ຮູ້ຈັກ ປານິນ ຕົວເກັງປີນີ້ ກັບ 10 ສິ່ງທີ່ເຈົ້າຄວນຮູ້

16 May 2024

ຄລິກແຊຣ໌ 0 Facebook WhatsApp

“ປານິນ” ຕົວແທນນຳສະເໜີບ້ານເກີດ “ແຂວງ ອັດຕະປື” ຂ່າວບັນເທີງພາມາຊົມ ແລະ ທໍາຄວາມຮູ້ຈັກຫຼາຍຂຶ້ນກັບ 10ສິ່ງທີ່ຄວນຮູ້ກ່ຽວກັບ ປານິນ ພຸດສະໄໝ ແກ້ວສັກສິດ ແລະ ນີ້ຄືສິ່ງທີ່ຄວນຮູ້ກ່ຽວກັບສາວງາມໂຕເກັງ ກອງເຊຍແໜ້ນຄົນນີ້ ສິ່ງທີ່ໜຶ່ງເລີຍ ນິຍາມຄວາມເປັນໂຕເອງ: ມັກຄວາມທ້າທາຍກັບຊິວິດ, ເຂົ້າກັບທຸກຄົນໄດ້ງ່າຍ, ມັກຍິ້ມ, ມັກສ້າງຄວາມສຸກໃຫ້ກັບທຸກຄົນ, ມັກເຮັດໃນສີ່ງທີ່ຄົນອື່ນບອກວ່າເຮັດບໍ່ໄດ້ ແລະ ມີ ຄວາມອົດສູງ.

อาจเป็นรูปภาพของ 1 คน และ ข้อความพูดว่า "PANIN NIN MISS UNIVERSE LAOS ATTAPEU MISSUNIVERSELAOSATTAPEU2024 2024"

ສອງຄວາມສາມາດພິເສດ: ຂີ່ມ້າ ແລະ ລອຍນໍ້າ ສ່ວນຂໍ້ທີສາມອາຫານທີ່ມັກທີ່ສຸດ: ຕໍາໝາກຮຸ່ງ, ແຈ່ວປາແດກ, ແກງໜໍ່ໄມ້ ແລະ ປາເຕົາບັ້ງ; ສີ່ສິ່ງທີ່ເຮົາມັກທີ່ສຸດ: ມັກຊ່ວຍເຫຼືອຄົນອື່ນ, ຄົ້ນຫາສີ່ງໃໝ່ໆໃຫ້ຊິວິດ ແລະ ມັກການທອງທ່ຽວຮອບໂລກນັ້ນເອງ ແລະ ຂໍ້ທີຫ້າ ສີທີ່ມັກທີ່ສຸດ: ຂາວ, ດໍາ ແລະ ທອງ.

อาจเป็นรูปภาพของ 1 คน และ ข้อความพูดว่า "P PANIN MISS UNIVERSE ISSUNIVERSELAOSATTAPEU202 UNIV LAOS ATTAPEU 2024"

ມາຕໍ່ການທີ່ຂໍ້ທີ່ຫົກ ສິ່ງທີ່ເຮັດໃນປັດຈຸບັນ: ເຮັດທຸລະກິດສ່ວນຕົວ ຊ່ວຍເອື້ອຍຊື້ລົດມືສອງມາຂາຍຕໍ່; ເຈັດ ສິ່ງທີ່ປະທັບໃຈທີ່ສຸດໃນຊີວິດ: ກະຄືການໄດ້ມາຢືນຢູ່ເວທີ Miss Universe Laos 2024 ທີ່ໃຫຍ່ແຫ່ງນີ້ ແລະ ໄດ້ຖືກຄັດເລືອກເຂົ້າທ໊ອບ18 ເພື່ອເປັນຕົວແທນແຂວງບ້ານເກີດ ອັດຕະປື; ແປດ ຄຳວ່າຈິດໃຈທີ່ແຂ່ງແກ່ນໃນມຸມມອງຂອງເຈົ້າ: ແມ່ນຄົນທີ່ບໍ່ໄດ້ຮັບອິດທິພົນຈາກຄົນອື່ນ ແລະ ໂຊຊຽວມີເດຍງ່າຍໆ ເປັນຄົນທີ່ເດັດຂາດ, ມຸ່ງຫມັ້ນ, ທຸກມື້ນີ້ການຖືກບູລີ້ ຫຼື ດ້ອຍຄ່າຄົນອື່ນມີຫລວງຫລາຍໃນໂຊຊຽວ ການມີຈິດໃຈທີ່ແຂ້ມແຂງເປັນສີ່ງສໍາຄັນ.

อาจเป็นรูปภาพของ 1 คน และ ข้อความพูดว่า "MISS UNIVERSE LAOS2024 LAOS 2024 所いい REPRESENTING ATTAPEU WHERES WHERESHEWASBORN SHE WAS BORN BC 10 THINGS YOU SHOULD KNOW PANIN PHOUTSAMAYKEOSUKSIT PHOUTSAMAY KEOSUKSIT"

ຂໍ້ທີເກົ້າ ສິ່ງທີ່ຢາກສ້າງການປ່ຽນແປງໃນອະນາຄົດ: ຢາກເປັນນາງແບບດັງລະດັບໂລກ ເພື່ອໃຫ້ຄົນຮູ້ຈັກປະເທດລາວໃຫ້ຫຼາຍຂຶ້ນ ແລະ ຈະຊ່ວຍຊຸກຍູ້ການສຶກສາຂອງຄົນທີ່ທຸກຍາກໃນລາວໃຫ້ມີການສຶກສາທີດີຂຶ້ນ ເພາະການສຶກສາທີ່ດີເປັນວີທີທາງທີ່ສໍາຄັນຈະຊ່ວຍອອກຈາກຄວາມທຸກຍາກ ແລະ ຂໍ້ທີສິບ ເປົ້າໝາຍສູງສຸດໃນຊິວິດ: ຂ້ອຍຢາກເປັນ Miss Universe Laos 2024 ທີ່ໄດ້ໄປຢືນຢູ່ເວທີ Miss Universe 2024 ທີ່ປະເທດ Mexico ພູມໃຈທີໄດ້ເປັນຕົວແທນປະເທດລາວ ທີ່ຂ້ອຍຮັກ ແລະ ຂ້ອຍຢາກເປັນແບບຢ່າງ ເປັນຜູ້ນໍາສ້າງແຮງບັນດານໃຈໃຫ້ກັບທຸກຄົນ.

ທ້າຍນີ້ຝາກຕິດຕາມສາວງາມຄົນນີ້ແນ່ເດີ້ ເປັນກຳລັງໃຈໃຫ້ກັນຕໍ່ລຸ້ນໃຫ້ເຖິງມົງໃຫຍ່ນັ້ນເອງ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ