ບໍລິສັດ ໄມໂຄຣຊັອຟ ໄດ້ປະກາດການລົງທຶນໂຄງສ້າງພື້ນຖານ ດ້ານເອໄອ ແລະ ຄລາວ 2,2 ຕື້ໂດລາ ໃນປະເທດມາເລເຊຍ ແລະ ຈະໃຫ້ການຝຶກອົບຮົມດ້ານເອໄອ ໃຫ້ແກ່ຊາວມາເລເຊຍ 200.000 ຄົນ.
ສຳນັກຂ່າວຕ່າງປະເທດລາຍງານວ່າ: ໄມໂຄຣຊັອຟ (Microsoft) ປະກາດການລົງທຶນທາງດ້ານປັນຍາປະດິດ ຫຼື ເອໄອ (AI) ແລະ ຄອມພິວເຕີ ຄລາວ ໃນປະເທດມາເລເຊຍ ເປັນມູນຄ່າ 2,2 ຕື້ໂດລາ ເພື່ອຊ່ວຍພັດທະນາພື້ນຖານໂຄງລ່າງ ເອໄອ ໃນປະເທດ.
ທ່ານ ສັດຕະຍາ ນາເດລລາ ຜູ້ບໍລິຫານ Microsoft ໄດ້ຢ້ຽມຢາມສາມປະເທດໃນອາຊີຕາເວັນອອກສຽງໃຕ້ຄື: ອິນໂດເນເຊຍ, ໄທ ແລະ ມາເລເຊຍ ເພື່ອປະກາດການລົງທຶນຕັ້ງສູນຂໍ້ມູນ, ເອໄອ ແລະ ບໍລິການຄລາວ.
ຕາມຂ່າວແຈ້ງວ່າ ທ່ານສັດຕະຍາ ນາເດລລາ ກ່າວຢູ່ນະຄອນຫຼວງກົວລາລຳເປີ ໃນວັນທີ 2 ພຶດສະພາ ວ່າ: Micro soft ປະກາດແຜນການລົງທຶນ 2,2 ຕື້ໂດລາສະຫະລັດ ໃນໄລຍະ 4 ປີຂ້າງໜ້າເພື່ອສະໜັບສະໜູນການຫັນເປັນດີຈີ ຕອນອງມາເລເຊຍ ນີ້ຖືວ່າເປັນການລົງທຶນໃຫຍ່ທີ່ສຸດໃນຮອບ 32 ປີ.
ການລົງທຶນດັ່ງກ່າວຈະຊ່ວຍສ້າງພື້ນຖານໂຄງລ່າງເອໄອ ແລະ ຄລາວ ໃນມາເລເຊຍ. ສ້າງສູນກາງຂອງຄວາມເປັນເລີດໃນເອໄອ ແລະ ຝຶກອົບຮົມການໃຊ້ເອໄອໃຫ້ກັບຊາວມາເລເຊຍ 200.000 ຄົນ.
“ພວກເຮົາໃຫ້ຄຳໝັ້ນສັນຍາທີ່ຈະສະໜັບສະໜູນການຫັນເປັນດິຈິຕອນຂອງມາເລເຊຍ ແລະ ເພື່ອຮັບປະກັນວ່າມັນຈະເປັນປະໂຫຍດກັບພົນລະເມືອງມາເລເຊຍທັງໝົດ”, ທ່ານ ສັດຕະຍາ ກ່າວວ່າ: “ ການລົງທຶນໃນພື້ນຖານໂຄງລ່າງດິຈິຕອນ ແລະ ພັດທະນາທັກສະ ( ແຮງງານ ) ຂອງພວກເຮົາເພື່ອຊ່ວຍໃຫ້ທຸລະກິດມາເລເຊຍ, ຊຸມຊົນ ແລະ ນັກພັດທະນາ ນຳເອົາເຕັກໂນໂລຊີຫລ້າສຸດ ເພື່ອຊຸກຍູ້ການເຕີບໂຕດ້ານເສດຖະກິດ ແລະ ນະວັດຕະກຳໃນທົ່ວປະເທດ.”
ໃນລາຍງານຖະແຫຼງການ ອ້າງອີງຜົນວິໄຈຈາກ Kearney ທຸລະກິດໃຫ້ຄໍາປຶກສາລະດັບໂລກວ່າ: ເອໄອ ຊ່ວຍຊຸກຍູ້ການລວມຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງອາຊີຕາເວັນອອກສ່ຽງໃຕ້ 1 ພັນຕື້ໂດລາສະຫະລັດໃນປີ 2030 ແລະຄາດວ່າມາເລເຊຍ ຈະມີອັດຕາສ່ວນ ຈີດີພີ ປະມານ 10% ຈາກ GDP ຂອງພາກພື້ນອາຊຽນ.
ໄມໂຄຣຊັອຟໄດ້ເລີ່ມດໍາເນີນງານຢູ່ມາເລເຊຍໃນປີ 1992 ປັດຈຸບັນມີພະນັກງານຫຼາຍກວ່າ 200 ຄົນໃນກົວລາລຳເປີ ແລະ ປີນັງ.