4 ເດືອນຕົ້ນປີ 2024 ດ່ານພາສີສາກົນຂົວມິດຕະພາບ 3 ແຂວງຄໍາມ່ວນ ຈັດເກັບລາຍຮັບໄດ້ 228,54 ຕື້ກວ່າກີບ ເທົ່າກັບ 32,79% ຂອງແຜນການປີ.

ທ່ານ ບຸນທະນົງສັກ ເທບພາລັກ ຫົວໜ້າດ່ານພາສີສາກົນຂົວມິດຕະພາບ 3 ແຂວງ ຄໍາມ່ວນ ໄດ້ໃຫ້ສໍາພາດຕໍ່ຜູ້ສື່ຂ່າວທ້ອງຖິ່ນ ກ່ຽວກັບການຈັດຕັ້ງປະຕິບັດແຜນການຈັດເກັບລາຍຮັບຮ່ວງພາສີ ໃນໄລຍະ 4 ເດືອນຕົ້ນປີ 2024 ວ່າ: ປີ 2024 ດ່ານພາສີສາກົນຂົວມິດຕະພາບ 3 ແຂວງຄໍາມ່ວນ ໄດ້ຮັບຕົວເລກຄາດໝາຍໃຫ້ຈັດເກັບລາຍຮັບເຂົ້າງົບປະມານຈຳນວນ 697 ຕື້ກີບ. ຜ່ານການຈັດຕັ້ງປະຕິບັດໃນໄລຍະ 4 ເດືອນຕົ້ນປີ ສາມາດປະຕິບັດໄດ້ 228,54 ຕື້ກວ່າກີບ ເທົ່າກັບ 32,79% ຂອງແຜນການປີ, ຖ້າທຽບໃສ່ໄລຍະດຽວກັນຂອງປີ 2023 ສາມາດເກັບລື່ນແຜນ 32,51%. ໃນນັ້ນລາຍຮັບທີ່ເກັບໄດ້ສ່ວນຫຼາຍແມ່ນໄດ້ມາຈາກການເສຍພາສີຂາເຂົ້າສິນຄ້າປະເພດນໍ້າມັນເຊື້ອໄຟ ເຊິ່ງກວມເອົາ 34,34% ແລະ ການເສຍພາສີນໍາເຂົ້າເພື່ອສົ່ງອອກສິນຄ້າປະເພດເຄື່ອງດື່ມຊູກຳລັງ 35,38%.
ສໍາລັບຂໍ້ສະດວກໃນການຈັດຕັ້ງປະຕິບັດ ຍ້ອນມີການຊີ້ນໍາຈາກການຈັດຕັ້ງຂັ້ນສູນກາງ ແລະ ຂັ້ນແຂວງ, ມີກົດໝາຍ ແລະ ນິຕິກຳເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ມີເຄື່ອງມື ແລະ ລະບົບທີ່ທັນສະໄໝເຂົ້າໃນການຈັດເກັບລາຍຮັບເຮັດໃຫ້ມີ ຄວາມສະດວກ, ວ່ອງໄວ ແລະ ໂປ່ງໃສ, ມີລະບົບສາງຄ່ຽນຖ່າຍ, ຍົກຍໍທີ່ມີຄວາມກວ້າງຂວາງ ແລະ ບໍລິການຢ່າງເປັນປົກກະຕິ. ສ່ວນຂໍ້ຫຍຸງຍາກ ເມື່ອເວລາສັນຍານອິນເຕີເນັດຂັດຂ້ອງແມ່ນບໍ່ສາມາດປະຕິບັດວຽກງານໄດ້ຢ່າງສົມບູນ.

ທ່ານຫົວໜ້າດ່ານພາສີສາກົນຂົວມິດຕະພາບ 3 ແຂວງ ຄໍາມ່ວນ ໄດ້ກ່າວຕື່ມວ່າ: ສໍາລັບທິດທາງແຜນການໃນທ້າຍປີ 2024 ເພື່ອເຮັດໃຫ້ການຈັດເກັບລາຍຮັບບັນລຸຕາມແຜນການດ່ານພາສີສາກົນຂົວມິດຕະພາບ 3 ໄດ້ມີການວາງມາດຕະການ ຄື: ເພີ່ມທະວີໃນການເຮັດວຽກງານແນວຄິດກັບອ້າຍນ້ອງເຈົ້າໜ້າທີ່ເປັນຕົ້ນແມ່ນຂອດການປະຈຳການ, ຂອດການບໍລິການ ແລະ ໃຫ້ເຂົາເຈົ້າເອົາໃຈໃສ່ຢ່າງແຂງແຮງຂຶ້ນຕື່ມຕໍ່ໜ້າທີ່ການເມືອງຂອງຕົນກໍ່ຄືການຈັດເກັບລາຍຮັບເຂົ້າງົບປະມານໃຫ້ໄດ້ຕາມແຜນ ຫຼື ລື່ນແຜນການທີ່ວາງໄວ້,ປະຊຸມປຶກສາຫາລືກັບຜູ້ປະກອບການທີ່ໃຊ້ບໍລິການຢູ່ດ່ານ ເພື່ອຊອກຫາບັນຫາທີ່ຍັງອັດຕັນໃນການບໍລິການເພື່ອນຳໄປປັບປຸງແກ້ໄຂໃຫ້ສາມາດຈັດຕັ້ງປະຕິບັດໄດ້ຢ່າງວ່ອງໄວ, ສືບຕໍ່ປະສານງານກັບບັນດາຂະແໜງການທີ່ກ່ຽວຂ້ອງໃນການອອກອະນຸຍາດນຳເຂົ້າສິນຄ້າມີການຄວບຄຸມ, ຄຸ້ມຄອງ ແລະ ບໍລິການໃຫ້ມີ ຄວາມສະດວກ, ວ່ອງໄວ.