4 ເດືອນຕົ້ນປີນີ້ ມູນຄ່າການຄ້າລະຫວ່າງ ຈີນ – ອາຊຽນ ເພີ່ມຂຶ້ນ 8,5%

14 May 2024

ຄລິກແຊຣ໌ 0 Facebook WhatsApp

ຂ່າວຊີອາໄອລາຍງານວ່າ: ອີງຕາມຂໍ້ມູນຫຼ້າສຸດຂອງອົງການພາສີຈີນແຈ້ງໃຫ້ຮູ້ໃນວັນທີ9ພຶດສະພານີ້ວ່າ: ເດືອນເມສາຜ່ານມາ ຍອດມູນຄ່າການສົ່ງອອກແລະນຳເຂົ້າສິນຄ້າຂອງຈີນໄດ້ບັນລຸເຖິງ3.600ຕື້ຢວນ ເພີ່ມຂຶ້ນ8%ເມື່ອທຽບໃສ່ໄລຍະດຽວກັນຂອງປີ2023ຜ່ານມາ; ໃນນີ້ ການສົ່ງອອກໄດ້ເພີ່ມຂຶ້ນ5,1%, ການນຳເຂົ້າໄດ້ເພີ່ມຂຶ້ນ12,2%.

ໃນ4ເດືອນຕົ້ນປີ2024 ຍອດມູນຄ່ານຳເຂົ້າແລະສົ່ງອອກຂອງຈີນໄດ້ບັນລຸເຖິງ 13.810 ຕື້ຢວນ ເພີ່ມຂຶ້ນ5,7%ເມື່ອທຽບໃສ່ໄລຍະດຽວກັນຂອງປີ2023ຜ່ານມາ.

ອາຊຽນສືບຕໍ່ເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງຈີນ, ໃນ4ເດືອນຕົ້ນປີ2024 ບັນລຸເຖິງ 2.180ຕື້ຢວນ ເພີ່ມຂຶ້ນ8,5%ເມື່ອທຽບໃສ່ໄລຍະດຽວກັນຂອງປີ2023ຜ່ານມາ. ສະຫະພາບເອີຣົບເປັນຄູ່ການຄ້າໃຫຍ່ອັນດັບສອງຂອງຈີນ ໃນ4ເດືອນຕົ້ນປີ2024 ຍອດມູນຄ່າການຄ້າ ບັນລຸເຖິງ 1.750ຕື້ຢວນ ຫຼຸດລົງ1,8%ເມື່ອທຽບໃສ່ໄລຍະດຽວກັນຂອງປີ2023ຜ່ານມາ.

ສ່ວນອາເມຣິກາເປັນຄູ່ການຄ້າໃຫຍ່ອັນດັບສາມຂອງຈີນ, ຍອດມູນຄ່າການຄ້າລະຫວ່າງຈີນກັບອາເມຣິກາໄດ້ບັນລຸເຖິງ 1.470ຕື້ຢວນ ເພີ່ມຂຶ້ນ1,1%ເມື່ອທຽບໃສ່ໄລຍະດຽວກັນຂອງປີ2023ຜ່ານມາ.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ