ລັດຖະບານສ.ເກົາຫຼີ ກຽມອອກນະໂຍບາຍມູນຄ່າກວ່າ7,2ຕື້ໂດລາສະຫະລັດ ສະໜັບສະໜູນ ອຸດສາຫະກຳຜະລິດຊິບ ເຊິ່ງເປັນສ່ວນສຳຄັນຕໍ່ເສດຖະກິດຂອງປະເທດ.
ສຳນັກຂ່າວເອເອັຟພີລາຍງານວ່າ: ທ່ານ ຊະເວ ຊັງມອກ ລັດຖະມົນຕີກະຊວງການເງິນສ.ເກົາຫຼີ ກ່າວກັບຜູ້ບໍລິຫານຜູ້ຜະລິດຊິບຂອງປະເທດເມື່ອວັນສຸກທີ 10 ພຶດສະພາວ່າ: ລັດຖະບານ ກຳລັງກະກຽມ ນະໂນບາຍສະໜັບສະໜູນມູນຄ່າ7,2ຕື້ໂດລາສະຫະລັດ ເພື່ອສະໜັບສະໜູນກຸ່ມຜະລິດແຜງວົງຈອນໄຟຟ້າ, ວັດສະດຸ ແລະແລະ ປະກອນຜະລິດຊິບທຸກສາຂາ.
ສ.ເກົາຫຼີ ມີເສດຖະກິດໃຫຍ່ ອັນດັບ4 ຂອງອາຊີ ຕັ້ງເປົ້າລົງທຶນຢ່າງໜັກໃນ6 ເທັກໂນໂລຊີຫຼັກເຊັ່ນ: ຊິບ, ໜ້າຈໍ ແລະ ແບັດເຕີຣີ ເຊິ່ງທັງໝົດນີ້ເປັນສາຂາທີ່ບໍລິສັດເທັກໂນໂລຊີຂອງປະເທດຊ່ຽວຊານຢູ່ແລ້ວ.
ເຊມີຄອນດັກເຕີ ເປັນສິນຄ້າສົ່ງອອກຫຼັກຂອງສ.ເກົາຫຼີ ໂດຍໃນເດືອນມີນາ ມີມູນຄ່າ117ຕື້ໂດລາສະຫະລັດ ສູງສຸດໃນຮອບ 2 ປີ ຄິດເປັນໜຶ່ງໃນຫ້າຂອງການສົ່ງອອກໂດຍລວມຂອງປະເທດ.