ການຮຽນຮູ້ສູ່ການປ່ຽນແປງ

20 May 2024

ຄລິກແຊຣ໌ 0 Facebook WhatsApp

ການຮຽນຮູ້ສູ່ການປ່ຽນແປງ ແມ່ນຂະບວນການຮຽນຮູ້ທີ່ດີ, ເລິກເຊິ່ງ, ສ້າງສັນ ແລະ ມີຄວາມໝາຍທີ່ແຕກຕ່າງຈາກການໄດ້ ຄວາມຮູ້ມາແບບງ່າຍໆ ແລະ ຍັງເປັນການຮຽນຮູ້ປະເພດໜຶ່ງທີ່ສົ່ງຜົນໃຫ້ໂລກະທັດຂອງເຮົາປ່ຽນແປງໄປໂດຍພື້ນຖານ. Simsek (2012) ໄດ້ອະທິບາຍວ່າ: “ການຮຽນຮູ້ສູ່ການປ່ຽນແປງນີ້ ແມ່ນການປ່ຽນຈາກການຍອມຮັບຂໍ້ມູນທີ່ມີໂດຍປາສະຈາກຄວາມຄິດ ຫຼື ບໍ່ມີຂໍ້ສົງໄສ ໄປສູ່ປະສົບການຮຽນຮູ້ອັນໃໝ່ທີ່ຜ່ານການກັ່ນຕອງພິຈາລະນາ ແລະ ມີສະຕິ”.

ການຮຽນຮູ້ສູ່ການປ່ຽນແປງຕາມແນວຄິດຂອງ Merzirow (2000) ໄດ້ກ່າວໄວ້ວ່າ: ການພິຈາລະນາເອົາໃຈໃສ່ໃນສົມມຸດຖານ ຫຼື ຄວາມຄາດຫວັງ ແລະ ປະເມີນການພົວພັນກັບການອະທິບາຍໃນດ້ານຄວາມໝາຍແລ້ວ ການຮຽນຮູ້ສູ່ການປ່ຽນແປງ ສ່ວນຫລາຍຈະນຳໄປສູ່ການປ່ຽນແປງທີ່ເລິກເຊິ່ງໃນຄວາມຄິດ, ຄວາມຮູ້ສຶກ, ຄວາມເຊື່ອ ແລະ ພຶດຕິກຳຂອງເຮົາ, ສົ່ງຜົນຕໍ່ຄວາມເຂົ້າໃຈກ່ຽວກັບສ່ວນຕົວຂອງເຮົາເອງ ແລະ ສົ່ງຜົນຕໍ່ຄວາມເຂົ້າໃຈກ່ຽວກັບໂຕເຮົາ, ຄວາມສຳພັນກັບຜູ້ອື່ນ, ວິທີຄິດ, ລະບົບຄວາມເຊື່ອ, ການຕອບສະໜອງຕໍ່ສິ່ງແວດລ້ອມ ແລະ ການຕີ ຄວາມໝາຍຮຽນຮູ້ສະພາບໂດຍລວມຂອງໂລກ. ນອກນັ້ນ ທິດສະດີການຮຽນຮູ້ສູ່ການປ່ຽນແປງ ໄດ້ລົງເລິກການຮຽນຮູ້ 02 ແບບຄື: ການຮຽນຮູ້ແບບເຄື່ອງມື (Instrumental Learning) ແລະ ການຮຽນຮູ້ແບບສື່ສານ (Communicative Learning) ເຊິ່ງການຮຽນຮູ້ແບບເຄື່ອງມືຈະເນັ້ນໜັກທີ່ການຄວບຄຸມສະພາບແວດລ້ອມຜ່ານການຝຶກການແກ້ໄຂບັນຫາທີ່ເນັ້ນວຽກ ແລະ ການປະເມີນຄວາມສຳພັນລະຫວ່າງເຫດ ແລະ ຜົນສ່ວນການຮຽນຮູ້ແບບການສື່ສານ ໄດ້ລວມເຖິງວິທີທີ່ຄົນສ່ວນຫລາຍໂຕ້ຕອບກັບບຸກຄົນອື່ນ ເຊິ່ງກ່ຽວກັບ ຄວາມຕ້ອງການ, ອາລົມ, ຄວາມຄິດເຫັນ, ຄວາມເຊື່ອ ແລະ ຄວາມຄາດຫວັງ (Taylor, 1998).

ອົງປະກອບຕົ້ນຕໍ 02 ປະການຂອງການຮຽນຮູ້ສູ່ການປ່ຽນແປງປະກອບມີຄື: ການພິຈາລະນາແບບວິຈາລະນະຍານ ກ່ຽວກັບສົມມຸດຖານ ແລະ ວາທະກຳແບບວິພາກ ທີ່ຜູ້ຮຽນຈະກວດກາການຕັດສິນໃຈທີ່ດີທີ່ສຸດ ຫຼື ຂະບວນການຂອງແຕ່ລະຄົນກະຕຸກຊຸກຍູ້ ເພື່ອກວດກາໃນລັກສະນະຂອງບັນຫາທີ່ເກີດຂຶ້ນ ແລະ ຄຸນຄ່າ ຄວາມຈິງຂອງວິທີການແກ້ໄຂບັນຫາທາງເລືອກຕ່າງໆ ແລະ ບໍ່ພຽງແຕ່ຕ້ອງການໃຫ້ຄົນໄດ້ຮຽນຮູ້ຕົນເອງເທົ່ານັ້ນ ແຕ່ຍັງຕ້ອງການໃຫ້ຮຽນຮູ້ກ່ຽວກັບການປ່ຽນແປງຂອງສັງຄົມທີ່ເກີດຂຶ້ນອ້ອມໂຕ ແລະ ເຊື່ອວ່າ ເມື່ອຜູ້ຮຽນເອົາໃຈໃສ່ເຖິງລະບົບສັງຄົມ ທີ່ສົ່ງຜົນກະທົບຕໍ່ຜູ້ຮຽນທີ່ເລິກເຊິ່ງເຖິງຖອງຫລາຍຂຶ້ນ ຜູ້ຮຽນກໍຈະປ່ຽນແປງສັງຄົມ ແລະ ທາດແທ້ ຄວາມເປັນຈິງຂອງຜູ້ຮຽນເອງ.

ການຮຽນຮູ້ສູ່ການປ່ຽນແປງ ໄດ້ເປັນປະໂຫຍດຫລາຍສົມຄວນ ສຳລັບການສຶກສາຜູ້ໃຫຍ່ (Adult Education) ເນື່ອງຈາກນັກສຶກສາ (ຜູ້ຮຽນ) ສາມາດທົບທວນຕີຄວາມໝາຍ ແລະ ຕີລາຄາປະສົບການຂອງພວກເຂົາຄືນໃໝ່ຢ່າງຕໍ່ເນື່ອງ ບໍ່ວ່າຈະເປັນໃນດ້ານສັດຈະວິພາກ ແລະ ການພັດທະນາ ເນື່ອງຈາກການຮຽນຮູ້ສູ່ການປ່ຽນແປງ ຍັງຕ້ອງການຄວາມເຂົ້າໃຈທີ່ຄວບຄຸມ ແລະ ຮ່ວມມືກັນຫລາຍຂຶ້ນກ່ຽວກັບຄວາມໝາຍ, ວິທີການ ທີ່ຜູ້ຮຽນຄວນມີຄວາມເພິ່ງພໍໃຈ ແລະ ຄວາມສາມາດໃນການແບ່ງປັນປະສົບການຮ່ວມກັນ ດັ່ງ Freire ໄດ້ເວົ້າວ່າ: “ນັກການສຶກສາ ແລະ ຜູ້ຮຽນໃນລະດັບດຽວກັນ ຈະເຮັດໃຫ້ຫ້ອງຮຽນ ຫຼື ການຮຽນຈະເປັນບ່ອນສາມາດເຂົ້າເຖິງໄດ້ງ່າຍຫລາຍຂຶ້ນ, ສະຫງົບ ແລະ ປອດໄພ. ເມື່ອເປັນຄືແນວນັ້ນ ຜູ້ຮຽນຈະຮູ້ສຶກສະບາຍໃຈ ພ້ອມທີ່ຈະແບ່ງປັນແນວຄິດ ປະສົບການ ແລະ ຄວາມຮູ້ສຶກກັບຜູ້ອື່ນຕື່ມອີກ.

ສະຫຼຸບໄດ້ວ່າການຮຽນຮູ້ສູ່ການປ່ຽນແປງກ່ຽວຂ້ອງກັບການສະທ້ອນໂຕຕົນ ແລະ ສັງຄົມ ເຊິ່ງສົ່ງຜົນໃຫ້ເກີດການປ່ຽນແປງໃນລັກສະນະສະເພາະຂອງຜູ້ຮຽນ, ຂະບວນການຮຽນຮູ້ຄືເພື່ອໃຫ້ຜູ້ຮຽນສາມາດແບ່ງປັນປະສົບການໄດ້ຫລາຍທີ່ສຸດ ແລະ ຕ້ອງການສະພາບແວດລ້ອມການຮຽນຮູ້ທີ່ບໍ່ຫຍຸ້ງຍາກກົດດັນ ແຕ່ສາມາດຢືດຢຸ່ນ ແລະ ເປີດ ກວ້າງທັນສະໄໝໄດ້ຫຼາຍກວ່າ.

 

ອ້າງອີງ: Soukanya Saemsoy, Academic management Responsive to Change in the Disruptive Era, 2023.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ