ໄຕມາດ 1 ອາເມຣິກາ ກາຍເປັນຄູ່ການຄ້າໃຫຍ່ທີ່ສຸດຂອງ ເຢຍລະມັນ

13 May 2024

ຄລິກແຊຣ໌ 0 Facebook WhatsApp

ສຳນັກຂ່າວສານຫວຽດນາມ ລາຍງານວ່າ: ຕາມຂໍ້ມູນທາງການຂອງອົງການສະຖິຕິ ເຢຍລະມັນ ປະກາດໃນວັນທີ 9 ພຶດສະພາ ຜ່ານມາ ໃຫ້ຮູ້ວ່າ: ວົງເງິນການຄ້າສອງສົ້ນຂອງ ເຢຍລະມັນ ກັບ ອາເມຣິກາ ບັນລຸ 63 ຕື້ເອີໂຣ (68 ຕື້ໂດລາ) ໃນໄລຍະແຕ່ເດືອນມັງກອນ ຫາ ເດືອນມີນາ 2024. ໂຕເລກນີ້ແມ່ນລື່ນກາຍວົງເງິນການຄ້າສອງສົ້ນຂອງ ເຢຍລະມັນ ກັບ ຈີນ (60 ຕື້ເອີໂຣ).

ປີ 2023 ຈີນ ແມ່ນຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງ ເຢຍລະມັນ ເປັນປີທີ 8 ຕິດຕໍ່ກັນ, ດ້ວຍມູນຄ່າການຄ້າທັງໝົດ 253 ຕື້ເອີໂຣ ຊຶ່ງເປັນໂຕເລກທີ່ສູງກວ່າ ອາເມຣິກາ ຫຼາຍລ້ານໂດລາ.

ທ່ານ ວິນເຊັນ ສຕາເມີ ນັກເສດຖະສາດຂອງ ທະນາຄານ Commerzbank (ທະນາຄານແຖວໜ້າຂອງເຢຍລະມັນ) ໃຫ້ຮູ້ວ່າ: ການສົ່ງອອກຂອງ ເຢຍລະມັນ ໄປສູ່ ອາເມຣິກາ ໄດ້ມີການເໜັງຕີງເພີ່ມຂຶ້ນຕື່ມອີກ ຍ້ອນພື້ນຖານເສດຖະກິດໃຫຍ່ ທີ່ສຸດຂອງໂລກພວມເຕີບໂຕຢ່າງແຂງແຮງ, ໃນຂະນະທີ່ທັງການສົ່ງອອກ ແລະ ການນຳເຂົ້າຈາກຈີນໄດ້ຫຼຸດລົງ.

ວົງເງິນການນຳເຂົ້າສິນຄ້າຈາກ ຈີນ ຂອງເຢຍລະມັນ ໃນໄຕມາດທີ 1 ປີ 2024 ຫຼຸດລົງເກືອບ 12% ເມື່ອທຽບໃສ່ກັບໄລຍະດຽວກັນຂອງປີ 2023, ໃນຂະນະທີ່ວົງເງິນສົ່ງອອກສິນຄ້າໄປຍັງຈີນ ກໍ່ຫຼຸດລົງກວ່າ 1%.

ຕິດຕາມພວກເຮົາຜ່ານຊ່ອງທາງຕ່າງໆ

ຂ່າວທີ່ກ່ຽວຂ້ອງ