ສາລະວັນ ວາງ 7 ມາດຕະການ ຈັດເກັບລາຍຮັບເຂົ້າງົບປະມານ

15 May 2024

ຄລິກແຊຣ໌ 0 Facebook WhatsApp

ແຜນການຈັດເກັບລາຍຮັບງົບປະມານຂອງແຂວງສາລະວັນ ໃນປີ 2024 ເປົ້າໝາຍຈັດເກັບລາຍຮັບ 205,7 ຕື້ກວ່າກີບ ເພື່ອເຮັດໃຫ້ແຜນການດັ່ງກ່າວບັນລຸຕາມຄາດໝາຍທີ່ກຳນົດໄວ້ ແຂວງສາລະວັນ ໄດ້ກຳນົດ 7 ມາດຕະການຈັດຕັ້ງປະຕິບັດ.

ທ່ານ ພອນປະເສີດ ລາຊາໂພ ຫົວໜ້າພະແນກການເງິນ ແຂວງສາລະວັນ ໄດ້ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາປະຊາຊົນແຂວງ ຊຸດທີ II ວ່າ: ແຜນລາຍຮັບ ປະຈຳປີ 2024 ອີງຕາມແຈ້ງການຂອງກະຊວງການເງິນ ເລກທີ 3857/ກງ ລົງວັນທີ 1 ທັນວາ 2023 ໄດ້ຕັ້ງເປົ້າໝາຍຈັດເກັບລາຍຮັບ 205,7 ຕື້ກວ່າກີບ, ໃນນັ້ນ ພາສີ ( ລາຍຮັບສູນກາງ ) 85,4 ຕື້ກວ່າກີບ, ລາຍຮັບຂອງແຂວງ 120,3 ຕື້ກວ່າກີບ; ໃນນັ້ນ ສ່ວຍສາອາກອນ 111,5 ຕື້ກວ່າກີບ, ຄຸ້ມຄອງຊັບສິນແຫ່ງລັດ 8,6 ຕື້ກວ່າກີບ, ຄຸ້ມຄອງວິສາຫະກິດ 200 ລ້ານກວ່າກີບ.

ເພື່ອເຮັດໃຫ້ແຜນການດັ່ງກ່າວ ບັນລຸຕາມຄາດໝາຍທີ່ກຳນົດໄວ້ ແຂວງສາລະວັນ ໄດ້ວາງ 7 ມາດຕະການຈັດຕັ້ງປະຕິບັດ ຄື:
1). ມອບໃຫ້ຄະນະພັກ ຄະນະນໍາແຕ່ລະຂັ້ນຂອງຂະແໜງການເງິນ ໃນທົ່ວແຂວງຈັດຕັ້ງເຜີຍແຜ່, ເຊື່ອມຊຶມໃຫ້ພະນັກງານ – ລັດຖະກອນ ພາຍໃນຂະແໜງການຕົນຮັບຜິດຊອບໃຫ້ເລິກເຊິ່ງ, ກວ້າງ ຂວາງ ຮັບປະກັນຜົນສໍາເລັດໃນການຈັດຕັ້ງປະຕິບັດ ໃຫ້ບັນລຸຄາດໝາຍທີ່ວາງໄວ້.
2). ສືບຕໍ່ສຶກສາອົບຮົມການເມືອງ – ແນວຄິດ, ຍົກລະດັບ ຄວາມຮູ້, ຄວາມສາມາດໃຫ້ແກ່ພະນັກງານລັດຖະກອນ ພາຍໃນຂະແໜງການເງິນທຸກຂັ້ນ ແລະ ປັບປຸງວຽກງານການເງິນຫັນສູ່ທັນສະໄໝຢ່າງແຂງແຮງຮອບດ້ານ ໂດຍການປັບປຸງກົງຈັກການຈັດຕັ້ງ, ສັບຊ້ອນ, ຈັດວາງພະນັກງານ ແລະ ກໍານົດຕໍາແໜ່ງງານໃຫ້ແທດເໝາະກັບຄວາມ ຮຽກຮ້ອງຕ້ອງການ, ປັບປຸງກົນໄກ ແລະ ລະບຽບການຄຸ້ມຄອງການເກັບລາຍຮັບ, ຄຸ້ມຄອງລາຍຈ່າຍໃຫ້ຮັດກຸມກວ່າເກົ່າ ໂດຍຫັນໄປສູ່ລະບົບການຄຸ້ມຄອງແບບທັນສະໄໝ ແລະ ເຂົ້າສູ່ລະບົບທະນາຄານໃນເຂດທີ່ມີເງື່ອນໄຂ ເພື່ອເຮັດໃຫ້ມີຄວາມໂປ່ງໃສ, ແກ້ໄຂປາກົດການຫຍໍ້ທໍ້ໃນຖັນແຖວພະນັກງານຢ່າງເຂັ້ມງວດ, ຕິດຕາມ, ກວດກາ ການປະຕິບັດໜ້າທີ່ວິຊາສະເພາະຂອງພະນັກງານຢ່າງເປັນປົກກະຕິ – ຕໍ່ເນື່ອງ.

3). ສໍາລັບການເບີກຈ່າຍເງິນເດືອນໃຫ້ແກ່ພະນັກງານ – ລັດຖະກອນ ໃນງວດທີ 1 ປີ 2024 ສະເໜີໃຫ້ບັນດາພະແນກການເອົາຂໍ້ມູນຈໍານວນພົນ ງວດທີ 4 ປີ 2023 ໄປຜ່ານພະແນກພາຍໃນ ເພື່ອເຊັນຢັ້ງຢືນຄວາມຖືກຕ້ອງ ລວມທັງຂໍ້ມູນດ້ານຈໍານວນພົນຂອງເມືອງ, ກໍລະນີພະແນກການອ້ອມຂ້າງ ແຂວງ ຫຼື ເມືອງ ຫາກມີການດັດແກ້ຊັ້ນ – ຂັ້ນເງິນເດືອນໃໝ່ ສະເໜີໃຫ້ຄິດໄລ່ໃນງວດ 2 ປີ 2024. ການປະກອບເອກະສານສະເໜີອະນຸມັດຈ່າຍເງິນເດືອນ ແນະນຳໃຫ້ຍື່ນເອກະສານຢູ່ພະແນກການເງິນ ( ຂະແໜງງົບປະມານ ) ຊ້າສຸດບໍ່ໃຫ້ກາຍວັນທີ 15 ມັງກອນ ປີ 2024 ເພື່ອກວດກາ ແລະ ອະນຸມັດລົງຄັງ. ສຳລັບການອະນຸມັດເງິນເດືອນ – ເງິນນະໂຍບາຍຕ່າງໆ ໃນງວດທີ 1 ປີ 2024 ແມ່ນອະນຸມັດຢູ່ຂັ້ນແຂວງບ່ອນດຽວ.

4). ເອົາໃຈໃສ່ວຽກງານກວດກາ ແລະ ແກ້ໄຂຜົນການກວດສອບຢ່າງເປັນຮູບປະທຳ, ເລັ່ງທວງ ແລະ ເກັບຄືນລາຍຮັບທີ່ຄ້າງມອບຈາກວິສາຫະກິດ, ໂຄງການສຳປະທານ, ຄ່າທຳນຽມ, ຄ່າບໍລິການ, ຄ່າເຊົ່າ – ສຳປະທານທີ່ດິນ ແລະ ເກັບກູ້ຄືນ ລາຍຮັບທີ່ກວດເຫັນເພີ່ມຈາກຜົນການກວດ ສອບ – ກວດກາ ແລະ ລາຍຮັບອື່ນໆທີ່ຍັງຄ້າງນຳຫົວໜ່ວຍງົບປະມານ ທີ່ຖືກກວດສອບແຕ່ປີຜ່ານມາໃຫ້ຄົບຖ້ວນ.
5). ແນະນຳພະແນກການ, ກົມກອງ, ຫົວໜ່ວຍງົບປະມານລັດ ຖືບັນຊີຕາມມາດຕະຖານສາກົນ ນຳໃຊ້ຫຼັກການບັນຊີຄູ່ ໃນການບັນທຶກຈົດກ່າຍບັນຊີຕາມລໍາດັບລາຍການເຄື່ອນໄຫວ ເກີດຂຶ້ນເຂົ້າປຶ້ມບັນຊີປະຈຳວັນສຳຮອງ ແລະ ປຶ້ມປະຈໍາວັນທົ່ວໄປໃຫ້ຖືກຕ້ອງ, ຄົບຖ້ວນ, ຊັດເຈນ ແລະ ທັນເວລາ.
6). ສ້າງແຜນເຄື່ອນໄຫວເປັນອັນລະອຽດ ໃນແຕ່ລະກຸ່ມວຽກ, ຊຸກຍູ້, ຕິດຕາມ ແລະ ປະເມີນຜົນການຈັດຕັ້ງປະຕິບັດຢ່າງເຄັ່ງຄັດ ແລະ
7). ເພີ່ມທະວີການປະສານສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງ ໃນການຄຸ້ມຄອງແຜນງົບປະມານແຫ່ງລັດ ບົນພື້ນຖານລະບຽບກົດໝາຍຢ່າງເຂັ້ມງວດ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ