ໃນລະຫວ່າງວັນທີ 5-14 ພຶດສະພາຜ່ານມາ, ທ່ານ ຄໍາມ່ວນ ຊົມສີຫາປັນຍາ ຮອງປະທານກໍາມາທິການເສດຖະກິດ, ເຕັກໂນໂລຊີ ແລະ ສິ່ງແວດລ້ອມ (ກສຕສ) ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດໂຄງການເຊົ່າ ແລະ ສໍາປະທານທີ່ດິນຂອງບັນດາໂຄງການພັດທະນາແຮ່ທາດ ແລະ ເຂື່ອນໄຟຟ້າ ທີ່ແຂວງອັດຕະປື, ແຂວງເຊກອງ ແລະ ແຂວງບໍລິຄໍາໄຊ ຕາມລຳດັບ.

ທັງນີ້ ກໍເພື່ອຕິດຕາມຊຸກຍູ້ວຽກງານໂຄງການເຊົ່າ ແລະ ສຳປະທານທີ່ດິນຂອງໂຄງ ການພັດທະນາແຮ່ທາດ ແລະ ເຂື່ອນໄຟຟ້າ ເພື່ອຊອກໃຫ້ເຫັນດ້ານດີທີ່ຄວນເສີມຂະ ຫຍາຍ, ດ້ານອ່ອນຂໍ້ຄົງຄ້າງທີ່ຈະຕ້ອງຊອກວິທີແກ້ໄຂໃນການຈັດຕັ້ງປະຕິບັດໂຄງການ; ເພື່ອຮູ້ເຖິງຜົນປະໂຫຍດທີ່ລັດຖະບານຈະໄດ້ຮັບຈາກການເຊົ່າ ແລະ ສຳປະທານທີ່ດິນ ຈາກການຂຸດຄົ້ນແຮ່ທາດ ແລະ ໂຄງການພັດທະນາເຂື່ອນໄຟຟ້າ; ທັງເປັນຂໍ້ມູນພື້ນຖານໃນການສ້າງ ແລະ ປັບປຸງກົດໝາຍວ່າດ້ວຍແຮ່ທາດ ແລະ ກົດໝາຍວ່າດ້ວຍໄຟຟ້າ ທີ່ຈະນຳເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ IX, ເປັນຂໍ້ມູນພື້ນຖານ ແລະ ບ່ອນອີງໃນການສັງລວມລາຍງານຕໍ່ກອງປະຊຸມສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ຄົ້ນຄວ້າພິຈາລະນາ.

ໃນການລົງເຄື່ອນໄຫວຄັ້ງນີ້, ໄດ້ຈັດກອງປະຊຸມຮ່ວມກັບສະພາປະຊາຊົນແຂວງ ອັດຕະປື, ເຊກອງ ແລະ ບໍລິຄໍາໄຊ ແລະ ພະແນກການທີ່ກ່ຽວຂ້ອງຂອງແຂວງ ຄື: ແຜນ ການ ແລະ ການລົງທຶນ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ພະລັງງານ ແລະ ບໍ່ແຮ່, ກະສິກຳ ແລະ ປ່າໄມ້, ອຸດສາຫະກຳ ແລະ ການຄ້າ, ແລະ ການເງິນ ເພື່ອຮັບຟັງການລາຍງານກ່ຽວກັບການຈັດຕັ້ງປະຕິບັດໂຄງການເຊົ່າ ແລະ ສໍາປະທານທີ່ດິນ ຂອງບັນ ດາໂຄງການພັດທະນາແຮ່ທາດ ແລະ ເຂື່ອນໄຟຟ້າ, ສະພາບການຈັດຕັ້ງປະຕິບັດການລົງ ທຶນດ້ານພະລັງງານ ແລະ ແຮ່ທາດ; ການຫັນປ່ຽນທີ່ດິນປ່າໄມ້, ການຟື້ນຟູປ່າ ແລະ ປູກປ່າທົດແທນຄືນພື້ນທີ່ປ່າໄມ້ທາງທໍາມະຊາດ ແລະ ການຂຶ້ນທະບຽນອອກໃບຕາດິນ; ຜົນກະ ທົບຕໍ່ສິ່ງແວດລ້ອມ, ທໍາມະຊາດ ແລະ ສັງຄົມ; ການຟື້ນຟູຊີວິດການເປັນຢູ່, ການຊົດເຊີຍຜົນກະທົບໃຫ້ແກ່ປະຊາຊົນ; ການສົ່ງອອກແຮ່ທາດ ລວມທັງການເກັບລາຍຮັບຄ່າເຊົ່າ ແລະ ສໍາປະທານຈາກໂຄງການພັດທະນາດ້ານພະລັງງານ ແລະ ບໍ່ແຮ່ ໃນຮູບແບບປົກກະຕິ ແລະ ແບບທົດລອງ ແລະ ວຽກງານອື່ນໆຕາມທີ່ໄດ້ກຳນົດໄວ້ໃນມະຕິຂອງສະພາແຫ່ງຊາດ ສະບັບເລກທີ 95/ສພຊ, ລົງວັນທີ 18 ກໍລະກົດ 2023 ເພື່ອຊອກໃຫ້ເຫັນດ້ານດີທີ່ຄວນເສີມຂະຫຍາຍ ແລະ ດ້ານອ່ອນຂໍ້ຄົງຄ້າງທີ່ຕ້ອງໄດ້ຊອກຫາວິທີແກ້ໄຂ ແນໃສ່ເຮັດໃຫ້ການ ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນ.

ທ່ານ ຄໍາມ່ວນ ຊົມສີຫາປັນຍາ ໃນນາມປະທານກອງປະຊຸມ ໄດ້ມີຄໍາເຫັນຊີ້ນໍາໃຫ້ພາກສ່ວນທີ່ກ່ຽວຂ້ອງ ຈົ່ງສືບຕໍ່ຈັດຕັ້ງປະຕິບັດວຽກງານທີ່ຢູ່ໃນຄວາມຮັບຜິດຊອບຂອງຕົນ ໂດຍໃຫ້ມີສ່ວນຮ່ວມ ແລະ ເປັນເຈົ້າການຮ່ວມກັນຈັດຕັ້ງປະຕິບັດໃຫ້ເຂັ້ມງວດຂຶ້ນຕື່ມ ເປັນຕົ້ນ: ຂົງເຂດວຽກງານແຮ່ທາດ: ໃຫ້ຮີບຮ້ອນປະເມີນຜົນການຈັດຕັ້ງປະຕິບັດໂຄງ ການທົດລອງຂຸດຄົ້ນແຮ່ທາດທີ່ກໍາລັງຈັດຕັ້ງປະຕິບັດຢູ່ພາຍໃນແຂວງໃຫ້ມີປະສິດທິພາບ, ປະສິດທິຜົນ ພ້ອມທັງມີມາດຕະການຢ່າງເຂັ້ມງວດຕໍ່ໂຄງການທີ່ບໍ່ມີປະສິດທິພາບ, ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ສັງຄົມ ແລະ ທຳມະຊາດ ຄວນໂຈະ ຫຼື ຢຸດເຊົາກິດຈະການ, ໂຄງ ການໃດທີ່ມີປະສິດທິຜົນ ຄວນໃຫ້ສືບຕໍ່ຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມກົດໝາຍ ໂດຍຫັນເຂົ້າສູ່ການດຳເນີນໂຄງການໃນຮູບແບບປົກກະຕິ; ການຄົ້ນຄວ້າອະນຸມັດໂຄງການຂຸດຄົ້ນແຮ່ທາດໃນຕໍ່ໜ້າ ຕ້ອງໃຫ້ສອດຄ່ອງກັບຍຸດທະສາດການພັດທະນາແຮ່ທາດທີ່ໄດ້ຮັບ ຮອງໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ແລະ ແຈ້ງການຂອງຄະນະເລຂາທິການສະພາແຫ່ງຊາດ ກ່ຽວກັບການພິຈາລະນາການອະນຸມັດໂຄງ ການຂຸດຄົ້ນແຮ່ທາດ ສະບັບເລກທີ 647/ຄລສ, ລົງວັນທີ 27 ທັນວາ 2023; ເອົາໃຈໃສ່ຄຸ້ມຄອງ, ຕິດຕາມກວດກາບັນດາໂຄງການຊອກຄົ້ນ, ສໍາຫຼວດ ແລະ ຂຸດຄົ້ນແຮ່ທາດ ໃຫ້ມີປະສິດທິພາບ, ປະສິດທິຜົນ, ຍືນຍົງ, ປະຢັດ, ນໍາເອົາຜົນປະໂຫຍດມາສູ່ປະເທດຊາດ ແລະ ບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ສັງຄົມ ແລະ ທໍາມະຊາດ ເກີນກວ່າມາດຕະຖານກຳ ນົດໄວ້.

ຂົງເຂດວຽກງານກະສິກໍາ ແລະ ປ່າໄມ້: ເອົາໃຈໃສ່ຄົ້ນຄວ້າ, ປັບປຸງນະໂຍບາຍ ແລະ ນິຕິກຳ ກ່ຽວກັບການສົ່ງເສີມວຽກງານການຟື້ນຟູ ແລະ ປູກໄມ້ທົດແທນ ໂດຍການມີສ່ວນຮ່ວມລະຫວ່າງພາກລັດ, ຜູ້ປະກອບການ ແລະ ປະຊາຊົນ ໃຫ້ມີຄວາມຊັດເຈນ ແລະ ຮັດກຸມ; ສ້າງແຜນຟື້ນຟູປ່າ, ປູກໄມ້ທົດແທນ ແລະ ປົກປັກຮັກສາໃນແຕ່ລະຂົງເຂດ ເພື່ອໃຫ້ສອດຄ່ອງກັບແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ທີ່ກຳນົດໃຫ້ມີເນື້ອທີ່ປ່າປົກຫຸ້ມກວມ 70%; ສຸມໃສ່ຕິດຕາມ, ກວດກາ ແລະ ສັງລວມການປະຕິບັດພັນທະຕ່າງໆກ່ຽວກັບວຽກງານຟື້ນຟູປ່າໄມ້ ແລະ ປູກໄມ້ທົດແທນ ຕາມສັນຍາສຳປະທານ, ກົດໝາຍ, ມະຕິສະພາແຫ່ງຊາດ ແລະ ນິຕິກຳອື່ນທີ່ກ່ຽວຂ້ອງ ຂອງບັນດາໂຄງການກໍ່ສ້າງເຂື່ອນໄຟຟ້າ, ບໍ່ແຮ່, ໂຄງລ່າງພື້ນຖານ ທີ່ໄດ້ຮັບອະນຸຍາດຈາກລັດຖະບານ ແລະ ຊຸກຍູ້ສົ່ງເສີ່ມການຜະລິດ, ຫຼຸດຜ່ອນການນໍາເຂົ້າພາຍໃນທີ່ເປັນບຸລິມະສິດ ແລະ ທ່າແຮງຂອງແຂວງ.

ຂົງເຂດວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ: ໃຫ້ຮີບຮ້ອນເອົາໃຈໃສ່ກວດກາ, ສຳຫຼວດ, ວັດແທກ, ຂຶ້ນທະບຽນອອກໃບຕາດິນຂອງລັດ ໃຫ້ແກ່ໂຄງການເຊົ່າ ແລະ ສໍາປະ ທານ ເພື່ອເປັນບ່ອນອີງໃຫ້ແກ່ການເກັບຄ່າເຊົ່າສຳປະທານທີ່ດິນຕາມກົດໝາຍ ແລະ ເອົາ ໃຈໃສ່ເກັບກຳຂໍ້ມູນເພື່ອຂຶ້ນທະບຽນອອກໃບຕາດິນ ແລະ ການຈັດສັນທີ່ດິນ ໃຫ້ສຳເລັດ ແລະ ບັນລຸຕາມແຜນການທີ່ວາງໄວ້ ເພື່ອຮັບປະກັນໃຫ້ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ ພ້ອມທັງຮັບປະກັນບໍ່ໃຫ້ມີບັນຫາການຮ້ອງຟ້ອງຂໍຄວາມເປັນທໍາໃນອະນາຄົດ; ສືບຕໍ່ຜັນຂະຫຍາຍແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ແລະ ແຜນຈັດສັນທີ່ດິນຂອງແຂວງ, ຄຸ້ມຄອງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ ໂດຍຕິດພັນກັບການຊຸກຍູ້ຢ່າງແຂງແຮງໃນການຈັດຕັ້ງຜັນຂະຫຍາຍກົດໝາຍວ່າດ້ວຍທີ່ດິນ ໃຫ້ເຂົ້າສູ່ຊີວິດຕົວຈິງຂອງສັງຄົມໃຫ້ທົ່ວເຖິງ ແລະ ມີຜົນສັກສິດ; ສືບຕໍ່ຕິດ ຕາມຢ່າງໃກ້ຊິດບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ສັງຄົມ ແລະ ທໍາມະຊາດ ທີ່ອາດຈະເກີດຂຶ້ນຈາກໂຄງການພັດທະນາຕ່າງໆ ເປັນຕົ້ນໂຄງການພັດທະນາໄຟຟ້າ, ໂຄງການຂຸດຄົ້ນແຮ່ທາດ (ແບບທົດລອງ), ໂຄງການພັດທະນາພື້ນຖານໂຄງລ່າງອື່ນໆ.

ໃນການລົງເຄື່ອນໄຫວຄັ້ງນີ້, ຄະນະຍັງໄດ້ໄປຢ້ຽມຊົມພາກປະຕິດບັດຕົວຈິງຄື: ໂຄງການຂຸດຄົ້ນແຮ່ເຫຼັກວັງຕັດ ຈໍາກັດຜູ້ດຽວ, ໂຄງການຂຸດຄົ້ນແຮ່ບົກຊິດ ຂອງບໍລິສັດ ພັດທະນາແຮ່ບົກຊິດລາວ ຈໍາກັດຜູ້ດຽວ ຢູ່ເມືອງຊານໄຊ ແລະ ໂຄງການຂຸດຄົ້ນແຮ່ຄໍາເຄົ້າ (ແບບທົດລອງ) ຂອງບໍລິສັັດ ຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດພາກໃຕ້ ຈໍາກັດ ຢູ່ເມືອງພູວົງ ແຂວງອັດຕະປື; ໂຄງການພະລັງງານລົມ ມອນຊຸນ ວິນພາວເວີ ຈໍາກັດ ຢູ່ເມືອງດາກຈຶງ ແລະ ໂຄງການຂຸດຄົ້ນແຮ່ທາດຂອງບໍລິສັດ ຫວຽດເຟືອງ ຈໍາກັດ ຢູ່ແຂວງເຊກອງ; ໂຄງ ການສໍາຫຼວດ, ຂຸດຄົ້ນ ແລະ ປຸງແຕ່ງແຮ່ຄໍາເຄົ້າ ຂອງບໍລິສັດ ທາຍຊານ ມາຍນິງ ຈໍາກັດຜູ້ດຽວ, ໂຄງການຂຸດຄົ້ນຄໍາຂອງບໍລິສັດ ຄໍາເກີດ ແສນອຸດົມ ຈໍາກັດ ແລະ ໂຄງການເຂື່ອນນໍ້າເທີນ 1 ຂອງບໍລິສັດ ນໍ້າເທີນ ພາວເວີ ຈໍາກັດ ຢູ່ແຂວງບໍລິຄໍາໄຊ.
ຂ່າວຈາກ: ສະພາແຫ່ງຊາດ