ໂຄງການປ້ອງກັນຕາຝັ່ງ ແລະ ພັດທະນາແຄມຂອງ ໄລຍະທີ 2 ຢູ່ນະຄອນຫຼວງວຽງຈັນ ແຕ່ຫຼັກ 4 ເມືອງສີສັດຕະນາກ ຫາ ບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ ມາຮອດເດືອນມີນາ 2024 ຄືບໜ້າ 53,3%.
ວັນທີ 10 ພຶດສະພາ 2024, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ( ນວ ), ພ້ອມດ້ວຍຫົວໜ້າ – ຮອງຫົວໜ້າພະແນກການ, ຫ້ອງການ, ເຈົ້າເມືອງ ແລະ ພະນັກງານຂະແໜງການກ່ຽວຂ້ອງ ໄດ້ລົງກວດກາຕິດຕາມການກໍ່ສ້າງໂຄງການປ້ອງກັນຕາຝັ່ງ ແລະ ພັດທະນາແຄມຂອງ ໄລຍະທີ 2 ແຕ່ຫຼັກ 3 ໂຮງຮຽນການຊ່າງລາວ – ເຢຍລະມັນ ເມືອງສີສັດຕະນາກ ຫາ ຫາດດອກແກ້ວ ເມືອງຫາດຊາຍຟອງ.
ໂອກາດນີ້, ທ່ານ ພຸດທະເສນ ສິນທະວົງ ຮອງຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ນວ ໄດ້ໃຫ້ຮູ້ວ່າ: ໂຄງການປ້ອງກັນຕາຝັ່ງ ແລະ ພັດທະນາແຄມຂອງ ໄລຍະທີ 2 ຢູ່ນະຄອນຫຼວງວຽງຈັນ ເລີ່ມຈັດຕັ້ງປະຕິບັດໃນເດືອນກຸມພາ 2022 ໂດຍປະກອບມີໜ້າວຽກລະບົບປ້ອງກັນຕາຝັ່ງກໍ່ສ້າງຄູປ້ອງກັນນໍ້າຖ້ວມ ທີ່ສາມາດນໍາໃຊ້ເປັນທາງລຽບຕາມແຄມຂອງ ແລະ ກໍ່ສ້າງລະບົບປ້ອງກັນຕາຝັ່ງ ບໍ່ໃຫ້ມີການເຊາະເຈື່ອນມີຄວາມຍາວ 8,36 ກິໂລແມັດ ຈາກຫຼັກ 4 ເມືອງສີສັດຕະນາກ ຫາ ບ້ານຫາດດອກແກ້ວ ເມືອງຫາດຊາຍຟອງ ເຊິ່ງປະກອບດ້ວຍເສັ້ນທາງຍ່າງຊົມວິວ ແລະ ຊົມຕາເວັນຕົກດິນ ສວນກີລາກາງແຈ້ງ ແລະ ຈຸດທ່ອງທ່ຽວທຳມະຊາດທີ່ເຊື່ອມຈອດກັບຕົວເມືອງ ໄດ້ມາຮອດເດືອນມີນາ 2024 ໂຄງການຄືບໜ້າ 53,3% ທຽບໃສ່ແຜນການ ( 56,6% ) ແມ່ນຊັກຊ້າ ສາເຫດຍ້ອນໂຄງການຕັ້ງຢູ່ເຂດຕົວເມືອງມີຄວາມຫຍຸ້ງຍາກໃນການຂົນສົ່ງວັດສະດຸກໍ່ສ້າງຈາກພາກສະໜາມເຂົ້າຫາໂຄງການທີ່ຕ້ອງໄດ້ຜ່ານເສັ້ນທາງຕົວເມືອງ ຈຳກັດໂມງເວລາການຂົນສົ່ງ ແລະ ນໍ້າໜັກ ໂຄງການຄາດວ່າຈະໃຫ້ສຳເລັດທ້າຍປີ 2025.

ໂອກາດນີ້, ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ສະແດງຄວາມຊົມເຊີຍມາຍັງຜູ້ຮັບຜິດຊອບໂຄງການ ແລະ ບໍລິສັດຜູ້ຮັບເໝົາກໍ່ສ້າງ ທີ່ໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າວຽກສຳເລັດໄປໄດ້ດີ. ພ້ອມນີ້, ທ່ານຍັງໄດ້ເນັ້ນໃຫ້ຄະນະກຳມະການ ແລະ ຜູ້ຮັບຜິດຊອບໂຄງການ ສືບຕໍ່ຊີ້ນໍາຜູ້ຮັບເໝົາກໍ່ສ້າງຈັດຕັ້ງປະຕິບັດໂຄງການໃຫ້ສຳເລັດໄປຕາມແຜນການ ການກໍ່ສ້າງໃຫ້ຖືກຕາມເຕັກນິກ ແລະ ມີຄຸນນະພາບ ສ່ວນການໄກ່ເກ່ຍການຊົດເຊີຍສິ່ງກີດ ຂວາງໃຫ້ອີງໃສ່ນິຕິກຳ ແລະ ຄວາມເໝາະສົມ; ການຕິດຕັ້ງດອກໄຟແສງສະຫວ່າງໃຫ້ເປັນເອກະລັກຂອງເມືອງຂອງບ້ານ ໃຫ້ມີ ຄວາມໝາຍ ແລະ ມີ ຄວາມສວຍງາມ; ການຈັດສັນສະຖານທີ່ທ່ອງທ່ຽວ ແລະ ການອອກແບບສວນສາທາລະນະໃຫ້ສົມທົບກັບຂະແໜງການກ່ຽວຂ້ອງ. ນອກນີ້, ອອກນິຕິກຳກ່ຽວກັບການຄຸ້ມຄອງ ພາຍຫຼັງສຳເລັດການກໍ່ສ້າງ ກໍໃຫ້ມີຄວາມເໝາະສົມກັບສະພາບຕົວຈິງ ແລະ ອື່ນໆ.
ທີ່ມາ: ໜັງສືພິມວຽງຈັນໃໝ່