູນ ເມືອງພູຄູນ ແຂວງ ຫຼວງພະບາງ ແລ້ວຍັງມີສາຂາ ຫຼື ຕົວແທນຈໍາໜ່າຍໃນຫຼາຍແຂວງຂອງປະເທດ.