ສະພາເອີຣົບ ຮັບຮອງເອົາສົນທິສັນຍາ ກ່ຽວກັບການຄຸ້ມຄອງປັນຍາປະດິດ (AI)

20 May 2024

ຄລິກແຊຣ໌ 0 Facebook WhatsApp

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ວັນທີ 17 ພຶດສະພາ, ສະພາເອີຣົບ (EC) ໄດ້ຈັດການພົບປະເຕົ້າໂຮມ 46 ປະເທດສະມາຊິກ ຢູ່ເອີຣົບ, ໃນນັ້ນ ມີຫຼາຍປະເທດບໍ່ເປັນສະມາຊິກຂອງ ສະຫະພາບເອີຣົບ (EU) ໄດ້ຮັບຮອງເອົາສົນທິສັນຍາທົ່ວໂລກສະບັບທຳອິດທີ່ມີລັກສະນະຜູກມັດສຳລັບດ້ານນິຕິກຳ ທີ່ກ່ຽວຂ້ອງເຖິງຂໍ້ກຳນົດຕ່າງໆໃນການຄຸ້ມຄອງການນຳໃຊ້ປັນຍາປະດິດ (AI).

ໃນຖະແຫຼງການສະບັບໜຶ່ງ, EC ໃຫ້ຮູ້ວ່າ ສົນທິສັນຍາແມ່ກ່ຽວກັບ AI ໄດ້ວາງອອກຂອບນິຕິກຳສຳລັບທຸກໄລຍະໃນວິວັດການພັດທະນາ ແລະ ນຳໃຊ້ບັນດາລະບົບ AI, ພ້ອມທັງແກ້ໄຂບັນດາຄວາມສ່ຽງຊ້ອນແຝງຂອງ AI ແລະ ຊຸກຍູ້ການປ່ຽນໃໝ່ເຕັກໂນໂລຢີຢ່າງມີຄວາມຮັບຜິດຊອບ. ໂດຍຕ່າງກັບກົດໝາຍວ່າດ້ວຍປັນຍາປະດິດຂອງສະຫະພາບເອີຣົບ    (EU), ບັນດາປະເທດທີ່ບໍ່ນອນໃນທະວີບເອີຣົບ ກໍສາມາດເຂົ້າຮ່ວມສົນທິສັນຍາສະບັບດັ່ງກ່າວຂອງສະພາເອີຣົບ ໄດ້.

ສົນທິສັນຍາສະບັບດັ່ງກ່າວ ໄດ້ຮັບການຮັບຮອງເອົາໃນກອງປະຊຸມປະຈຳປີຂອງ ຄະນະກຳມະການລັດຖະມົນຕີ EC, ດ້ວຍການເຂົ້າຮ່ວມຂອງບັນດາລັດຖະມົນຕີການຕ່າງປະເທດຂອງ 46 ປະເທດສະມາຊິກ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ