ສະຫວັນນະເຂດ ສຸມໃສ່ 3 ຕົວຊີ້ວັດ ທີ່ມີທ່າອ່ຽງທີ່ຈະບໍ່ບັນລຸ ໃນປີ 2024

17 May 2024

ຄລິກແຊຣ໌ 0 Facebook WhatsApp

ແຂວງສະຫວັນນະເຂດ ຈະສຸມໃສ່ວຽກງານດ້ານສາທາລະນະສຸກ ໂດຍສະເພາະແມ່ນຕົວຊີ້ວັດທີ່ມີທ່າອ່ຽງທີ່ຈະບໍ່ບັນລຸ ເປັນຕົ້ນແມ່ນ: ວຽກສັກວັກຊີນກັນພະຍາດ, ວຽກການຊົມໃຊ້ວິດຖ່າຍ, ວຽກການສ້າງບ້ານສາທາລະນະສຸກແບບຢ່າງ.
ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ໄດ້ລາຍງານແຜນພັດທະນາເສດຖະກິດ – ສັງຄົມ 2024 ໃນກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ 2 ຜ່ານມາວ່າ: ໃນແຜນພັດທະນາເສດຖະ ກິດ – ສັງຄົມ 2024 ສະເພາະວຽກງານສາທາລະນະສຸກ ແມ່ນຈະສຸມໃສ່ປະຕິບັດ 3 ຕົວຊີ້ວັດ ທີ່ມີທ່າອ່ຽງທີ່ຈະບໍ່ບັນລຸດ້ວຍຮູບການດັ່ງນີ້:

(1) ສັກວັກຊີນກັນພະຍາດ ສຸມໃສ່ເມືອງທີ່ອັດຕາສ່ວນຕໍ່າກວ່າ 60% – 80% ພະລານໄຊ, ນະຄອນໄກສອນ, ເຊໂປນ, ທ່າປາງທອງ, ອຸທຸມພອນ, ອາດສະພັງທອງ, ນອງ, ສອງຄອນ, ໄຊບູລີ, ວິລະບູລີ. ເຊິ່ງສຸມໃສ່ກິດຈະກຳດັ່ງນີ້:
– ສ້າງແຜນຕະລຸມບອນ, ລົງເຖິງເປົ້າໝາຍຕົວຈິງ, ເນັ້ນໃສ່ເກັບກຳຂໍ້ມູນເປົ້າໝາຍທີ່ຊັດເຈນ, ອຳນາດການປົກຄອງທຸກບ້ານໃຫ້ມີລາຍຊື່ເດັກລຸ່ມ 1 ປີ, ຜູ້ທີ່ມີໜ້າ ແລະ ບໍ່ມີໜ້າ ເພື່ອອຳນວຍຄວາມສະດວກໃຫ້ແກ່ພະນັກງານໂຮງໝໍນ້ອຍ, ອສບ.
– ເພີ່ມທະວີຄວາມເປັນເຈົ້າການຂອງອຳນາດການປົກຄອງຂັ້ນບ້ານ ແລະ ຂັ້ນເມືອງ ໃຫ້ນໍາໃຊ້ພະນັກງານລົງຮາກຖານຊ່ວຍໃນການຊຸກຍູ້ໃຫ້ຊຸມຊົນເຂົ້າມາມີສ່ວນຮ່ວມໃນວຽກງານສັກຢາກັນພະຍາດໃຫ້ເພີ່ມຫຼາຍຂຶ້ນ ໂດຍການສະໜັບສະໜູນດ້ານວິຊາການຈາກພະນັກງານສຸກສາລາ ແລະ ອາສາສະໝັກບ້ານ.
– ໃຫ້ບໍລິການການສັກຢາຢ່າງຕໍ່ເນື່ອງໃນຮອບປົກກະຕິ ແລະ ຕະລຸມບອນໃນເຂດທີ່ຫ່າງໄກສອກຫຼີກ ເຮັດແຜນຈຸລະພາກໃຫ້ເຂົ້າເຖິງບ່ອນຫຍຸ້ງຍາກເຂດທີ່ບໍ່ສາມາດເຂົ້າເຖິງ.

(2) ການຊົມໃຊ້ວິດຖ່າຍສຸມໃສ່ 8 ເມືອງ ຈຳນວນ 315 ບ້ານ, 30.202 ຫຼັງຄາເຮືອນ, ໃນນັ້ນມີຄອບຄົວທຸກຍາກ 9.218 ຫຼັງຄາເຮືອນ ໂດຍການປຸກລະດົມຊຸມຊົນເປັນເຈົ້າໃນການສ້າງວິດຖ່າຍດ້ວຍຕົນເອງຈັດສັນງົບປະມານໃຫ້ແກ່ຄອບຄົວທີ່ທຸກຍາກໃຫ້ມີການກໍ່ສ້າງວິດຖ່າຍພາຍໃຕ້ການນຳພາ – ຊີ້ນຳຂອງອໍານາດການປົກຄອງບ້ານ ແລະ ປົກຄອງເມືອງເຊື່ອມສານກັບອົງການຈັດຕັ້ງສາກົນທັງພາກລັດ – ເອກະຊົນ.
(3) ການສ້າງບ້ານສາທາລະນະສຸກແບບຢ່າງກວດກາຄືນບັນດາບ້ານທີ່ປະກາດແລ້ວໃຫ້ຮັກສານາມມະຍົດ, ທາງດ້ານຄຸນນະພາບ ແລະ ມາດຖານທາງດ້ານສາທາລະນະສຸກ, ຊຸກຍູ້ເອົາໃຈໃສ່ສ້າງບ້ານສາທາລະນະສຸກແບບຢ່າງໃໝ່ໃນ 12 ເມືອງ, ຈຳນວນ 134 ບ້ານ.

(4) ສຸມໃສ່ສ້າງໂຮງໝໍເມືອງ 3 ເມືອງ ແລະ ກຸ່ມບ້ານຈຽງຕູບ, ເມືອງເຊໂປນ ໃຫ້ສຳເລັດໃນປີ 2024 ຄື: ໂຮງໝໍເມືອງນອງ, ໂຮງໝໍເມືອງພະລານໄຊ ແລະ ໂຮງໝໍເມືອງໄຊພູທອງ ແລະ ໂຄງການກໍ່ສ້າງສຸກສາລາ ແລະ ເຮືອນພັກແພດເຂດໂພນຜາງ ເມືອງອາດສະພັງທອງ, ໂຄງການກໍ່ສ້າງສຸກສາລາ ແລະ ເຮືອນພັກແພດສົມພັດວິໄລ ເມືອງອຸທຸມພອນ) ແລະ ກໍ່ສ້າງໂຮງໝໍນ້ອຍໃໝ່ຢູ່ເຂດພັດທະນາກຸ່ມບ້ານຈຽງຕູບ, ເມືອງເຊໂປນ.
(5) ຫັນເອົາວຽກງານຮັກສາສຸຂະພາບຂັ້ນຕົ້ນເປັນຂອງປະຊາຊົນທຸກຄົນ ແລະ ເປັນເຈົ້າການຮ່ວມກັນນັບແຕ່ອົງການຈັດຕັ້ງ, ຂະແໜງການ, ອໍານາດການປົກຄອງທ້ອງຖິ່ນເຂົ້າມາມີບົດບາດໃນການນໍາພາຈັດຕັ້ງປະຕິບັດ ແລະ ຕິດຕາມກວດກາ ແລະ ເປັນໜ້າທີ່ທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດໃຫ້ສຳເລັດ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ